ສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມສໍາມະນາບັນດາໜ້າວຽກຈຸດສຸມ ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປະຈໍາປີ 2023 ໃນວັນທີ 6 ມັງກອນ 2023, ມີບັນດາຮອງຫົວໜ້າສ່ວຍສາອາກອນ ປະຈໍາ ນວ, ຫົວໜ້າ-ຮອງຂະແໜງສ່ວຍສາອາກອນບັນດາເມືອງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ຄໍາພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ປະຈຳ ນວ ທັງເປັນ ປະທານກອງປະຊຸມ ກ່າວວ່າ:

ໄລຍະປີ 2022, ສ່ວຍສາອາກອນ ນະຄອນຫຼວງວຽງຈັນ ໄດ້ຜັນຂະຫຍາຍຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີ ເລກທີ 18 ກໍຄື ວຽກງານຂະຫຍາຍຖານລາຍຮັບ, ວຽກຕ້ານການຮົ່່ວໄຫຼ ແລະ ຫັນເປັນທັນສະໄໝ ໂດຍແນະນຳເປັນອັນສະເພາະໃຫ້ພະນັກງານສ່ວຍສາອາກອນ ນວ ແລະ ຜູ້ປະກອບການທີ່ຕົນຄຸ້ມຄອງອີກດ້ວຍ ເຊັ່ນ: ແນະນຳວຽກຄຸ້ມຄອງລາຍຮັບ, ອອກແບບຟອມແນະນໍາ ຫຼື ປະຖົມນິເທດໃຫ້ຫົວໜ່ວຍທຸລະກິດຮູ້ແຈ້ງເສຍອາກອນດ້ວຍຕົນເອງ, ແນະນໍາດ້ານລະບຽບ, ກົນໄກການປະຕິບັດກົດໝາຍອາກອນມູນຄ່າເພີ່ມ, ແນະນໍາເພີ່ມເຕີມຄິດໄລ່ອາກອນ ຈາກການກໍ່ສ້າງ-ສ້ອມແປງ ແລະ ແຈ້ງແນະນໍາວິທີຄິດໄລ່ອາກອນລາຍໄດ້ ຈາກການໂອນສິດນໍາໃຊ້ທີ່ດິນ. 

ສໍາລັບບັນດາໜ້າວຽກຈຸດສຸມທີ່ນໍາມາສໍາມະນາ ເພື່ອສືບຕໍ່ປະຕິບັດໃນປີ 2023 ມີ: ວຽກຈັດປະເພດວິສາຫະກິດ, ການເອົາຫົວໜ່ວຍເຂົ້າລະບົບ TaxRIS ທັນສະໄໝ, ຫົວໜ່ວຍຄ້າງໃນລະບົບ ERC ຮ່ວມກັບການຄ້າ, ມາດຕະການຕໍ່ຫົວໜ່ວຍບໍ່ມາແຈ້ງ, ແຈ້ງຕໍ່າ, ແຈ້ງ 0, ເຊື່ອງອຳລາຍຮັບ ທົ່ວນະຄອນຫຼວງວຽງຈັນ, ວຽກຂະຫຍາຍຖານອາກອນມູນຄ່າເພີ່ມ, ວຽກຕິດຕັ້ງບັນຊີທຸກຫົວໜ່ວຍ ເຊື່ອມຕໍ່ລະບົບ TaxRIS, ວຽກໃບເກັບເງິນ, ວຽກຊອກທ່າແຮງບົ່ມຊ້ອນ, ກິດຈະການຫວຍ, ໂຮງຮຽນເອກະຊົນ, ຂົນສົ່ງຄ່ຽນຖ່າຍ, ເຂດເສດຖະກິດພິເສດ, ວຽກກວດກາໄລ່ລຽງຄົບຊຸດ, ວຽກຫັນເປັນທັນສະໄໝແຕ່ລະເມືອງ, ວຽກຊັບສິນ ຕ້ອງໄປຕາມທິດອາກອນຕ້ອງຮູ້ໝົດທຸກຂໍ້ມູນ, ວຽກພາສີທີ່ດິນ, ຄ່າທາງ, ວຽກການເງິນບ້ານ ແລະ ບັນຫາປະກົດການຫຍໍ້ທໍ້, ການແບ່ງຂັ້ນຄຸ້ມຄອງຫົວໜ່ວຍ ຈາກເມືອງມານະຄອນຫຼວງ, ຈາກນະຄອນຫຼວງໄປເມືອງ ແລະ ໄປແຂວງ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!