ໜ້າຫຼັກ Tags ແຂວງອັດຕະປື

Tag: ແຂວງອັດຕະປື

ຮອງນາຍົກ ລົງຢ້ຽມຢາມປະຊາຊົນ ເມືອງສະໜາມໄຊ

ໃນວັນທີ 3 ຕຸລາ 2018, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທັງເປັນປະທານຄະນະຮັບຜິດຊອບສືບສວນ-ສອບສວນ ສາເຫດຄູກັ້ນນໍ້າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ, ຜູ້ຊີ້ນໍາຄະນະກວດກາຄວາມຮັບຜິດຊອບຂອງບຸກຄົນ ທີ່ຕິດພັນກັບສາເຫດ ເຮັດໃຫ້ຄູກັ້ນນໍ້າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ...

ຝົນຕົກແຮງຕິດຕໍ່ກັນຫຼາຍມື້ ພາລະກິດຄົ້ນຫາຜູ້ສູນຫາຍ ຕ້ອງຢຸດເຊົາຊົ່ວຄາວ

ວັນທີ 15 ສິງຫານີ້, ທີ່ເມືອງສະໜາມໄຊ ແຂວງອັດຕະປື ມີຝົນຕົກໜັກແຮງຢ່າງຕໍ່ເນື່ອງ ຍ້ອນໄດ້ຮັບຜົນກະທົບຈາກອິດທິພົນຂອງພາຍຸ ເບີບິນກາ ສົ່ງຜົນໃຫ້ນໍ້າຖ້ວມເທດສະບານເມືອງສະໜາມໄຊ ເຮັດໃຫ້ການສັນຈອນໄປ-ມາ ມີຄວາມລຳບາກ ແລະ ເຮັດໃຫ້ພາລະກິດການຊອກຄົ້ນຫາຜູ້ສູນຫາຍ ກໍມີຄວາມຫຍຸ້ງຍາກ ຕ້ອງໄດ້ຢຸດການປະຕິບັດພາລະກິດການຊອກຫາຜູ້ສູນຫາຍຊົ່ວຄາວ. ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງໆສະໜາມໄຊ ໄດ້ຖະແຫຼງຄວາມຄືບໜ້າການປະຕິບັດພາລະກິດການຊອກຫາຜູ້ສູນຫາຍ ໃຫ້ຮູ້ວ່າ: ຜ່ານການປະຕິບັດວຽກງານຕົວຈິງ ມາຮອດວັນທີ 15 ສິງຫານີ້...

ໜ່ວຍກູ້ໄພ 1623 ມອບເຄື່ອງໃຊ້ຊີວິດປະຈຳວັນ ໃຫ້ຜູ້ປະສົບໄພນໍ້າຖ້ວມ

ໃນວັນທີ 13 ສິງຫາ 2018, ໜ່ວຍກູ້ໄພ 1623 ຂອງມູນລະນິທິຊ່ວຍເຫຼືອຄົນທຸກຍາກ ສປປ ລາວ ໄດ້ມອບເຄື່ອງໃຊ້ຊີວິດປະຈຳວັນ ໃຫ້ສູນກາງສະຫະພັນແມ່ຍິງລາວ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄຟນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າ 16.000.000 ກີບ ຕາງໜ້າຮັບໂດຍ ທ່ານ ນາງ ດຣ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ...

2 ບໍລິສັດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ແຂວງອັດຕະປື

ບໍລິສັດຮັກສາຄວາມປອດໄພ ແຂວງສະຫວັນນະເຂດ ຈໍາກັດ ແລະ ບໍລິສັດ ສະຫວັນຮັກສາຄວາມປອດໄພ ຈຳກັດ ໄດ້ມອບເງິນຈໍານວນ 12.500.000 ກີບ ໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນວັນທີ 8 ສິງຫາ 2018 ເພື່ອນໍາໄປຊ່ວຍເຫຼືອປະຊາຊົນເມືອງສະໜາມໄຊ ແຂວງອັດຕະປື ຜູ້ທີ່ຖືກຜົນກະທົບຈາກຄູກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກ, ກ່າວຮັບໂດຍ ພັທ ລຳຄູນ...

ຄວາມຄືບໜ້າການກູ້ໄພ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ເມືອງສະໜາມໄຊ

ຄະນະພາກສະໜາມຟື້ນຟູ ແລະ ແກ້ໄຂໄພພິບັດຢູ່ແຂວງອັດຕະປື ໄດ້ຖະແຫຼງຂ່າວຄວາມຄືບໜ້າຂອງການປະຕິບັດພາລະກິດກູ້ໄພ ໃນວັນທີ 13 ສິງຫາຜ່ານມາວ່າ: ພາລະກິດການຊອກຫາຜູ້ສູນຫາຍ, ຜູ້ເສຍຊີວິດ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ຍັງເຕັມໄປດ້ວຍຄວາມຫຍຸ້ງຍາກ ເນື່ອງຈາກນໍ້າໃນເຊປຽນເພີ່ມຂຶ້ນ, ມີຂີ້ຕົມສູງ ແຕ່ເຈົ້າໜ້າທີ່ກໍບໍ່ໄດ້ລົດລະຄວາມພະຍາຍາມໃນການຊອກຄົ້ນຫາ; ນັບແຕ່ມື້ເກີດເຫດຫາວັນທີ 13 ສິງຫາ ພົບຜູ້ເສຍຊີວິດແລ້ວ 39 ຄົນ. ສ່ວນການເບິ່ງແຍງ, ການຊ່ວຍເຫຼືອ ແລະ...

ແຂວງຫົວພັນ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ເມືອງສະໜາມໄຊ

ແຂວງຫົວພັນ ໄດ້ຈັດພິທີລະດົມທຶນ ແລະ ຕັກບາດ ເພື່ອຮ່ວມໃຈຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 4 ສິງຫາ 2018 ເປັນປະທານໂດຍ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ມີຄະນະພັກ-ຄະນະນໍາແຂວງ, ພະນັກງານຫຼັກແຫຼ່ງ. ທ່ານ ວັນໄຊ ແພງຊຸມມາ ກ່າວວ່າ: ພວກເຮົາຊຸມນຸມກັນມື້ນີ້ ກໍເພື່ອລະດົມທຶນໄປຊ່ວຍບັນດາແຂວງຂອງ ສປປ...

ສຍລ ລະດົມນໍ້າໃຈຊ່ວຍເຫຼືອໄພນໍ້າຖ້ວມ ທີ່ອັດຕະປື ໄດ້ເກືອບ 800 ລ້ານ

ສູນກາງສະຫະພັນແມ່ຍິງລາວ (ສຍລ) ໄດ້ລະດົມນໍ້າໃຈຈາກເອື້ອຍນ້ອງແມ່ຍິງພາຍໃນ ແລະ ພາກສ່ວນຕ່າງໆ ເປັນເຄື່ອງໃຊ້ຊິວິດປະຈໍາວັນ ແລະ ເງິນໄດ້ເກືອບ 800 ລ້ານກີບ ເພື່ອໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບອຸທົກກະໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື. ທ່ານ ປອ ນາງ ອິນດາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງແມ່ຍິງລາວ ໄດ້ຖະແຫຼງຕໍ່ສືມວນຊົນໃນວັນທີ 7 ສິງຫາ 2018 ວ່າ:...

ປກສ ແຂວງຫຼວງນ້ຳທາ ລະດົມທຶນໄດ້ 32 ລ້ານກວ່າກີບ ຊ່ວຍເຫຼືອໄພນ້ຳຖ້ວມ

ອາທິດແລ້ວນີ້, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງຫຼວງນ້ຳທາ ລະດົມທຶນຈາກພະນັກງານ-ນັກຮົບ, ບັນດາ ປກສ ເມືອງ ໄດ້ທັງໝົດ 32.000.000 ກວ່າກີບ ແລ້ວນຳໄປມອບໃຫ້ຄະນະອະນຸກຳມະການຂັ້ນເມືອງ, ຂັ້ນແຂວງ ເພື່ອສົ່ງໄປຊ່ວຍເຫຼືອພໍ່-ແມ່ປະຊາຊົນເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ຜູ້ຖືກຜົນກະທົບຈາກໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ໃນນັ້ນ, ໄດ້ຮັບເງິນບໍລິຈາກນຳພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ປກສ ແຂວງ ເປັນເງິນທັງໝົດຈຳນວນ 16.800.000 ກີບ, ໄດ້ຈາກກອງບັນຊາການ...

ຫຼາຍພາກສ່ວນ ສືບຕໍ່ແບ່ງປັນນໍ້າໃຈຊ່ວຍເຫຼືອຜູ້ປະສົບອຸທົກກະໄພ

ນັບແຕ່ເຫດການນໍ້າຖ້ວມໄດ້ເກີດຂຶ້ນຢູ່ບັນດາແຂວງຂອງ ສປປ ລາວ ເປັນຕົ້ນແມ່ນແຂວງອັດຕະປື, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ແຂວງອຸດົມໄຊ ເຮັດໃຫ້ປະຊາຊົນຫຼາຍຄອບຄົວສູນເສຍທີ່ຢູ່ອາໄສ, ບ່ອນທຳມາຫາກິນ ( ໄຮ່ນາ, ສວນ ), ຮ້າຍແຮງໄປກວ່ານັ້ນແມ່ນສູນເສຍຄົນໃນຄອບຄົວ; ຄວາມສູນເສຍທີ່ເກີດຈາກໄພນໍ້າຖ້ວມ ກໍຍັງມີນໍ້າໃຈຈາກຫຼາຍພາກສ່ວນທີ່ນຳມາມອບໃຫ້ຜູ້ປະສົບໄພ ອັນປະກອບສ່ວນເປັນກຳລັງໃຈໃຫ້ຜູ້ປະສົບໄພມີຊີວິດດີຂຶ້້ນ. ນັບແຕ່ມື້ເກີດເຫດຈົນເຖິງປັດຈຸບັນ, ຍັງມີຫຼາຍພາກສ່ວນສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ຜູ້ປະສົບໄພ ຄື: ຫຼາຍພາກສ່ວນທີ່ດໍາເນີນທຸລະກິດຢູ່ແຂວງໄຊຍະບູລີ ແລະ ບັນດາພະແນກການ-ກົມກອງ, ບັນດາເມືອງທົ່ວແຂວງ ແລະ...

11 ວັນ ພົບຜູ້ເສຍຊີວິດຈາກໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ 23 ສົບ

ວັນທີ 3 ສິງຫາ 2018, ຄະນະຮັບຜິດຊອບຊ່ວຍເຫຼືອກູ້ໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຖະແຫຼງສະຖານະການກອບກູ້ຜູ້ປະສົບໄພ ແລະ ສູນຫາຍຈາກໄພພິບັດນໍ້າຖ້ວມ, ເຊິ່ງດຳເນີນການຊອກຫາມາແຕ່ກາງຄືນຂອງວັນທີ 23 ກໍລະກົດ 2018 ມາຮອດມື້ທີ່ 11 ຂອງການຄົ້ນຫາ ສາມາດກອບກູ້ຜູ້ເສຍຊີວິດໄດ້ທັງໝົດ 23 ສົບ, ເປັນຍິງ 6 ສົບ ແລະ...