ໜ້າຫຼັກ Tags ແຂວງອັດຕະປື

Tag: ແຂວງອັດຕະປື

ປກສ ແຂວງຄຳມ່ວນ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ

ວັນທີ 31 ກໍລະກົດ ຜ່ານມາ, ກອງບັນຊາການ ປກສ ແຂວງຄຳມ່ວນ ມອບເງິນຈຳນວນ 50.000.000 ກີບ ໃຫ້ ຫ້ອງວ່າການ ແຂວງຄຳມ່ວນ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ຳຖ້ວມຈາກອຸບັດຕິເຫດຄູກັ້ນນໍ້າ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 23 ກໍລະກົດ ຜ່ານມາ, ກ່າວມອບໂດຍ ພັອ...

ຮັບປະກັນການສະໜອງອາຫານໃຫ້ ຜູ້ໄດ້ຮັບຜົນກະທົບ ຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສະໜາມໄຊ

ໜ່ວຍງານແຕ່ງກິນ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກອຸບັດຕິເຫດສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະ ຜູ້ທີ່ເຂົ້າໄປໃຫ້ຄວາມຊ່ວຍເຫຼືອໄດ້ກ່າວວ່າ: ປັດຈຸບັນສາມາດຮັບປະກັນໄດ້ທາງດ້ານສະບຽງອາຫານໃຫ້ພຽງພໍຕາມຄວາມຕ້ອງການຂອງຈຳນວນຄົນ ແຕ່ລະມື້. ທ່ານ ນາງ ຍອຍຄຳ ພອນແກ້ວ ຫົວໜ້າໜ່ວຍງານແຕ່ງກິນ ໄດ້ໃຫ້ພາດວ່າ: ເພື່ອສະໜອງທາງດ້ານສະບຽງອາຫານໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ເກືອບ 6.000 ຄົນ ແລະ ໜ່ວຍງານຕ່າງໆທີ່ເຂົ້າມາຊ່ວຍເຫຼືອໃຫ້ໄດ້ຮັບອາຫານຢ່າງພຽງພໍ ( ກິນອີ່ມ ) ໄດ້ມີໜ່ວຍງານຈາກ 5 ເມືອງ...

ຄົ້ນພົບຜູ້ເສຍຊີວິດ ອີກ 2 ສົບ ຈາກຄູກັ້ນນໍ້າເຂື່ອນແຕກ ຢູ່ເມືອງສະໜາມໄຊ

ພາລະກິດເລັ່ງຄົ້ນຫາຜູ້ເສຍຊີວິດຈາກຜົນກະທົບຄູກັ້ນນໍ້າຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ຂອງກໍາລັງທະຫານ, ຕໍາຫຼວດ ແລະ ກູ້ໄຟ ມາຮອດວັນທີ 1 ສິງຫາ 2018 ພົບຜູ້ເສຍຊີວິດອີກ 2 ສົບ ລວມຜູ້ເສຍຊີວິດທີ່ເຫັນແລ້ວ 13 ສົບ. ພົຕ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບ ຊ່ວຍເຫຼືອກູ້ໄພພິບັດນໍ້າຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື...

ນາຍົກລັດຖະມົນຕີ ລົງກວດກາການປະຕິບັດວຽກ ແລະ ຢ້ຽມຢາມປະຊາຊົນ ທີ່ເມືອງສະໜາມໄຊ

ວັນທີ 1 ສິງຫາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງກວດກາການປະຕິບັດວຽກງານຂອງກອງບັນຊາການກູ້ໄພພິບັດທີ່ປະຈຳຢູ່ແຕ່ລະຈຸດພາຍໃນເມືອງສະໜາມໄຊ ພ້ອມທັງຢ້ຽມຢາມປະຊາຊົນທີ່ສູນພັກຊົ່ວຄາວ ເພື່ອກວດກາການຊ່ວຍເຫຼືອປະຊາຊົນໃນເບື້ອງຕົ້ນ ແລະ ສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຄູກັ້ນນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ການລົງກວດກາ...

ຕໍາຫຼວດຫວຽດນາມ ມອບເງິນ 400 ກວ່າລ້ານກີບ ຊ່ວຍເຫຼືອຜູ້ຖືກອຸທົກກະໄພ

ກະຊວງຕໍາຫຼວດ ສສ ຫວຽດນາມ ໄດ້ມອບເງິນຊ່ວຍເຫຼືອ ມູນຄ່າ 50.000 ໂດລາສະຫະລັດ ຫຼື ປະມານ 430 ລ້ານກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອໄປມອບໃຫ້ກໍາລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນຜູ້ຖືກອຸທົກກະໄພ ຢູ່ເມືອງສະໜາມໄຊ ແຂວງອັດຕະປື. ພິທີມອບ-ຮັບໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 30 ກໍລະກົດ 2018 ຢູ່ກະຊວງ...

ຫຼາຍພາກສ່ວນ ມອບນ້ຳໃຈຊ່ວຍເຫຼືອໄພນ້ຳຖ້ວມ

ໃນວັນທີ 27 ກໍລະກົດ 2018, ແຕ່ລະຈຸດ-ແຕ່ລະສູນຮັບບໍລິຈາກເຄື່ອງ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອັດຕະປື ໄດ້ມີບັນດາພາກສ່ວນຕ່າງໆທີ່ໃຈດີນຳເອົາເງິນສົດ, ເຄື່ອງອຸປະໂພກ-ບໍລິໂພກ, ຢາປົວພະຍາດລວມທັງເຄື່ອງໃຊ້ທີ່ຈຳເປັນມາມອບໃຫ້ ເພື່ອນຳໄປມອບຕໍ່ໃຫ້ຜູ້ປະສົບໄພດັ່ງກ່າວ ເຊິ່ງເປັນອີກໜຶ່ງນໍ້າໃຈປະກອບສ່ວນຊ່ວຍເຫຼືອໄພນໍ້າຖ້ວມໃຫ້ປະຊາຊົນສາມາດຜ່ານພົ້ນເຫດການຮ້າຍແຮງໃນຄັ້ງນີ້. ໃນນີ້ ມີ: ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕາງໜ້າໃຫ້ຄະນະນຳ ກະຊວງ ຮັບເຄື່ອງອຸປະໂພກ, ບໍລິໂພກ ແລະ...

ສືບຕໍ່ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ຢ່າງເຕັມທີ່

ໃນວັນທີ 27 ກໍລະກົດ ທີ່ຜ່ານມາ, ຫົວໜ້າຄະນະຈັດຕັ້ງແຂວງອັດຕະປື ແລະ ເຈົ້າເມືອງໆສະໜາມໄຊ ໄດ້ຮ່ວມກັນຖະແຫຼງຂ່າວຄວາມຄືບໜ້າການຊ່ວຍເຫຼືອປະຊາຊົນ ບໍລິເວນຈຸດອຳນວຍການຊ່ວຍເຫຼືອຜູ້ປະສົບໄພ ເທດສະບານເມືອງສະໜາມໄຊ ແຂວງອັດຕະປື ໂດຍລະບຸວ່າ: ຂະນະນີ້, ໜ່ວຍກູ້ໄພທັງໝົດ ໄດ້ລະດົມການຊ່ວຍເຫຼືອປະຊາຊົນທັງກາງເວັນ ແລະ ກາງຄືນ ເຖິງວ່າຝົນທີ່ຕົກບໍ່ໜັກປານໃດ ແຕກໍເປັນອຸປະສັກຕໍ່ການເຮັດວຽກຂອງທຸກໜ່ວຍ ເຊິ່ງໃນວັນທີ 27 ກໍລະກົດຜ່ານມານັ້ນ ກໍໄດ້ຊ່ວຍເຫຼືອປະຊາຊົນອອກຈາກໝູ່ບ້ານທີ່ປະສົບໄພ 7...

ລມຕ ພະລັງງານ ແລະ ບໍ່ແຮ ຊີ້ແຈງເຫດເຂື່ອນກັ້ນນໍ້າ ເຊປຽນ-ເຊນໍ້ານ້ອຍ ແຕກ

ລັດຖະມົນຕີກະຊວງພະລັງານ ແລະ ບໍ່ແຮ ໄດ້ຊີ້ແຈງເບື້ອງຕົ້ນກ່ຽວກັບ ສາເຫດການເກີດອຸບັດຕິເຫດໂຄງການສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະໝາມໄຊ ແຂວງອັດຕະປື ເຊິ່ງເນື່ອງມາຈາກພື້ນຖານໂຄງສ້າງຂອງເຂື່ອນບໍ່ແໜ້ນໜາ ແລະ ຄູຕັນນໍ້າຫາກໍສ້າງສໍາເລັດໃໝ່ ເຮັດໃຫ້ແຕກເຈື່ອນລົງ; ສົ່ງຜົນມວນນໍ້າມະຫາສານໄຫຼທະລັກເຂົ້າບ້ານປະຊາຊົນລຽບຕາມແຄມເຊ ແລະ ສ້າງຄວາມສູນເສຍທັງຊີວິດ ແລະ ສັບສິນຈໍານວນຫຼວງຫຼາຍ. ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງານ ແລະ ບໍ່ແຮ ໄດ້ຖະແຫຼງຂ່າວຕໍ່ສືມ່ວນຊົນ...

ແຂວງເຊກອງ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງອັດຕະປື

ໃນວັນທີ 26 ກໍລະກົດ 2018, ສະຫະພັນແມ່ຍິງ ແຂວງເຊກອງ ຕາງໜ້າໃຫ້ເອື້ອຍນ້ອງສະມາຊິກແມ່ຍິງທຸກຄົນ ຮ່ວມກັບສະຫະພັນແມ່ຍິງ ເມືອງລະມາມ ແລະ ນັກທຸລະກິດຍິງ ນໍາໂດຍທ່ານ ນາງ ບຸນຮຽງ ບຸນຈິດ ປະທານສະຫະພັນແມ່ຍິງແຂວງ ໄດ້ນໍາເອົາເຄື່ອງອຸປະໂພກ, ບໍລິໂພກ ລວມມູນຄ່າ ເກືອບ 17 ລ້ານກີບ, ພ້ອມເງິນສົດຈໍານວນ 15...

ທ່ານນາຍົກລັດຖະມົນຕີ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ ແຂວງອັດຕະປື

ພາຍຫຼັງໄດ້ຮັບຂ່າວຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມກະທັນຫັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ປິດກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກໍລະກົດ 2018. ໂດຍທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮີບຮ້ອນເດີນທາງໄປແຂວງດັ່ງກ່າວ ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2018, ພາຍຫຼັງເດີນທາງມາຮອດເມືອງສະໜາມໄຊ ກໍໄດ້ຮັບການຕ້ອນຮັບຈາກທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະ. ທ່ານ ອຸ່ນຫຼ້າ...