1. ພະຍາດຄວາມດັນເລືອດສູງ
ໝາກໄຂ່ຫຼັງມີໜ້າທີ່ປັບລະດັບນ້ຳ ແລະ ໂຊດ້ຽມໃນຮ່າງກາຍໃຫ້ສົມດຸນ, ຖ້າຮ່າງກາຍໄດ້ຮັບເກືອຫຼາຍຈົນເກີນໄປ ໝາກໄຂ່ຫຼັງຕ້ອງເຮັດວຽກໜັກຂຶ້ນ ແລະ ເຮັດວຽກບໍ່ໄດ້ດີເທົ່າເກົ່າ. ນໍ້າ ແລະ ໂຊດ້ຽມຈະບໍ່ສົມດຸນຄືກັນ ເມື່ອນ້ຳເພີ່ມຂຶ້ນ ເລືອດເຊິ່ງມີນ້ຳເປັນສ່ວນປະສົມຢູ່ກໍຈະເພີ່ມປະລິມານຂຶ້ນໄປນຳ ເມື່ອເລືອດໄຫຼຜ່ານເສັ້ນເລືອດຫຼາຍ ກໍຈະເຮັດໃຫ້ເກີດພາວະຄວາມດັນເລືອດສູງນັ້ນເອງ.

2. ພະຍາດຫົວໃຈ
ເມື່ອຄວາມດັນເລືອດສູງຫົວໃຈຕ້ອງ ເຮັດວຽກໜັກຂຶ້ນ ເພື່ອໝູນວຽນເລືອດໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ, ທັງເຮັດໃຫ້ຫົວໃຈເຕັ້ນໄວຂຶ້ນ. ນອກຈາກນີ້, ການທີ່ໂຊດ້ຽມໃນເລືອດຫຼາຍ ຈົນເຮັດໃຫ້ເກີດອາການບວມນ້ຳ, ເຊິ່ງອາດຈະສ່ຽງຕໍ່ການເປັນພະຍາດຫົວໃຈຂາດເລືອດ ແລະ ອາດອັນຕະລາຍເຖິງຂັ້ນຫົວໃຈວາຍໄດ້.

3. ພະຍາດໝາກໄຂ່ຫຼັງ
ການກິນເກືອຫຼາຍ ຈະເຮັດໃຫ້ໝາກໄຂ່ຫຼັງເຮັດວຽກໜັກ ເພື່ອພະຍາຍາມປັບສົມດຸນຂອງນ້ຳ ແລະ ເກືອແຮ່ໃນຮ່າງກາຍ. ຖ້າຫາກໝາກໄຂ່ຫຼັງຕ້ອງເຮັດວຽກໜັກຢູ່ຕະຫຼອດເວລາ ຈະເຮັດໃຫ້ເສື່ອມສະພາບລົງ ເຮັດໃຫ້ບໍ່ມີປະສິດທິພາບ ແລະ ບໍ່ສາມາດກຳຈັດຂອງເສຍຕ່າງໆອອກຈາກຮ່າງກາຍໄດ້, ເມື່ອອາການຮ້າຍແຮງ ໄຂຫຼັງຈະເສື່ອມ ແລະ ເປັນພະຍາດໝາກໄຂ່ຫຼັງໄດ້.

4. ອຳມະພຶດ-ອຳມະພາດ
ເມື່ອປ່ອຍໃຫ້ຄວາມດັນເລືອດສູງດົນໆ ອາດຈະເຮັດໃຫ້ເສັ້ນເລືອດໃນສະໝອງແຕກ ຫຼື ຫຼອດເລືອດບໍລິເວນອື່ນໆແຕກ ເຮັດໃຫ້ສູນເສຍຄວາມສາມາດໃນການຄວບຄຸມຮ່າງກາຍຕົນເອງໃນທີ່ສຸດ.

5. ພະຍາດລິດສິດວງ
ການກິນເຄັມມີຜົນຕໍ່ພະຍາດລິດສິດວງທະວານໜັກຢ່າງບໍ່ໜ້າເຊື່ອ ເພາະການກິນເກືອຫຼາຍຈົນເກີນໄປ ຈະເຮັດໃຫ້ຫິວນ້ຳຫຼາຍຂຶ້ນ ຮ່າງກາຍຕ້ອງການນ້ຳເພື່ອຈາງເກືອ ເມື່ອດື່ມນ້ຳຫຼາຍໆຈະເຮັດໃຫ້ຂອງແຫຼວໃນຮ່າງການເພີ່ມຂຶ້ນ ຂອງແຫຼວນີ້ຈະວຽນທົ່ວຮ່າງກາຍທາງເສັ້ນເລືອດ, ເຊິ່ງມີຜົນຕໍ່ຫຼອດເລືອດດໍາບໍລິເວນທະວານໜັກໂປ່ງໂພງ ຈຶ່ງເຮັດໃຫ້ລິດສິດວງບໍ່ດີນັ້ນເອງ.

6. ພະຍາດອື່ນໆ
ການກິນເກືອໃນປະລິມານຫຼາຍ ເຮັດໃຫ້ເຈັບຫົວ, ເກີດພະຍາດໄມເກນ ແລະ ມີງານວິໄຈພົບວ່າ ປະລິມານໂຊດ້ຽມສູງ ອາດຈະເຮັດໃຫ້ຜູ້ປ່ວຍໂລກຫອບຫືດອາການຮຸນແຮງຈົນເຖິງແກ່ຊີວິດໄດ້.