ຮາກບົວ ແລະ ແກ່ນບົວ ສາມາດນຳມາຮັບປະທານເປັນອາຫານທັງແບບດິບ ແລະ ສຸກໄດ້. ນອກຈາກນີ້, ຍັງມີຄຸນປະໂຫຍດທາງຢາສະໝຸນໄພພື້້ນເມືອງນຳອີກຫຼາຍຢ່າງ ໂດຍຮາກບົວນັ້ນຈັດເປັນພືດສະໝູນໄພທີ່ຊາວຈີນນິຍົມຮັບປະທານ ເນື່ອງຈາກວ່າບົວມີລິດເຢັນ ແລະ ລົດຊາດຫວານ. ດັ່ງນັ້ນ, ຮາກບົວ ຫຼື ແກ່ນບົວ ຈຶ່ງມີຄຸນປະໂຫຍດດັ່ງນີ້:

– ຊ່ວຍບັນເທົາອາການຮ້ອນໃນ ແລະ ແກ້ຫິວນ້ຳ.
– ຊ່ວຍແກ້ອາການໄອ ແລະ ຂັບຂີ້ກະເທີ້ອອກຈາກລຳຄໍ.
– ຊ່ວຍປ້ອງກັນ ຫຼື ຮັກສາເລືອດດັງອອກ.
– ຊ່ວຍບຳລຸງອະໄວຍະວະຕ່າງໆພາຍໃນຮ່າງກາຍໄດ້ແກ່: ຫົວໃຈ, ຕັບ, ມ້າມ, ໄຂ່ຫຼັງ ຫຼື ກະເພາະອາຫານ ເປັນຕົ້ນ.
– ຊ່ວຍແກ້ອາການປວດຮາກ ແລ້ວມີເລືອດປົນອອກມາ.
– ຊ່ວຍຮັກສາອາການເຈັບທ້ອງບິດ ຫຼື ຖອກທ້ອງ.
– ຊ່ວຍໃນການບຳລຸງສາຍຕາໃຫ້ເປັນປົກກະຕິ ແລະ ແກ້ພາວະຕາອັກເສບ.
– ຊ່ວຍບຳລຸງຮ່າງກາຍໃຫ້ມີກຳລັງ ແລະ ແກ້ອາການອ່ອນເພຍງ່າຍ.
– ຊ່ວຍບຳລຸງລະບົບສະໝອງໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ຜ່ອນຄາຍຄວາມຕຶງຄຽດ.

• ວິທີການນຳຮາກບົວມາຮັບປະທານ:
– ໃຫ້ນຳຮາກບົວມາຕົ້ມຮ່ວມກັບນໍ້າເຜິ້ງ ຈົນຮາກບົວເປັນສີເຂັ້ມຂຸ້ນ ແລ້ວນຳມາຮັບປະທານຈະຊ່ວຍແກ້ອາການຂັບຖ່າຍອອກມາເປັນເລືອດ.
– ໃຫ້ນຳເອົາຮາກບົວມາຕັດເປັນຕ່ອນບາງໆ ແລ້ວຕົ້ມດື່ມຈະຊ່ວຍປ້ອງກັນ ແລະ ແກ້ອາການປວດຮາກແບບມີເລືອດປົນອອກມາ ຫຼື ພາວະເລືອດອອກຕາມຮູທະວານໜັກ ຫຼື ສ້ວງທ້ອງເປັນຕົ້ນ.
– ໃຫ້ນຳຮາກບົວມາຄັ້ນເອົາແຕ່ນໍ້າ ແລ້ວນຳໄປຕົ້ມປະສົມກັບນໍ້າສາລີສົດ ຈະຊ່ວຍບັນເທົາອາການໄຂ້ຮ້ອນ ແລະ ແກ້ອາການໄອ ລວມທັງຊ່ວຍຂັບຂີ້ກະເທີ້ອອກຈາກລຳຄໍນຳອີກ.
– ໃຫ້ນຳຮາກບົວສົດມາຄັ້ນເອົານໍ້າ ພ້ອມປະສົມກັບນໍ້າເຜິ້ງລົງໄປໃຫ້ມີຣົດຊາດ ພ້ອມດື່ມຊ່ວຍແກ້ອາການຢາກນໍ້າ ແລະ ເຮັດໃຫ້ຊຸ່ມຄໍອີກ.
– ໃຫ້ນຳຮາກບົວມາຕົ້ມປະສົມກັບຖົ່ວຂຽວ ມາຮັບປະທານຊ່ວຍບຳລຸງສາຍຕາ.

ນອກຈາກນັ້ນ, ໃຫ້ທ່ານນຳໄຂ່ຕົ້ມ, ເກືອ ແລະ ນໍ້າຄັ້ນຈາກຮາກບົວ ມາປະສົມໃຫ້ເຂົ້າກັນແລ້ວຮັບປະທານ ເພື່ອເປັນຢາຫ້າມເລືອດໄດ້.