ທ້າວ Tommy Thompson ຖືກຂໍ້ຫາລັກຄຳໜັກ 21 ໂຕນ ຫຼື ຕີເປັນເງິນປະມານ 50 ລ້ານໂດລາ, ໃນຂະນະທີ່ຜູ້ກ່ຽວຮັບຜິດຊອບຄົ້ນຫາຊາກເຮືອນ SS Central America ຂອງອາເມລິກາ ເຊິ່ງເຮືອລຳດັ່ງກ່າວ ແມ່ນຖືກພາຍຸຖະຫຼົ່ມໜັກຈົນຈົມລົງພື້ນທະເລ ເມື່ອເດືອນກັນຍາ ປີ 1857.

ວັນທີ 27 ມັງກອນ 2015, ເປັນເວລາເກືອບ 2 ປີ ທີ່ທ້າວ Tommy ເອົາຕົວຫຼົບໜີຈາກຂໍ້ຫາລັກຄຳດັ່ງກ່າວD ພະນັກງານຕຳຫຼວດພິເສດຂອງກົມຕຳຫຼວດສືບສວນ-ສອບສວນຂອງອາເມລິກາ FBI ຈຶ່ງສາມາດຈັບຕົວຜູ້ກ່ຽວໄດ້ ພ້ອມຄົນຮັກຂອງຜູ້ກ່ຽວຊື່ Alison Antekeier ທີ່ໂຮງແຮມ Hilton ນະຄອນ Boca Raton ລັດຟໍຣິດາ.

ທ້າວ Tommy ຖືກດຳເນີນຄະດີໃນຂໍ້ຫາລັກເອົາຄຳທີ່ມີມູນຄ່າມະຫາສານໃນເຮືອທີ່ຈົມລົງພື້ນທະເລ ໃນເມື່ອຫຼາຍປີກ່ອນ.

ເມື່ອຫວນຄືນເຖິງການເປັນມາຂອງເຮືອລຳທີ່ບັນທຸກຄຳແລ້ວເກີດເຫດຈົມລົງພື້ນທະເລ, ເມື່ອວັນທີ 3 ກັນຍາ 1857 ເຮືອ SS Central America ແມ່ນເຮືອທີ່ໃຊ້ພະລັງງານທາດອາຍຂອງປະເທດອາເມລິກາ ມີຜູ້ບັນຊາເຮືອລຳດັ່ງກ່າວແມ່ນທ່ານ William Lewis Herndon ເລີ່ມອອກຈາກທ່າເຮືອ Colon, ປະເທດ Panama ດ້ວຍຜູ້ໂດຍສານເທິງເຮືອທັງໝົດ 477 ຄົນ. ໃນນັ້ນ, ມີພະນັກງານໃນເຮືອຈຳນວນ 101 ຄົນ, ໃນເຮືອແມ່ນໄດ້ບັນຈຸຄຳໜັກ 21 ໂຕນ; ໃນນັ້ນ, ມີຄຳສຳເລັດຮູບປະເພດເປັນແທ່ງລວມນ້ຳໜັກ 9,1 ໂຕນ, ສ່ວນຈຳນວນທີ່ຍັງເຫຼືອແມ່ນເປັນຄຳປະເພດເປັນຫຼຽນຄຳທີ່ເປັນກຳມະສິດຂອງບໍລິສັດຂຸດຄົ້ນຄຳທີ່ລັດຄະລິຟໍເນຍ (California Gold Rush). ແຕ່ໃນຂະນະທີ່ອອກເດີນທາງຜ່ານບັນດາປະເທດ ແລະ ໄດ້ຢຸດຢູ່ພັກທີ່ທ່າເຮືອ Havana ປະເທດກູບາ ແລະ ມີເປົ້າໝາຍເດີນທາງໄປທີ່ນະຄອນນິວຢອກ ປະເທດອາເມລິກາ.

ໃນໄລຍະດຽວກັນ, ບັນດາອົງການທີ່ກ່ຽວຂ້ອງທີ່ນະຄອນນິວຢອກ ທີ່ຂຶ້ນກັບບໍລິສັດປະກັນໄພ Ohio Life, ເຊິ່ງເປັນບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນອາເມລິກາ ພວກເຂົາໄດ້ອອກມາຖະແຫຼງວ່າ ພວກເຂົາແມ່ນໃກ້ໝົດຄວາມສາມາດໃນການສັ່ງຈ່າຍແລ້ວ, ຈາກຂ່າວດັ່ງກ່າວໄດ້ເຮັດໃຫ້ພາກສ່ວນຕ່າງໆທົ່ວປະເທດອາເມລິກາ ເກີດຄວາມກັງວົນ ແລະ ເປັນຫວ່ງວ່າ ບໍລິສັດດັ່ງກ່າວຈະຫຼົ້ມລະລາຍ ເພາະຖ້າຫາກບໍລິສັດດັ່ງກ່າວຫຼົ້ມສະຫຼາຍ ແມ່ນຈະສົ່ງຜົນໃຫ້ຫຼາຍທະນາຄານ ແລະ ທັງລະບົບການເງິນຂອງປະເທດຈະສ້າງຄວາມສັບສົນດ້ານເສດຖະກິດຂອງອາເມລິກາ ໂດຍກົງ. ດັ່ງນັ້ນ, ສະມາຄົມເສດຖະກິດອັນດັບຕົ້ນຂອງປະເທດ; ໃນນັ້ນ, ມີບໍລິສັດຂຸດຄົ້ນຄຳຄະລິຟໍເນຍ ຈຶ່ງໄດ້ຕັດສິນໃຈຂົນຄຳມາແຕ່ປະເທດປານາມາ ກັບມາທີ່ນະຄອນຫຼວງນິວຢອກ ອາເມລິກາ ເພື່ອເປັນການແກ້ສະພາບການກົດດັນນັ້ນໃຫ້ຫຼຸດຜ່ອນລົງ.

ມາວັນທີ 9 ກັນຍາ 1857, ເຮືອທີ່ບັນທຸກຄົນ ແລະ ຄຳຂອງບໍລິສັດຂຸດຄົ້ນຄຳ ຄະລິຟໍເນຍ SS Central America ອາເມລິກາ, ເດີນທາງດ້ວຍຄວາມໄວ 165 ກິໂລແມັດຕໍ່ຊົ່ວໂມງ, ຍ້ອນການເດີນເຮືອດ້ວຍຄວາມໄວນັ້ນ ເຮັດໃຫ້ເຄື່ອງຈັກມີບັນຫາ ເຄື່ອງຈັກສູບທາດອາຍເກີດຕິດຂັດທັງ 2 ເຄື່ອງ ແລະ ຂ້າງເຮືອຈີກຂາດ ເຮັດໃຫ້ນ້ຳໄຫຼເຂົ້າເຮືອຢ່າງໄວ.

ເວລາຜ່ານໄປ 2 ວັນ, ເຮືອ SS Central America ກໍຖືກພາຍຸພັດຖະຫຼົ່ມອີກ ໃນຂະນະນັ້ນເຮືອໄດ້ເດີນທາງຢູ່ໃນລະຫວ່າງກາງລັດ Carolina, ຕາມການບັນຊາຂອງຜູ້ບັນຊາເຮືອ ທ່ານ William Lewis Herndon ໄດ້ສັ່ງໃຫ້ພະນັກງານປ່ອຍທຸງບອກເຫດສຸກເສີນ ແຕ່ຜ່ານໄປເປັນເວລາຫຼາຍຊົ່ວໂມງ ກໍບໍ່ມີເຮືອລຳໃດແລ່ນຜ່ານ ເພາະວ່າເວລານັ້ນພາຍຸພັດແຮງ ສະນັ້ນໃຜກໍເອົາຕົວຫຼົບໜີອອກຈາກສະພາບອາກາດນັ້ນເຊັ່ນກັນ.

ຮອດວັນທີ 12 ກັນຍາ 1857, ພາຍຸທີ່ກຳລັງພັດຖະຫຼົ່ມ ຍິ່ງເພີ່ມຄວາມແຮງຂຶ້ນເປັນສອງເທົ່າ; ດັ່ງນັ້ນ, ຜູ້ບັນຊາເຮືອລຳດັ່ງກ່າວ ຈຶ່ງອອກຄຳສັ່ງໃຫ້ເອົາຕົວລອດ (ປະເຮືອ). ໃນເຫດການຄັ້ງນີ້ມີຄົນລອດຊີວິດຈາກການກູ້ເຫດສຸກເສີນດ້ວຍເຮືອໜີໄພສຳຮອງພຽງແຕ່ 153 ຄົນ, ສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ. ຈາກນັ້ນ, 3 ວັນຕໍ່ມາ ຈຶ່ງມີເຮືອກູ້ໄພເຂົ້າມາຊ່ວຍເຫຼືອ ສ່ວນເຫຼືອອີກ 425 ຄົນ ແມ່ນຈົມລົງກັບເຮືອ ພ້ອມດ້ວຍຄຳໜັກ 21 ໂຕນ; ຄຳຈຳນວນດັ່ງກ່າວ ຖືກຄິດໄລ່ມູນຄ່າ ແມ່ນປະມານ 5,6 ຕື້ໂດລາ; ໃນນັ້ນ, ແມ່ນຍັງບໍ່ໄດ້ຄິດໄລ່ຄຳປະເພດເປັນຫຼຽນຄຳທີ່ເກົ່າແກ່ ຖ້າເຖິງປັດຈຸບັນແມ່ນຈະມີມູນຄ່າສູງຫຼາຍຮ້ອຍເທົ່າ ເພາະຖ້າທຽບແລ້ວມັນໄດ້ກາຍເປັນຊັບສົມບັດເກົ່າແກ່ສົມຄວນ.

ເມື່ອສະພາບເຮືອຂົນຄຳດັ່ງກ່າວຈົມລົງກົ້ນທະເລ ຈຶ່ງເປັນເຫດໃຫ້ສະພາບການຕະຫຼາດຊື້-ຂາຍຄຳໃນຫຼາຍທ້ອງຖິ່ນເກີດຄວາມສັ່ນຄອນ ກົດລາຄາຄຳສູງຂຶ້ນເປັນ 2,5 ເທື່ອ ແລະ ນີ້ອາດເວົ້າໄດ້ວ່າ ເກີດສະພາບວິກິດຂອງເສດຖະກິດຄັ້ງທຳອິດຂອງໂລກຂຶ້ນ.

ໃນໄລຍະນັ້ນ ແມ່ນຍັງບໍ່ທັນມີດາວທຽມ, ບໍ່ທັນມີລະບົບ GPS ເພື່ອຕິດຕາມເຮືອຄືປັດຈຸບັນ; ດັ່ງນັ້ນ, ຈຶ່ງບໍ່ມີໃຜຮູ້ວ່າ ຈຸດເກີດເຫດເຮືອຈົມນັ້ນແມ່ນຈຸດໃດ, ພວກເຂົາຮູ້ພຽງແຕ່ວ່າມັນຈົມຢູ່ຈຸດໃດໜຶ່ງກາງທະເລທີ່ຫ່າງຈາກລັດ Carolina.

ຫຼັງຈາກເຫດການເກີດຂຶ້ນ ໄດ້ມີຫຼາຍອົງການລົງປະຕິບັດການຄົ້ນຫາຊາກເຮືອ ແລະ ຜູ້ເສຍຊີວິດ ແຕ່ກໍບໍ່ມີພາກສ່ວນໃດສາມາດຊອກເຫັນໄດ້ ເພາະວ່າອຸປະກອນທີ່ປະກອບໃນການກວດຄົ້ນສັນຍານຂອງເຮືອໃນໄລຍະນັ້ນ ແມ່ນຍັງຫຼ້າຫຼັງ ແລະ ນັກສຳຫຼວດກໍບໍ່ມີເຄື່ອງມືກວດຄົ້ນລົງເລິກໄດ້ກາຍ 50 ແມັດ.

ຜ່ານໄປເປັນເວລາດົນນານ ເຮືອ SS Central America ແມ່ນຖືກລືມໄປຕາມການເວລາ. ຕົກມາຮອດປີ 1988 ໝາຍຄວາມວ່າ ນັບແຕ່ມື້ເຮືອຈົມເປັນເວລາ 131 ປີ; ເລື່ອງເຮືອລຳດັ່ງກ່າວໄດ້ມີຂ່າວດັງຂຶ້ນມາອີກຄັ້ງ ໃນຂະນະທີ່ນັກສຳຫຼວດ Tommy Gregory Thompson ພ້ອມດ້ວຍທີມງານຂອງຜູ້ກ່ຽວ ໄດ້ຖະແຫຼງວ່າ ສາມາດຮູ້ໄດ້ບ່ອນຈົມຂອງເຮືອລຳດັ່ງກ່າວແລ້ວ.

ທ້າວ Tommy Gregory Thompson ໄດ້ສະເໜີຕໍ່ບັນດານັກລົງທຶນຫຼາຍພາກສ່ວນໃນການປະກອບສ່ວນລົງທຶນໃນງົບປະມານ 12,5 ລ້ານໂດລາ ເພື່ອນຳໃຊ້ເປັນເງິນທຶນເຂົ້າໃນການເກັບກູ້ຄຳທີ່ຕົນເອງພົບເຫັນດັ່ງກ່າວ; ໂດຍອີງຕາມກົດໝາຍຂອງປະເທດອາເມລິກາ ແລະ ສະເພາະລັດໃດໜຶ່ງທີ່ໄດ້ກຳນົດໄວ້ວ່າ ຖ້າຫາກເຮືອຂົນສົ່ງສິນຄ້າ ຫຼື ເຮືອບັນທຸກຫາກເກີດອຸບັດຕິເຫດຈົມລົງພື້ນທະເລ ຈາກມື້ເກີດເຫດຈົນແກ່ຍາວໄປເປັນເວລາ 60 ປີ ແລ້ວຍັງບໍ່ມີທີມງານໃດຊອກ ຫຼື ເກັບກູ້ຂຶ້ນມາໄດ້ ແມ່ນຖືວ່າໝົດກຳນົດການຄອບຄອງຂອງເຈົ້າຂອງເຮືອ, ຊັບສິນທັງໝົດທີ່ມີຢູ່ໃນເຮືອທີ່ຈົມ ຈະຖືວ່າເປັນຂອງຜູ້ຊອກເຫັນ ແລະ ຖ້າເຮືອລຳດັ່ງກ່າວຫາກໄດ້ເຮັດປະກັນໄພ ແລະ ບໍລິສັດປະກັນໄພໄດ້ຈ່າຍຄ່າຊົດເຊີຍການເສຍຫາຍໃຫ້ເຈົ້າຂອງເຮືອ, ຜູ້ພົບເຫັນ ຫຼື ຂຸດຄົ້ນຂຶ້ນມານັ້ນ ກໍຕ້ອງໄດ້ຈ່າຍຄ່າເງິນປະກັນໄພນັ້ນໃຫ້ບໍລິສັດທີ່ໄດ້ຈ່າຍໃຫ້ເຈົ້າຂອງເຮືອນັ້ນທັງໝົດ. ຕາມການຄິດໄລ່ແລ້ວ ຫຼັງຈາກທີ່ເອົາຊັບສິນທັງໝົດຂຶ້ນມາຂາຍ ແລະ ຈ່າຍໃຫ້ບໍລິສັດປະກັນໄພແລ້ວ ພວກເຂົາແມ່ນຍັງຈະໄດ້ຢູ່ອີກ 500 ລ້ານໂດລາ.

ທ້າວ Tommy Gregory Thompson ເກີດວັນທີ 15 ເມສາ 1952 ທີ່ລັດອິນເດຍນາ ປະເທດອາເມລິກາ, ຜູ້ກ່ຽວແມ່ນນັກສຳຫຼວດທະເລ ເຊິ່ງເວົ້າໄດ້ວ່າແມ່ນນັກລ່າສົມບັດໃຕ້ທະເລທີ່ໂດ່ງດັງຄົນໜຶ່ງ ເພາະວ່າຜູ້ກ່ຽວສາມາດປະດິດອຸປະກອນສຳຫຼວດພື້ນທະເລດ້ວຍການບັນຊາທາງໄກ ເຊິ່ງຜູ້ກ່ຽວໃສ່ຊື່ວ່າດີໂມ. ອຸປະກອນສຳຫຼວດດັ່ງກ່າວ ສາມາດລົງເລິກໄດ້ເຖິງ 3.000 ແມັດ ພ້ອມນັ້ນຍັງມີລະບົບເກັບກູ້ເອົາຊັບສິນໃນພື້ນທະເລ ເມື່ອພົບເຫັນ. ສະນັ້ນ, ແນ່ນອນວ່າ ກ່ອນໜ້າທີ່ຈະພົບເຫັນຊາກເຮືອ SS Central America ພວກເຂົາກໍພົບຊາກເຮືອອື່ນຈຳນວນຫຼາຍລຳມາກ່ອນ ແຕ່ວ່າຊັບທີ່ໄດ້ມາແມ່ນພຽງພໍແຕ່ໃຊ້ຄ່າເຊົ່າວັດຖຸອຸປະກອນທີ່ນຳມາຂຸດຄົ້ນ ແລະ ຄ່າຈ້າງສະມາຊິກໃນທີມງານເທົ່ານັ້ນ.

ວັນທີ 11 ກັນຍາ 1988, ໃນຂະບວນການລົງສຳຫຼວດຂອງທ້າວ Tommy Gregory Thompson ເຊິ່ງສາມາດຮູ້ໄດ້ຈາກພາບຖ່າຍຂອງອຸປະກອນດີໂມ ໃຫ້ເຫັນວ່າເຮືອ SS Central America ນອນຢູ່ພື້ນທະເລຫ່າງຈາກລັດກາໂຣລີນາ 257 ກິໂລແມັດ ດ້ວຍຄວາມເລິກ 2.200 ແມັດ; ຍ້ອນຕົວລຳເຮືອຫັກພັງ ຈຶ່ງເຮັດໃຫ້ຄຳຈຳນວນໜຶ່ງຕົກເຮ່ຍອອກທາງນອກເຮືອ.

ພ້ອມດຽວກັນນີ້, ທ້າວ Tommy Gregory Thompson ໄດ້ລົງທະບຽນສ້າງຕັ້ງບໍລິສັດທີ່ໃສ່ຊື່ວ່າ: Columbus America Discovery ພ້ອມທັງຈົດທະບຽນຂຸດຄົ້ນເຮືອ SS Central America ດ້ວຍເງິນຈົດທະບຽນ 12,5 ລ້ານໂດລາ. ເງິນຈຳນວນດັ່ງກ່າວ ແມ່ນໄດ້ມາຈາກການສົມທົບທຶນຈາກນັກທຸລະກິດ; ຫຼັງຈາກເວລາ 1 ເດືອນ ໃນການຂຸດຄົ້ນຢ່າງຈິງຈັງ ອຸປະກອນຈັບຄຳ ໄດ້ນຳຄຳຈາກເຮືອລຳດັ່ງກ່າວຂຶ້ນມາຈຳນວນໜຶ່ງ ເຊິ່ງປະເມີນລາຄາໄດ້ປະມານ 150 ລ້ານໂດລາ, ໃນນັ້ນມີຄຳໜຶ່ງແທ່ງໜັກ 36 ກິໂລກຼາມ ສະເພາະຄຳແທ່ງດັ່ງກ່າວນີ້ ທ້າວ Tommy ເອົາໄປຂາຍໄດ້ເງິນ 8 ລ້ານໂດລາ. ຫຼັງຈາກຂາຍແລ້ວ ຜູ້ກ່ຽວກໍເອົາຕົວຫຼົບໜີໄປກັບແຟນສາວ ຊື່ ນາງ Alison Antekeier ຈົນມາເຖິງມື້ເຈົ້າໜ້າທີ່ຈັບຕົວໄດ້ ໃນວັນທີ 21 ມັງກອນ 2015 ຜ່ານມາ, ທີ່ໂຮງແຮມ Hilton ນະຄອນ Boca Raton ລັດຟໍຣິດາ ປະເທດອາເມລິກາ.