ສະກຸນເງິນໂດລາສະຫະລັດ ປັບຕົວຂຶ້ນລົງ ເມື່ອທຽບກັບສະກຸນເງິນຫຼັກໆ ໃນການຊື້-ຂາຍທີ່ຕະຫຼາດເງິນຕາຕ່າງປະເທດນິວຢອກ ໃນວັນທີ 11 ມິຖຸນາ ຜ່ານມາ, ຂະນະທີ່ນັກລົງທຶນຈັບຕາກອງປະຊຸມສຸດຍອດຄັ້ງປະຫວັດສາດ ລະຫວ່າງ ປະທານາທິບໍດີ ໂດໂນ ທຣຳ ແລະ ທ່ານ ຄິມ ຈອງ ອຶນ ຜູ້ນຳ ສ ເກົາຫຼີ ເຊິ່ງມີຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ປະເທດສິງກະໂປ ລວມທັງກອງປະຊຸມນະໂຍບາຍການເງິນຂອງທະນາຄານກາງ ສະຫະລັດ ອາເມລິກາ (ເຟດ) ແລະ ທະນາຄານກາງເອີຣົບ (ອີຊີບີ) ເຊິ່ງຈະມີຂຶ້ນໃນອາທິດນີ້.

ໂດລາສະຫະລັດ ແຂງຄ່າ ເມື່ອທຽບກັບ ເງິນເຢນ ຢູ່ທີ່ລະດັບ 110,03 ເຢນ ຈາກລະດັບ 109,47 ເຢນ, ແຕ່ອ່ອນຄ່າລົງ ເມື່ອທຽບກັບ ຟຣັງສະວິດ ທີ່ລະດັບ 0,9851 ຟຣັງ ຈາກລະດັບ 0,9852 ຟຣັງ, ສ່ວນເອີໂຣ ແຂງຄ່າຂຶ້ນ ເມື່ອທຽບກັບ ໂດລາສະຫະລັດ ທີ່ລະດັບ 1,1787 ໂດລາ ຈາກລະດັບ 1,1768 ໂດລາ, ຂະນະທີ່ເງິນປອນ ອ່ອນຄ່າລົງສູ່ລະດັບ 1,3380 ໂດລາ ຈາກລະດັບ 1,3416 ໂດລາ ແລະ ໂດລາອົດສະຕຣາລີ ແຂງຄ່າຂຶ້ນເຖິງລະດັບ 0,7606 ໂດລາສະຫະລັດ ຈາກລະດັບ 0,7600 ໂດລາສະຫະລັດ.

ນອກຈາກນີ້, ນັກລົງທຶນຍັງຈັບຕາກອງປະຊຸມນະໂຍບາຍການເງິນຂອງເຟດ ໃນວັນທີ 12-13 ມິຖຸນານີ້ ໂດຍນັກວິເຄາະຄາດວ່າ: ເຟດຈະປັບຂຶ້ນອັດຕາດອກເບ້ຍ 0,25% ໃນກອງປະຊຸມຄັ້ງນີ້ ຫຼັງຈາກທີ່ ສະຫະລັດ ອາເມລິກາ ເປີດເຜີຍຕົວເລກການຈ້າງງານ ແລະ ຄ່າຈ້າງງແຮງງານທີ່ເພີ່ມຂຶ້ນຢ່າງແຂງແກ່ນ.

ສ່ວນກອງປະຊຸມນະໂຍບາຍການເງິນຂອງອີຊີບີ ຈະມີຂຶ້ນໃນວັນທີ 14 ມິຖຸນານີ້ ໂດຍຄາດວ່າ: ອີຊີບີຈະສົ່ງສັນຍານປັບຫຼຸດວົງເງິນຊື້ພັນທະບັດ ມາດຕະການຫຼຸດຜ່ອນດ້ານປະລິມານ (ຄິວອີ) ຈາກລະດັບ 3 ໝື່ນລ້ານເອີໂຣຕໍ່ເດືອນ ເຊິ່ງມີກຳນົດສິ້ນສຸດໃນເດືອນກັນຍານີ້.

ສຳລັບຂໍ້ມູນເສດຖະກິດທີ່ສຳຄັນຂອງ ສະຫະລັດ ອາເມລິກາ ເຊິ່ງຈະມີການເປີດເຜີຍໃນອາທິດນີ້ ໄດ້ແກ່: ດັດສະນີລາຄາຜູ້ບໍລິໂພກ (ຊີພີໄອ) ເດືອນພຶດສະພາ, ດັດສະນີລາຄາຜູ້ຜະລິດ (ພີພີໄອ) ເດືອນພຶດສະພາ, ຍອດຄ້າຂາຍຍ່ອຍເດືອນພຶດສະພາ, ຈຳນວນຜູ້ຂໍຮັບສະຫວັດດີການລາຍອາທິດ, ດັດສະນີລາຄານຳເຂົ້າ-ສົ່ງອອກເດືອນພຶດສະພາ, ສິນຄ້າຄ້າງສາງພາກທຸລະກິດເດືອນເມສາ, ການຜະລິດພາກອຸດສາຫະກຳ-ການໃຊ້ກຳລັງການຜະລິດເດືອນພຶດສະພາ ແລະ ດັດສະນີຄວາມເຊື່ອໝັ້ນຜູ້ບໍລິໂພກຂັ້ນຕົ້ນເດືອນມິຖຸນາ ຈາກມະຫາວິທະຍາໄລມິຊິແກນ.