ຂ່າວຕ່າງປະເທດລາຍງານໃນ ວັນທີ 19 ມິຖຸນາ ທີ່ຜ່ານມາ, ເຈົ້າໜ້າທີ່ລັດອະຊຳ ຂອງອິນເດຍ ເຜີຍວ່າ: ຝົນຕົກ ແຮງຕິດຕໍ່ກັນຫຼາຍວັນເຮັດໃຫ້ນໍ້າໃນແມ່ນໍ້າພອນມະບຸດ ເພີ່ມຂຶ້ນກະທັນຫັນ ແລະ ໄຫຼຖ້ວມຫຼາຍບ້ານພາຍໃນ 10 ເມືອງ ໃນລັດອະຊໍາ ທາງພາກຕາເວັນອອກສຽງເໜືອຂອງອິນ ເດຍ, ມີເຮືອນປະຊາຊົນຫຼາຍກວ່າ 1.500 ຫຼັງຄາ ໄດ້ຮັບຜົນກະທົບຮ້າຍແຮງ.
ສຳນັກງານອຸຕຸນິຍົມວິທະຍາ ຂອງອິນເດຍ ເຕືອນວ່າ ຈະມີຝົນ ແລະ ພະຍຸອີກໃນໄລຍະ 48 ຊົ່ວ ໂມງຂ້າງໜ້າ. ທາງ ລັດຈຶ່ງໄດ້ກຽມ ພ້ອມເຝົ້າລະວັງລະດັບສູງສຸດ, ຂະນະທີ່ກອງທັບໄດ້ສົ່ງແຮລີກົບ ແຕເຂົ້າໃຫ້ການຊ່ວຍເຫຼືອແລ້ວ ຍອດຜູ້ເສຍຊີວິດໃນລັດອະຊຳ, ລັດຕຣີປຸຣະ ແລະ ລັດຍີປຸຣະ ລວມເກືອບ 20 ຄົນ ແລະ ຜູ້ທີ່ບໍ່ມີບ່ອນຢູ່ອາໄສ ຫຼາຍເຖິງ 800. 000 ຄົນ.
ສ່ວນໃນປະເທດບັງກລາເທດ ບ້ານທີ່ຢູ່ລຽບແຄມແມ່ນໍ້າພອນມະບຸດ ນໍ້າລົ້ນຝັ່ງໄຫຼເຂົ້າຖ້ວມເຮືອນປະຊາຊົນ ເຮັດ ໃຫ້ມີຜູ້ເສຍຊີວິດ 11 ຄົນ ບໍ່ມີທີ່ຢູ່ອາໄສຫຼາຍ ກວ່າ 250.000 ຄົນ. ນອກນັ້ນ ຍັງເກີດດິນເຈື່ອນ ແລະ ໄພພິບັດ ຈາກຝົນຕົກຢ່າງຮ້າຍແຮງ ມີຜູ້ ເສຍຊີວິດຢູ່ທາງຕາເວັນອອກສຽງ ໃຕ້ຂອງປະເທດ 12 ຄົນ.