ໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມ (ຄປຖ) ແລະ ເສັ້ນທາງເລກທີ 11 ໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນໂຄງການທາງປູຢາງຂົວອັດສະຟານ ຕົວແບບດ້ານມາດຕະຖານເຕັກນິກຂອງອາຊຽນ ທີ່ປະຊາຊົນອາໄສຢູ່ເຂດດັ່ງກ່າວລໍຄອຍຄວາມຫວັງທີ່ຈະໄດ້ເສັ້ນທາງປູຢາງໃໝ່ ເພື່ອການຄົມມະນາຄົມສັນຈອນໄປ-ມາສະດວກສະບາຍດີຂຶ້ນກວ່າເກົ່າ; ມາເຖິງປັດຈຸບັນ, ໂຄງການດັ່ງກ່າວມີຄວາມຄືບໜ້າແລ້ວ 90%; ຂະນະເຈົ້າຂອງໂຄງການຢືນຢັນ ຈະກໍ່ສ້າງໃຫ້ສໍາເລັດ 100% ໃນທ້າຍປີນີ້.

ທ່ານ ສຸກກະເສີມ ດາລາແສນ ຫົວໜ້າໂຄງການ ຄປຖ ໃຫ້ສໍາພາດວ່າ: ໃນເບື້ອງຕົ້ນຂອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ສ້າງຄວາມສົງໄສໃຫ້ແກ່ພໍ່-ແມ່ປະຊາຊົນມາຕະຫຼອດກ່ຽວກັບ ໂຄງການກໍ່ສ້າງເສັ້ນທາງປູຢາງຂົ້ວອັດສະຟານເສີມຄູ ກັບຄູປ້ອງກັນນ້ຳຖ້ວມເຂດວຽງຈັນຕອນໃຕ້ວ່າ ຈະເກີດຂຶ້ນແທ້ບໍ່ ເພາະເລີ່ມຕັ້ງແຕ່ມີການເຊັນສັນຍາກູ້ຢືມເງິນ ຈາກທະນາຄານພັດທະນາອາຊີ (ເອດີບີ) ໃນປີ 2012 ແລະ ໄດ້ເຊັນສັນຍາໂຄງການກໍ່ສ້າງໃນວັນທີ 7 ເມສາ 2016 ຢ່າງເປັນທາງການ ແຕ່ການກໍ່ສ້າງບໍ່ມີຄວາມຄືບໜ້າ ເຮັດໃຫ້ການສັນຈອນໄປ-ມາພົບຄວາມຫຍຸ້ງຍາກຫຼາຍ, ຍາມແລງເປັນຝຸ່ນ, ຍາມຝົນເປັນຂຸມເປັນຕົມມື່ນ, ກາຍເປັນບັນຫາທີ່ປະຊາຊົນເມືອງຫາດຊາຍຟອງ ໃຫ້ຄວາມສົນໃຈຫຼາຍ ແລະ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງລົງມາແກ້ໄຂດ່ວນ.

ຈາກບັນຫາຄືດັ່ງກ່າວນີ້, ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມທີ່ສາມາດຮອງຮັບນ້ຳຖ້ວມໃນລະດັບທີ່ເຄີຍຖ້ວມ ໃນປີ 2008 ສຳເລັດ 100% ແລະ ໂຄງການກໍ່ສ້າງທາງປູຢາງຂົ້ວອັດສະຟານ ເລກທີ 11 ໃຕ້ ມີຄວາມຄືບໜ້າ 90% ຂອງໂຄງການທັງໝົດ ແລະ ຈະກໍ່ສ້າງໃຫ້ສໍາເລັດວຽກໜ້າທາງກ່ອນລະດູຝົນປີນີ້ ແລະ ໃນທ້າຍປີ 2018 ຈະໃຫ້ສໍາເລັດ 100%; ໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມ ເປັນໂຄງການທີ່ຂຶ້ນກັບໂຍທາທິການທາງນ້ຳ ກະຊວງໂຍທາທິການ ແລະ ຂົນສົ່ງ ພາຍໃຕ້ໂຄງການຄຸ້ມຄອງຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ( ຄຖລ ) ມີໜ້າທີ່ຕົ້ນຕໍໃນການຈັດຕັ້ງປະຕິບັດການກໍ່ສ້າງຄູປ້ອງກັນນ້ຳຖ້ວມຢູ່ເຂດວຽງຈັນ ຕອນໃຕ້ ແຕ່ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ຫຼື LAOSAT ໄປຫາ ສົ້ນຂົວຫ້ວຍໝາກຮຽວ ລວມໄລຍະທາງທັງໝົດ 32,2 ກິໂລແມັດ; ໃນນີ້, ແບ່ງອອກເປັນ 2 ຊ່ວງ ຄື: ຊ່ວງທີ 1 ແມ່ນກໍ່ສ້າງຄູດິນເສີມຈາກຄູເກົ່າ ຍົກລະດັບຂຶ້ນ 50 ຊັງຕີແມັດ, ໜ້າທາງກວ້າງ 4 ແມັດ ນັບແຕ່ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ຫຼື LAOSAT ໄປຫາ ຂົວມິດຕະພາບລາວໄທ 1 ມີຄວາມຍາວ 4 ກິໂລແມັດ; ຊ່ວງທີ 2 ແຕ່ສົ້ນຂົວມິດຕະພາບ ໄປຫາ ຫ້ວຍໝາກຮຽວບ້ານນາລ້ອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄລຍະທາງຍາວ 26,4 ກິໂລແມັດ ເປັນທາງຄູກັນນໍ້າ, ໜ້າທາງກວ້າງ 10 ແມັດ ບໍ່ມີບ່າທາງ, ປູທັບດ້ວຍຢາງຂົ້ວອັດສະຟານໜາ 5 ຊັງຕີແມັດ, ສາມາດຮັບນ້ຳໜັກໄດ້ 11 ໂຕນ, ຕໍ່ເພົາກໍ່ສ້າງປະຕູລະບາຍນ້ຳໃໝ່ຈຳນວນໜຶ່ງ ແລະ ກໍ່ສ້າງຄູກັນນ້ຳ-ຄູດິນເພີ່ມເຕີມດ້ານນອກ ທີ່ສາມາດຮັບຮອງລະດັບນ້ຳສູງສຸດ ເຊິ່ງລວມມູນຄ່າການກໍ່ສ້າງທັງໝົດ 10 ລ້ານໂດລາສະຫະລັດ ເທົ່າກັບ 80 ຕື້ກີບ.

ທ່ານຫົວໜ້າໂຄງການ ຄປຖ ກ່າວຕື່ມອີກວ່າ: ທຶນໃນການກໍ່ສ້າງ ແມ່ນໄດ້ກູ້ຢືມຈາກທະນາຄານພັດທະນາອາຊີ (ເອດີບີ) ເພື່ອມາໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງຮ່າງຂອງທາງ, ສ່ວນການເສຍຄ່າຊົດເຊີຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງ ແມ່ນທາງທະນາຄານພັດທະນາອາຊີ ໄດ້ໃຫ້ການຊ່ວຍເຫຼືອທັງໝົດ; ຄວາມຄືບໜ້າຂອງໜ້າວຽກປະກອບມີ: ວຽກອະນາໄມໜ້າທາງ, ບຸກເບີກດິນຕັດ, ຖົມດິນຄັນທາງສຳເລັດ 100%, ຖົມດິນຊັ້ນຍົກລະດັບໄດ້ 98%, ຊັ້ນຮອງພື້ນທາງ 85%, ສີດຢາກັນຊຶມ ແລະ ປູຢາງຂົ້ວອັດສະພານ 85%, ລວມວຽກກໍ່ສ້າງໜ້າທາງສໍາເລັດທັງໝົດ 90%, ສ່ວນໂຄງສ້າງລະບາຍນໍ້າສໍາເລັດ 76% ແລະ ວຽກປະກອບອື່ນໆ 14%, ສຳເລັດການກໍ່ສ້າງຝາເບຕົງເສີມເຫຼັກກັນເຈື່ອນປະຕູຫ້ວຍນໍ້າວັງວາດ, ສຳເລັດການສ້ອມແປງປະຕູຫ້ວຍນໍ້າຂາມຫວານ ແລະ ຈະເລັ່ງໃຫ້ສຳເລັດວຽກໜ້າທາງກ່ອນລະດູຝົນປີນີ້; ສ່ວນໃນໄລຍະລະດູຝົນແມ່ນຈະເລັ່ງງານຕົວແຕ່ງໜ້າທາງ, ຂອບທາງ, ເສົາເຕືອນໄພ, ປ້າຍຈະລາຈອນ ແລະ ອົງປະກອນອື່ນໆ ຕາມມາດຕະຖານເຕັກນິກການກໍ່ສ້າງ ເພື່ອໃຫ້ສຳເລັດຕາມກຳນົດສັນຍາໃນທ້າຍປີ 2018 ນີ້ ແລະ ສາມາດເປີດນຳໃຊ້ທາງໄດ້ຢ່າງເປັນທາງການ.