ສຳລັບເຮືອນໃດທີ່ລ້ຽງປາບໍ່ວ່າຈະລ້ຽງໃນອ່າງໜ້າບ້ານ ຫຼື ລ້ຽງປະໄວ້ໃນຕູ້ ສິ່ງທີ່ສຳຄັນນອກຈາກການເບິ່ງແຍງອ່າງປາແລ້ວ ຍັງຕ້ອງໄດ້ເອົາໃຈໃສ່ເບິ່ງ ແລະ ຮັກສາຄວາມສະອາດຢູ່ສະເໝີ; ດັ່ງນັ້ນ, ມື້ນີ້ເຮົາມີວິທີງ່າຍໆໃນການຮັກສາ ແລະ ເຮັດໃຫ້ຕູ້ປາສະອາດຢູ່ສະເໝີມາຝາກ, ເຊິ່ງມີຂັ້ນຕອນງ່າຍໆດັ່ງລຸ່ມນີ້:

1. ໝັ່ນອະນະໄມຕູ້ລ້ຽງປາໃຫ້ສະອາດຢູ່ເລື້ອຍໆ: ທຸກໆອາທິດຕ້ອງໄດ້ປ່ຽນນ້ຳຕູ້ລ້ຽງປາ ດີກວ່າດົນໆຈຶ່ງປ່ຽນ ແລ້ວລ້າງຕູ້ໃໝ່ບາດດຽວ ເພາະຖ້າຫາກດົນໆຈຶ່ງມາລ້າງເທື່ອໜຶ່ງ ຈະເຮັດໃຫ້ແບັກທີເຣຍທີ່ອາໄສຢູ່ຕາມຫີນຕ່າງໆຖືກທຳລາຍ ( ເຊິ່ງເປັນແບັກທີເຣຍທີ່ປາ ຂາດບໍ່ໄດ້ ).

2. ໃຫ້ເວລາເເບັກທີເຣຍໄດ້ຂະຫຍາຍໄປທົ່ວຕູ້ລ້ຽງປາກ່ອນ: ບໍ່ຄວນນຳປາໃສ່ລົງໄປໃນຕູ້ທີ່ຫາກໍຊື້ມາໃໝ່ໆ ຄວນຈະປ່ອຍໃຫ້ຕູ້ປາມີເຊື້ອເເບັກທີເຣຍທີ່ມີປະໂຫຍດປະປົນຢູ່ກ່ອນທີ່ຈະປ່ອຍປາລົງໄປ ເພາະເເບັກທີເຣຍເຫຼົ່ານັ້ນ ຕ້ອງການເວລາໃນການຂະຫຍາຍຕົວ ເພື່ອໃຫ້ສານແອມໂມເນີຍ ຈາກເເບັກທີເຣຍຄ່ອຍໆຂະຫຍາຍ ແລະ ແຜ່ລາມອອກເທື່ອລະເລັກລະໜ້ອຍ.

3. ປ່ຽນຖ່າຍນ້ຳເປັນປະຈຳ: ບໍ່ໃຫ້ປ່ຽນນ້ຳໃນຕູ້ປາບາດດຽວຈົນໝົດ ໂດຍການນຳນ້ຳເກົ່າອອກປະມານ 10%-20% ໃນແຕ່ລະຄັ້ງ ເຊິ່ງນ້ຳທີ່ນຳມາປ່ຽນກໍຄວນນຳເອົາສານຄຣໍລາຍ ອອກກ່ອນ ແລະ ເປັນນ້ຳທີ່ສາມາດປັບໃຫ້ເຂົ້າກັບອຸນຫະພູມຂອງຫ້ອງໄດ້, ທ່ານອາດໃຊ້ເຄື່ອງມືວັດລະດັບສີຂອງນ້ຳ ຈະຊ່ວຍໃຫ້ເຮົາກະປະລິມານທີ່ຖືກຕ້ອງໄດ້ງ່າຍຂຶ້ນ.

4. ເຮັດຄວາມສະອາດເຄື່ອງປ່ອຍອົກຊີ: ຄວາມຈິງແລ້ວອົກຊີທີ່ເຮົາຊື້ມາ ແມ່ນໃຊ້ປົກກະຕິດີ ຖ້າຫາກຄຸນນະພາບນັ້ນດີພໍ ແຕ່ບາງຄັ້ງຖ້າປະໄວ້ດົນໆ ເຄື່ອງປ່ອຍອົກຊີມັກຈະມີຈຳພວກສິ່ງເປິເປື້ອນມາປົກຄຸມ ເຊິ່ງຈະເຮັດໃຫ້ເຄື່ອງເຮັດວຽກບໍ່ໄດ້ເຕັມທີ່ ແລະ ສິ່ງສຳຄັນໃນການລ້າງປາ ຄວນນຳເອົານ້ຳເກົ່າທີ່ນຳອອກມາກ່ອນໜ້ານັ້ນ ມາລ້າງຕູ້ປາ ເພາະການໃຊ້ນ້ຳໃໝ່ລ້າງຈະເຮັດໃຫ້ເຊື້ອແບັກທີເຣຍ ອອກໄປນຳ.

5. ຕຳແໜ່ງການໃຫ້ອາຫານປາ: ຫຼັງຈາກເຮັດຄວາມສະອາດທຸກສ່ວນຂອງຕູ້ປາຮຽບຮ້ອຍແລ້ວ ອີກເລື່ອງທີ່ຕ້ອງເອົາໃຈໃສ່ຄື ຕຳແໜ່ງຂອງການໃຫ້ອາຫານປານັ້ນເອງ; ເຊິ່ງປາຈະມັກກິນອາຫານຈາກກ້ອນຫີນທີ່ຢູ່ລຸ່ມຕູ້ປາ ເພາະເສດອາຫານຈະບໍ່ຕົກຄ້າງຢູ່ຕາມກ້ອນຫີນກົ້ນຕູ້ນັ້ນເອງ.

5 ວິທີງ່າຍໆທີ່ກ່າວມາຂ້າງເທິງນີ້, ທ່ານອາດນຳໄປທົດລອງປະຕິບັດເບິ່ງ ເຊື່ອວ່າຈະມີຜົນປະໂຫຍດສຳລັບຜູ້ທີ່ມັກລ້ຽງປາ ໄດ້ບໍ່ນ້ອຍກໍຫຼາຍຢ່າງແນ່ນອນ.