ສະຕາບັກ ບໍລິສັດກາແຟລາຍໃຫຍ່ລະດັບໂລກ ປະການດໃນວັນທີ 9 ກໍລະກົດ ທີ່ຜ່ານມາວ່າ: ທາງບໍລິສັດຈະຍົກເລີກການໃຊ້ທໍ່ດູດພລາສຕິກ ໃນຮ້ານກາແຟ 28.000 ສາຂາ ພາຍໃນປີ 2020 ເຊິ່ງຖືວ່າເປັນບໍລິສັດຂະໜາດໃຫຍ່ລາຍຫຼ້າສຸດ ທີ່ເຂົ້າຮ່ວມໃນການຫຼຸດບັນຫາສິ່ງແວດລ້ອມຈາກຂີ້ເຫຍື້ອ ທີ່ເກີດຈາກພລາສຕິດທີ່ໃຊ້ພຽງຄັ້ງດຽວແລ້ວຖິ້ມ.

ສະຕາບັກ ໄດ້ທົດສອບການເລີກໃຊ້ທໍ່ດູດພລາສຕິກ ມາເປັນເວລາຫຼາຍເດືອນ ໂດຍສະເພາະຮ້ານກາແຟສະຕາບັກ ໃນປະເທດອັງກິດ ໃນທີ່ສຸດກໍປະກາດຂ່າວການເລີກໃຊ້ທໍ່ດູດພລາສຕິກ ທາງທະວິດເຕີຂອງບໍລິສັດໃນວັນທີ 9 ກໍລະກົດຜ່ານມາ; ທາງສະຕາບັກຈະທົດແທນທໍ່ດູດພລາສຕິກ ດ້ວຍາປິດທີ່ຜະລິດຈາກວັດສະດູຣີໄຊເຄີນ ໂດຍຢູ່ຝັານັ້ນຈະມີຫູໜ້ອຍໆ ເພື່ອໃຫ້ລູກຄ້າໄດ້ດື່ມເຄື່ອງດື່ມຈາກແກ້ວວໄດ້ໂດຍຕົງ. ເຊິ່ງສະຕາບັກ ໄດ້ທົດລອງໃຊ້ໃນຮ້ານຈຳໜ່າຍເຄື່ອງດື່ມເຢັນຂອງບໍລິສັດ ໃນສະຫະລັດ ອາເມລິກາ ແລະ ການາດາ.

ສຳລັບທໍ່ດູດພລາສຕິກ ເປັນວັດສະດູທີ່ຣີໄຊເຄິນໄດ້ຍາກ ແຕ່ສາເຫດບໍ່ໄດ້ມາຈາກວັດສະດຸທີ່ໃຊ້ຜະລິດ ແຕ່ເນື່ອງຈາກມີຮູບຮ່າງບາງເກີນໄປໃນລະບົບການຣີໄຊເຄິນໃນໂຮງງານ ໃນຂະນະທີ່ຝາປິດທີ່ຈະນຳມາໃຊ້ແທນນັ້ນ ເຮັດດ້ວຍ ພໍລີໂພຣໄພລີນ ຫຼື ເອີ້ນຫຍໍ້ວ່າ ພີພີ ເຊິ່ງເປັນພລາສຕິກຊະນິດໜຶ່ງທີ່ໃຊ້ເປັນວັດສະດຸສຳລັບຜະລິດຂອງ ບັນຈຸສິນຄ້າສຳລັບອາຫານ ແລະ ມີຂະໜາດໃຫຍ່ພໍສຳລັບເຄື່ອງຈັກທີ່ຈະນຳເຂົ້າໃນລະບົບຣີໄຊເຄິນໃນໂຮງງານ.

ຜູ້ບໍລິຫານດ້ານຜະລິດຕະພັນບັນຈຸອາຫານຂອງສະຕາບັກ ກ່າວວ່າ: ບໍລິສັດໄດ້ເດີນໜ້າເປັນຕົວຢ່າງໃຫ້ກັບບັນດາບໍລິສັດອື່ນໆ ແລະ ໄດ້ດຳເນີນຮອຍຕາມ; ສະຕາບັກ ຈະໃຊ້ຝາປິດແບບໃໝ່ໃຫ້ລູກຄ້າ ແຕ່ກໍມີທໍ່ດູດທີ່ເຮັດມາຈາກເຈ້ຍ ຫຼື ພລາສຕິກທີ່ຍ່ອຍສະລາຍໄດ້ ໃຫ້ກັບລູກຄ້າທີ່ຮ້ອງຂໍທໍ່ດູດຈາກທາງຮ້ານ.