ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກໍລະກົດ ທີ່ຜ່ານມາວ່າ: ທາງການໄຕ້ຫວັນ ບໍລິຈາກເງິນ 20 ລ້ານເຢນ (180.000 ໂດລາສະຫະລັດ) ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢ່າງໜັກ ແລະ ດິນເຈື່ອນທາງຕາເວັນຕົກຂອງຍີ່ປຸ່ນ ຫຼັງເກີດຝົນຕົກໜັກ ຂະນະທີ່ຈຳນວນຜູ້ເສຍຊີວິດເພີ່ມຕໍ່ເນື່ອງຫຼ້າສຸດມີເຖິງ 140 ຄົນແລ້ວ ແລະ ຫາບສາບສູນອີກ 80 ກວ່າຄົນ.

ກະຊວງການຕ່າງປະເທດໄຕ້ຫວັນ ລະບຸວ່າ: ລັດຖະບານຕັດສິນໃຈບໍລິຈາກເງິນ ຈຳນວນ 20 ລ້ານເຢນ ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກເຫດໄພພິບັດໃນຄັ້ງນີ້ ໂດຍຫວັງວ່າຈະມີການຟື້ນຟູພື້ນທີ່ປະສົບໄພໃນອີກບໍ່ດົນ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈະກັບມາມີຊີວິດຕາມປົກກະຕິໂດຍໄວທີ່ສຸດ.

ດ້ານກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ອອກຖະແຫຼງການ ເຕືອນປະຊາຊົນເຖິງອັນຕະລາຍຂອງດິນເຈື່ອນ ແລະ ນ້ຳຖ້ວມໜັກ ຫຼັງຈາກຝົນທີ່ຕົກໜັກຕິດຕໍ່ກັນ ຈາກພາຍຸໂຊນຮ້ອນ ພະພິລຸນ ເຊິ່ງພັດເຂົ້າຍີ່ປຸ່ນ ຕັ້ງແຕ່ຕົ້ນເດືອນນີ້ ເຊິ່ງປັດຈຸບັນພາຍຸດັ່ງກ່າວ ໄດ້ເລີ່ມອ່ອນກຳລັງລົງ ແລະ ເຄື່ອນທີ່ໄປທາງເໜືອຜ່ານທະເລຍີ່ປຸ່ນ.

ພາວະອາກາດດັ່ງກ່າວ ສົ່ງຜົນກະທົບຕໍ່ 11 ແຂວງໃນຍີ່ປຸ່ນ ແລະ ສ້າງຄວາມເສຍຫາຍໃຫ້ເສັ້ນທາງຫຼາຍສາຍ ຂະນະທີ່ເກີດນ້ຳຖ້ວມໜັກ ແລະ ເຮັດໃຫ້ຕ້ອງມີການຢຸດບໍລິການລົດໄຟ 37 ເສັ້ນທາງ ນຳອີກ.

ຂະນະດຽວກັນ, ພາກທຸລະກິດໃນຍີ່ປຸ່ນ ຍັງຄົງໄດ້ຮັບຜົນກະທົບຈາກພາວະຝົນຕົກໜັກ ນ້ຳຖ້ວມໃນປະເທດ ໂດຍບໍລິສັດ ມາສດາ ມໍເຕີ ຄອບ ແລະ ໄດຮັດສຸ ມໍເຕີ ເຊິ່ງເປັນບໍລິສັດຜະລິດລົດຍົນຂະໜາດນ້ອຍ ຂອງ ໂຕໂຢຕາ ມໍເຕີ ໄດ້ປະກາດຢຸດການຜະລິດທີ່ໂຮງງານໃນແຂວງກຽວໂຕ, ຮິໂຣຊິມາ ແລະ ຢາມາກຸຊິ ເພື່ອຮັບຮອງຄວາມປອດໄພຂອງພະນັກງານ ທ່າມກາງຄວາມບໍ່ແນ່ນອນຕໍ່ການຂົນສົ່ງອາໄຫຼ່ລົດຍົນ.

ດ້ານບໍລິສັດພານາໂຊນິກ ຄອບ ເປີດເຜີຍວ່າ: ບໍລິສັດໄດ້ເລື່ອນແຜນເປີດໂມງເວລາເຮັດວຽກ ສຳລັບໂຮງງານໃນເມືອງໂອກາຢາມາ ອອກໄປກ່ອນ ຂະນະທີ່ທາງບໍລິສັດກຳລັງປະເມີນຄວາມເສຍຫາຍຈາກການທີ່ໂຮງງານປະສົບພາວະນ້ຳຖ້ວມ ເຊິ່ງກະທົບຕໍ່ການຜະລິດກ້ອງວີດີໂອທີ່ໂຮງງານດັ່ງກ່າວ.