ສື່ທາງການຫວຽດນາມ ລາຍງານໃນວັນທີ 9 ກໍລະກົດ ທີ່ຜ່ານມາ ວ່າ: ເຈົ້າໜ້າທີ່ໄດ້ຈັບກຸມຕົວ 6 ຄົນ ຈາກເຄືອຂ່າຍການພະນັກອອນລາຍ ທີ່ມີເສີບເວີຢູ່ໃນປະເທດຟິລິບປິນ ເຊິ່ງດຶງດູດນັກພະນັນໄດ້ຫຼາຍພັນຄົນ.

ໂຄສົກກະຊວງຄວາມໝັ້ນຄົງສາທາລະນະ ຖະແຫຼງວ່າ: ການຈັບກຸມຄັ້ງນີ້ ມີຂຶ້ນໃນຂະນະທີ່ເຈົ້າໜ້າທີ່ທົ່ວອາຊີຕາເວັນອອກສຽງໃຕ້ ເຝົ້າລະວັງຢ່າງເຕັມທີ່ໃນໄລຍະການແຂ່ງຂັນບານໂລກ 2018 ລັດເຊຍ ຫຼັງຈາກທີ່ ຫວຽດນາມມີປະຕິບັດການປາບປາມການພະນັນອອນລາຍ ໃນເດືອນຜ່ານມາ. ເຄືອຂ່າຍການພະນັນ ເອັມ888 ມີນັກພະນັນຫຼາຍພັນຄົນຈາກທົ່ວປະເທດ ຄິດເປັນວົງເງິນ 87 ລ້ານໂດລາສະຫະລັດ ນັບຕັ້ງແຕ່ປີ 2015, ສຳລັບເວັບໄຊການພະນັນອອນລາຍດັ່ງກ່າວ ມີຖານຢູ່ທີ່ປະເທດຟິລິບປິນ ພ້ອມບໍລິການຫຼາຍພາສາ ແລະ ຄວບຄຸມການພະນັນທຸກຢ່າງ ແຕ່ຕາມລາຍງານບໍ່ໄດ້ຊີ້ຊັດເຈນວ່າ ກ່ຽວຂ້ອງກັບການພະນັນບານໂລກ ຫຼື ບໍ.

ຕຳຫຼວດຫວຽດນາມ ຈັບກຸມ 6 ຄົນ ລະຫວ່າງ ປະຕິບັດການບຸກກວດຄົ້ນຕາມເມືອງຫຼາຍແຫ່ງທົ່ວປະເທດ ໃນອາທິດຜ່ານມາ ໂດຍຢຶດລົດຍົນໄດ້ 3 ຄັນ ແລະ ເງິນສົດມູນຄ່າຫຼາຍແສນໂດລາສະຫະລັດ.