ວັນທີ 11 ກໍລະກົດຜ່ານມາ, ໂຣເຈີ ເຟັດເດີເຣີ ມືໜຶ່ງຂອງລາຍການ ຈາກສະວິດສ ຕົກຮອບ 8 ຄຸນສຸດທ້າຍຢ່າງໜ້າເສຍດາຍ ຍ້ອນເສຍໃຫ້ຄູ່ແຂ່ງທີ່ເປັນມືແປດ ຈາກອາຟຣິກກາໃຕ້ ເຄວິນ ແອນເດີສັນ 3-2 ເຊັດ 2-6, 6-7(7-5), 7-5, 6-4, 13-11 ໂດຍໃຊ້ເວລາແຂ່ງຂັນເຖິງ 4 ຊົ່ວໂມງ 13 ນາທີ ໃນການແຂ່ງຂັນເທັນນິດວິມເບີດັນ ທີ່ນະຄອນລອນດອນ ປະເທດອັງກິດ, ຮອບຫ່ອນຮອງຊະນະເລີດ ຫຼື ຮອບ 8 ຄົນສຸດທ້າຍ.
ສ່ວນຜົນການແຂ່ງຂັນຂອງຄູ່ອື່ນໆໃນຮອບດຽວກັນ ມີດັ່ງນີ້: ຣາຟາແອນ ນາດານ ມືສອງຂອງລາຍການ ຈາກແອັດສະປາຍ ຊະນະ ຮວນ ມາຕິນ ເດວປໍໂຕຼ ມືຫ້າຂອງລາຍການ ຈາກອາກຊັງຕິນ 3-2 ເຊັດ 7-5, 6-7(7-9), 4-6, 6-4, 6-4; ຈອນ ອີດສເນີ ມືເກົ້າຂອງລາຍການ ຈາກອາເມລິກາ ຊະນະ ມິລອດສ ຣາໂອນິກ ມື 13 ຈາກການາດາ 3-1 ເຊັດ 6-7(5-7), 7-6(9-7), 6-4, 6-3; ໂນວັກ ໂຢໂຄວິດ ມື 12 ຂອງລາຍການຈາກແຊກບີ ຊະນະ ເຄອິ ນິຊິໂຄຣິ ມື 24 ຈາກຍີ່ປຸ່ນ 3-1 ເຊັດ 6-3. 3-6, 6-2, 6-2.

ສ່ວນໃນປະເພດຍິງດ່ຽວໃນຮອບດຽວກັນ, ເຊເຣນາ ວິນລຽມ ອະດີດມືໜຶ່ງຂອງໂລກ ທີ່ເປັນມືວາງອັນດັບທີ 25 ຂອງລາຍການ ຈາກອາເມລິກາ ກໍຜ່ານເຂົ້າຮອບຮອງຊະນະເລີດ ຫຼື ຮອບ 4 ຄົນສຸດທ້າຍໄດ້ສຳເລັດ ເມື່ອເປັນຝ່າຍເອົາຊະນະ ຄາມິລາ ຈໍຈີ ຈາກອີຕາລີ ໄດ້ 2-1 ເຊັດ 3-6, 6-3, 6-4; ສຳລັບ ອານເຈລິກ ແຄເບີ ມື 11 ຂອງລາຍການ ເຊິ່ງເປັນມືວາງສູງສຸດຂອງການແຂ່ງຂັນໃນຮອບ 8 ຄົນສຸດທ້າຍ ກໍເອົາຊະນະ ດາເຣຍ ຄາຊັດກີນາ ມື 14 ຈາກລັດເຊຍ 2-0 ເຊັດ 6-3, 7-5.