ໂຄສົກລັດຖະບານຍີ່ປຸ່ນ ຖະແຫຼງວ່າ: ຍອດຜູ້ເສຍຊີວິດຈາກຝົນຕົກໜັກຫຼາຍເປັນປະຫວັດສາດ ເພີ່ມຂຶ້ນເປັນ 199 ຄົນແລ້ວ ໃນວັນທີ 12 ກໍລະກົດນີ້ ຂະນະທີ່ຍັງມີຜູ້ຫາຍສາບສູນອີກຫຼາຍຄົນ.

ທ່ານ ໂຢຊິຮິເດະ ຊູກະ ໂຄສົກລັດຖະບານຍີ່ປຸ່ນ ຖະແຫຼງວ່າ: ປະຕິບັດການຄົ້ນຫາຍັງຄົງດຳເນີນໄປຢ່າງຕໍ່ເນື່ອງ ຫຼັງຈາກທີ່ປະສົບສະພາບອາກາດທີ່ຮ້າຍແຮງທີ່ສຸດ ໃນຮອບກວ່າ 30 ປີ; ທາງດ້ານທ່ານ ນາຍົກລັດຖະມົນຕີ ຊິນໂຊ ອາເບະ ກໍໄດ້ລົງພື້ນທີ່ປະສົບໄພພິບັດ ໃນວັນທີ 11 ກໍລະກົດ ຜ່ານມາ ພ້ອມທັງມີແຜນຈະເດີນທາງໄປອີກແຫ່ງທີ່ປະສົບໄພນ້ຳຖ້ວມ ແລະ ດິນເຈື່ອນ ໃນວັນທີ 13 ກໍລະກົດນີ້ ໂດຍທ່ານ ອາເບະ ກໍໄດ້ຍົກເລີກພາລະກິດຢ້ຽມຢາມຕ່າງປະເທດໃນອາທິດນີ້ ເຊັ່ນກັນ.

ສ່ວນຄວາມຫວັງທີ່ຈະພົບຜູ້ລອດຊີວິດ ແມ່ນຈາງຫາຍໄປຫຼັງຝົນຕົກໜັກຫຼາຍ ເຖິງແມ່ນວ່າຕອນນີ້ຝົນຈະເຊົາລົງແດ່ແລ້ວ ແລະ ລະດັບນ້ຳຖ້ວມກໍເລີ່ມຫຼຸດລົງ ແຕ່ປະຊາຊົນຢ່າງໜ້ອຍ 10.000 ຄົນ ຕ້ອງອາໄສຢູ່ໃນສູນພັກອາໄສຊົ່ວຄາວ. ຂະນະດຽວກັນ, ບ້ານເຮືອນຢ່າງໜ້ອຍ 254.084 ຫຼັງ ແມ່ນຂາດນ້ຳສະອາດໃຊ້ ໃນແຂວງຮິໂຣຊິມາ, ເອຮິເມະ ແລະ ໂອຄາຢາມາ; ໂດຍຄາດຄະເນວ່າ ຈະຍັງບໍ່ສາມາດຟື້ນຟູລະບົບສາທາລະນຸປະໂພກໄດ້ໃນໄວໆນີ້. ສ່ວນທາງລັດຖະບານຍີ່ປຸ່ນ ກໍໄດ້ປະກາດແລ້ວວ່າ ຈະຈັດສັນເງິນສຸກເສີນພິເສດເພື່ອຊ່ວຍເຫຼືອປະຊາຊົນຢ່າງເຕັມທີ່.