ອາທິດແລ້ວນີ້, ພັທ ແສງປະເສີດ ສຸທໍາມະວົງ ຮອງຫົວໜ້າກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ໄດ້ນໍາເອົາ ອຸປະກອນສື່ສານທັນສະໄໝ (ໂຟນນີ) ມອບໃຫ້ກອງບັນຊາການ ປກສ ແຂວງໄຊຍະບູລີ, ຕາງໜ້າຮັບໂດຍ ພັທ ບຸນທຽນ ວົງລັດ ຫົວໜ້າຫ້ອງການ ປກສ ແຂວງ; ໂດຍມີ ພັອ ຄໍາ ແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ເພັດພິໄຊ ສູນວິໄລ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຫົວໜ້າຫ້ອງ, ຮອງຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງ, ຕາງໜ້າຈາກກອງບັນຊາການ ປກສ ເມືອງ, 4 ດ່ານຊາຍແດນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ແສງປະເສີດ ສຸທໍາມະວົງ ກ່າວວ່າ: ນອກຈາກມອບອຸປະກອນດັ່ງກ່າວແລ້ວ, ທາງກົມຍັງໄດ້ມີການຕິດຕັ້ງອຸປະກອນສື່ສານທັນສະໄໝ ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ວຽກງານວິຊາສະເພາະຂອງບັນດາກົມກອງທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ເພື່ອລາຍງານສະພາບການຕ່າງໆທີ່ເກີດຂຶ້ນໃຫ້ວ່ອງໄວ ແລະ ແກ້ໄຂໃຫ້ທັນສະພາບການ.

ເຄື່ອງທີ່ໄດ້ຮັບການຕິດຕັ້ງສຳເລັດ ແລະ ມອບໃຫ້ ປກສ ແຂວງໄຊຍະບູລີ ຄຸ້ມຄອງ, ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະມີການຕິດຕັ້ງຫຼັກອັງແຕນໃໝ່ ພ້ອມອຸປະກອນຄົບຊຸດ, ສ້າງສູນຄວບຄຸມໃໝ່ ພ້ອມອຸປະກອນຄົບຊຸດ, ຕິດຕັ້ງລະບົບສູນບັນຊາ MSO 1 ຊຸດ, ຕິດຕັ້ງລະບົບໄຟສຳຮອງ ພ້ອມອຸປະກອນ 1 ຊຸດ, ໝໍ້ໄຟ 6 ໜ່ວຍ, ສາຍສົ່ງ Sky 4 ເມັກ 1 ຊຸດ, ສາຍອິນເຕີເນັດ Unitel 2 ເມັກ 1 ຈຸດ, ຕິດຕັ້ງໝໍ້ນັບໄຟ 1 ຈຸດ ພ້ອມມືຖືຈໍານວນ 315 ເຄື່ອງ, ຊຸດ PD 688 ຈຳນວນ 210 ເຄື່ອງ, ຊຸດ PD 7889 ຈໍານວນ 105 ເຄື່ອງ.

ພ້ອມທັງໄດ້ແນະນໍາວິທີຄຸ້ມຄອງ-ນໍາໃຊ້ໃຫ້ພະນັກງານຜູ້ຮັບຜິດຊອບຕົວຈິງ ເພື່ອຮັບປະກັນການເຄື່ອນໄຫວວຽກ ງານສື່ສານ ປກສ ຂອງບັນດາກົມກອງ ໃຫ້ມີປະສິດທິຜົນສູງ.