ສະຫະພັນແມ່ຍິງແຂວງຊຽງຂວາງ ໄດ້ຈັດພິທີຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955-20 ກໍລະກົດ 2018) ໃນວັນທີ 17 ກໍລະກົດ 2018, ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ, ໂດຍມີ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ, ສະມາຊິກແມ່ຍິງຈາກບັນດາພະແນກການ ແລະ ກົມກອງອ້ອມຂ້າງແຂວງ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ທ່ານ ນາງ ບົວສີ ນາຖາວົງ ປະທານສະຫະພັນແມ່ຍິງແຂວງຊຽງຂວາງ ປາຖະກະຖາປະຫວັດມູນເຊື້ອການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງລາວໃນພາລະກິດການຕໍ່ສູ້ປົດປ່ອຍ ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ວ່າ: ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ສະຫະພັນແມ່ຍິງລາວ ໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດຂອງອົງການຈັດຕັ້ງສະຫະພັນແມ່ຍິງ ໃນການນຳພາ, ຄຸ້ມຄອງການຈັດຕັ້ງສະຫະພັນແມ່ຍິງ ໃຫ້ມີການເຄື່ອນໄຫວປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຜົນສຳເລັດເປັນພື້ນຖານໃນການຈັດຕັ້ງ ແລະ ຂະຫຍາຍຕົວຢ່າງກ້ວາງຂວາງໃນທຸກຂົງເຂດວຽກງານແຕ່ສູນກາງລົງຮອດທ້ອງຖິ່ນຮາກຖານ, ສະມາຊິກສະຫະພັນແມ່ຍິງ ໄດ້ຮັບການບຳລຸງກໍ່ສ້າງຢ່າງຕໍ່ເນື່ອງໃນທຸກສາຂາອາຊີບ, ສ້າງໃຫ້ແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້-ຄວາມສາມາດ, ມີວິ ຊາອາຊີບທີ່ສາມາດ ສ້າງລາຍຮັບໃຫ້ແກ່ ຕົນເອງ ແລະ ຄອບຄົວ, ເສີມຂະຫຍາຍມູນເຊື້ອແມ່ຍິງລາວ ໃຫ້ມີນ້ຳໃຈຮັກເຊື້ອແພງຊາດ, ເອື້ອເຟື້ອເພື່ອແຜ່, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ມີຄວາມອົນທົນດຸໝັ່ນຕໍ່ວຽກງານ, ບໍລິສຸດຜຸດຜ່ອງ, ຮັກສາສິດຜົນປະໂຫຍດ ອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ພ້ອມທັງສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ໂດຍປະຕິບັດສິດເສລີພາບລະຫວ່າງຍິງ-ຊາຍໃນຄອບຄົວ ແລະ ສັງຄົມ.

ໂອກາດດຽວກັນ, ທ່ານ ບົວສອນ ສີນວນທອງ ໄດ້ຮຽກຮ້ອງໃຫ້ສະມາຊິກສະຫະພັນແມ່ຍິງລາວ ໂດຍສະເພາະ ເເມ່ນແມ່ຍິງແຂວງຊຽງຂວາງ ຈົ່ງສືບຕໍ່ຮັກສາມູນເຊື້ອວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດລາວໄວ້ເປັນ ຢ່າງດີ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນກໍາລັງແຮງອັນເດັດດ່ຽວ, ຄຽງບ່າຄຽງໄຫຼ່ກັບເພດຊາຍ ເພື່ອປະກອບສ່ວນເຂົ້າພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.