ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ໃນວັນທີ 16 ກໍລະກົດຜ່ານມານີ້, ເປັນປະທານໂດຍ ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາ, ຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ 5 ເມືອງ, ກອງກໍ່ສ້າງຮາກຖານ, ກອງພັນໃຫຍ່ ຈໍ 101 ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ບົວພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຂຶ້ນຜ່ານບົດສະຫຼຸບວ່າ: ໂດຍປະຕິບັດ ຕາມ 4 ຄາດໝາຍ 4 ບຸກທະລຸ ແລະ ບັນດາແຜນວຽກຈຸດສຸມ ທີ່ກະຊວງ ປກສ ວາງອອກ ແນໃສ່ຮັບປະກັນໃຫ້ ປກສ ແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງ, ໜັກແໜ້ນທາງດ້ານການຈັດຕັ້ງ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ. ດັ່ງນັ້ນ, ກຳລັງ ປກສ ແຂວງໄຊສົມບູນ ໄດ້ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໂດຍເອົາໃຈໃສ່ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຫັນເອົາພະນັກງານລົງກໍ່ສ້າງຮາກຖານ-ການເມືອງ ເພື່ອພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ແລະ ສຶກສາອົບຮົມພໍ່-ແມ່ປະຊາຊົນເຂົ້າໃຈຕໍ່ແນວທາງການພັດທະນາເສດຖະກິດ-ສັງຄົມ, ໄດ້ຍົກຍ້າຍປະຊາຊົນທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້ານ້ຳງຽບ 1 ໃນ ທົ່ວແຂວງ ມີ 89 ບ້ານ, ຈຳນວນພົນ ທັງໝົດ 93.685 ຄົນ ຍິງ 45.163 ຄົນ, ໄດ້ຈົດທະບຽນຂຶ້ນສຳມະໂນຄົວ 15.439 ຄອບຄົວ, ຈຳນວນ 81.343 ຄົນ ຍິງ 39.327 ຄົນ ແລະ ຍັງບໍ່ທັນໄດ້ຂຶ້ນສຳມະໂນຄົວ ມີ 1.716 ຄອບ ຄົວ, ມີຈຳນວນພົນ 11.774 ຄົນ ຍິງ 5.835 ຄົນ, ຂຶ້ນບັນຊີເກັບກຳອາວຸດ, ປືນລ່າເນື້ອ ຈຳນວນ 24 ກະບອກ, ອາວຸດເສິກ 2 ກະບອກ, ລູກກະສຸນປືນ 12 ລູກ;

ເຊິ່ງແຂວງໄຊສົມບູນ ມີຄະດີເກີດຂຶ້ນທັງໝົດ 11 ເລື່ອງ, ມ້າງໄດ້ 4 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 4 ຄົນ; ອຸບັດຕິເຫດເກີດຂຶ້ນ 29 ເລື່ອງ, ພາຫະນະເປ່ເພທັງໝົດ 53 ຄັນ, ຄິດເປັນມູນຄ່າເສຍຫາຍ 550.000.000 ກີບ, ຄົນໄດ້ຮັບບາດເຈັບ 68 ຄົນ, ພ້ອມທັງຢຶດຂອງກາງຢາບ້າໄດ້ ຈຳນວນ 105 ເມັດ ໄດ້ສຳເລັດ. ນອກນັ້ນ, ໄດ້ສ້າງບ້ານປ້ອງກັນຄວາມສະຫງົບດີ 12 ບ້ານ, ບ້ານປອດຄະດີ 56 ບ້ານ, ບ້ານປອດຢາເສບຕິດ 30 ບ້ານ, ບ້ານວັດທະນະທຳ 12 ບ້ານ, ບ້ານພັດທະນາ 34 ບ້ານ, ບ້ານສາທາລະນະສຸກ 54 ບ້ານ.

ໂອກາດດຽວກັນ, ພັອ ພິມພາ ທິຖາວອນ ໄດ້ມີທິດຊີ້ນຳໃຫ້ຄະນະພັກ-ຄະນະບັນຊາຫຼັກແຫຼ່ງ ສືບຕໍ່ເພີ່ມທະວີເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເປັນປົກກະຕິ ເພື່ອເຮັດໃຫ້ແຕ່ລະສະຫາຍ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ລະບຽບກົດໝາຍຂອງລັດ; ເອົາໃຈໃສ່ເຮັດວຽກງານວິຊາສະເພາະດ້ວຍຄວາມຫ້າວຫັນ ໂດຍສະເພາະແມ່ນການຄຸ້ມຄອງຂຶ້ນສຳມະໂນຄົວໃຫ້ສຳເລັດ; ສຸມໃສ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ເພື່ອເກັບກຳຂຶ້ນບັນຊີບັນດາເປົ້າໝາຍຕາມຈຸດຫໍ່ຼແຫຼມຕ່າງໆ ໂດຍມີການອອກກວດກາ ລາດຕະເວນຕາມຈຸດສຳຄັນຕ່າງໆ ແລະ ມີການກຳນົດແຜນລະອຽດໃນການແກ້ໄຂປະກົດການຫຍໍ້ທໍ້ພາຍໃນສັງຄົມ ກໍຄືພາຍໃນແຂວງໄຊສົມບູນ ໃຫ້ຫຼຸດລົງເປັນກ້າວໆ ເພື່ອຮັບປະກັນຄວາມສະຫງົບ-ປອດໄພ ແລະ ເປັນລະບຽບ ຮຽບຮ້ອຍໃຫ້ໄດ້ 100%.