ທ່ານ ບຸນມີ ຈັນທິບ ເຈົ້າເມືອງໆເງິນ ພ້ອມດ້ວຍພະນັກງານການນຳເມືອງ, ພະນັກງານຫຼັກແຫຼ່ງທົ່ວເມືອງເງິນ ແຂວງໄຊຍະບູລີ ໄດ້ພ້ອມກັນປ່ອຍປາ ຈຳນວນ 40.000 ໂຕ ຢູ່ອ່າງເກັບນ້ຳຫ້ວຍນາໜ້ອຍ ເພື່ອຊົມເຊີຍວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດໃນວັນທີ 13 ກໍລະ ກົດຜ່ານມານີ້.

ທ່ານ ບຸນມີ ຈັນທິບ ໄດ້ກ່າວວ່າ: ຕະຫຼອດໄລຍະຜ່ານມາພັກ ແລະ ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນ ໄດ້ໃຫ້ຄວາມສຳຄັນຕໍ່ການອະນຸລັກຮັກສາສັດນ້ຳ-ສັດປ່າ ໂດຍມີນະໂຍບາຍອອກມະຕິຄຳສັ່ງ, ລະບຽບ, ກົດໝາຍຕ່າງໆ ເພື່ອຄຸ້ມຄອງຢ່າງເຂັ້ມງວດ, ສຸມທຶນຮອນຢ່າງມະຫາສານເຂົ້າໃນການປົກປັກຮັກສາ ແລະ ພັດທະນາຊັບພະຍາກອນປ່າໄມ້ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດວິທະຍາ ເຮັດໃຫ້ແຫຼ່ງນ້ຳບໍ່ບົກແຫ້ງ, ດິນບໍ່ຖືກເຊາະເຈື່ອນ, ສ້າງອ່າງເກັບນ້ຳ, ສ້າງວັງສະຫງວນ, ວັງອະນຸລັກ ເພື່ອເປັນບ່ອນຂະຫຍາຍພັນສັດນ້ຳໃຫ້ມີປະລິມານເພີ່ມຂຶ້ນເລື້ອຍໆ; ເຊິ່ງລູກປາທີ່ນຳມາປ່ອຍຄັ້ງນີ້ມີຈໍານວນ 40.000 ໂຕ.

ພາຍຫຼັງສໍາເລັດການປ່ອຍປາ, ຄະນະນຳເມືອງເງິນ ຈະສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຈັດຊື້ລູກປາໃຫ້ໄດ້ 275.000 ໂຕ ເພື່ອມອບໃຫ້ບັນດາບ້ານ ແລະ ກຸ່ມຜູ້ນໍາໃຊ້ນໍ້າ ເພື່ອປ່ອຍລົງໜ້າຝາຍຊົນລະປະທານແຫ່ງຕ່າງໆ ທີ່ມີເງື່ອນໄຂຄື: ຊົນລະປະທານນ້ຳຍາງ 1, ນ້ຳຍາງ 2, ອ່າງເກັບນ້ຳຫ້ວຍຕົ້ນນູ່ນ, ຝາຍນ້ຳເງິນ, ອ່າງເກັບນ້ຳຫ້ວຍນານ້ອຍບ້ານທອງ, ວັງສະຫງວນ ແລະ ວັງອະນຸລັກຂອງແຕ່ລະບ້ານໃຫ້ສຳເລັດ ແລະ ໄດ້ຮັບໝາກຜົນສູງສຸດ.