ວັນທີ 16 ກໍລະກົດ 2018, ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ຈັດຕັ້ງປາຖະກະຖາວັນເກີດຂອງ ທ່ານ ສຸພານຸວົງ ຄົບຮອບ 109, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມຄົບ ຮອບ 41 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 41 ປີ, ປາຖະກະຖາໂດຍ ທ່ານ ຄຳເກິ່ງ ພັນລັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ, ເຂົ້າຮ່ວມຮັບຟັງມີຫົວໜ້າ-ຮອງຫົວໜ້າຂະແໜງການຕ່າງໆ, ພະນັກງານພາຍໃນພະແນກ ຈຳນວນ 200 ກວ່າຄົນ.

ທ່ານ ຄຳເກິ່ງ ພັນລັກ ໄດ້ຍົກໃຫ້ເຫັນມູນເຊື້ອຂອງ 3 ວັນດັ່ງກ່າວໂດຍຫຍໍ້ ໃຫ້ບັນດາຜູ້ເຂົ້າຮ່ວມຮັບຟັງຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກພາຍໃນພະແນກໄດ້ຮັບຮູ້ ແລະ ເຂົ້າໃຈ, ເຫັນໄດ້ພາລະບົດບາດອັນພົ້ນເດັ່ນຂອງ ທ່ານ ສຸພານຸວົງ ເຊິ່ງແມ່ນວິລະຊົນຜູ້ຍິ່ງໃຫຍ່, ເປັນເຊື້ອເຈົ້າຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດອັນດູດດື່ມ ທີ່ເອົາຊີວິດຕິດພັນກັບການຕໍ່ສູ້ປະຕິວັດຂອງປະຊາຊົນເຮົາແຕ່ຫົວທີ ແລະ ຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ ໂດຍບໍ່ງໍ້ຫງ່ຽງຕໍ່ອຸປະສັກໃດໆ, ເປັນຜູ້ທີ່ເສຍສະລະ, ເປັນຜູ້ມີປັນຍາແຫຼມຄົມ ມີຄວາມສະຫຼຽວສະຫຼາດໃນການຕໍ່ສູ້ ມີຄຸນສົມບັດສິນທຳປະຕິວັດອັນບໍລິສຸດຜຸດຜ່ອງ ຍາມໃດກໍຖືຜົນປະໂຫຍດລວມຂອງຊາດ, ຮັບໃຊ້ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນ.

ນອກນັ້ນ, ການປາຖະກະຖາຄັ້ງນີ້, ຍັງເປັນການທົບທວນມິດຕະພາບອັນດີງາມແຫ່ງມິດຕະພາບອັນຍິ່ງໃຫຍ່ຂອງການຮ່ວມມືສຳພັນກັນ, ສູ້ຮົບທີ່ກົມກຽວໜຽວ ແໜ້ນ ແລະ ມີນ້ຳໃຈສາມັກຄີພິເສດ ບໍລິສຸດຜຸດຜ່ອງ ລະຫວ່າງ ນັກຮົບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍ-ນ້ອງ ກໍຄືການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແຕ່ສູນກາງຮອດທ້ອງຖິ່ນ ແລະ ສືບຕໍ່ເສີມຂະຫຍາຍເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ.