ໃນທ້າຍອາທິດຜ່ານມານີ້, ຫ້ອງພະລາທິການ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດກອງປະຊຸມທາບທາມຢັ່ງຫາງສຽງເອົາພະນັກງານນຳພາ-ບັນຊາຂັ້ນຕ່າງໆທີ່ຂຶ້ນກັບກອງບັນຊາການ, ເປັນປະທານໂດຍ ພັທ ສົມຄິດດວງ ພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະຮັບຜິດຊອບທາບທາມ, ຄະນະພັກ-ຄະນະບັນຊາຫ້ອງພະລາທິການ, ພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ.

ພັທ ສຳພັນ ບຸດດາທຳ ຮອງຫົວໜ້າຫ້ອງການເມືອງ ກ່າວວ່າ: ແຜນການດຳເນີນປະເມີນຜົນພະນັກງານຂັ້ນນຳພາ-ບັນຊາ ແລະ ທາບທາມຄຸນນະພາບຂອງກຳລັງປ້ອງກັນຄວາມສະຫງົບແຂວງວຽງຈັນ ຄັ້ງນີ້, ເພື່ອເຮັດໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງຢູ່ແຕ່ລະຂັ້ນຂອງກອງບັນຊາການ ປກສ ແຂວງ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ເປັນເອກະພາບຕໍ່ກັບບັນດາເນື້ອໃນທີ່ໄດ້ກຳນົດໃນຄຳສັ່ງແນະນຳ ເລກທີ 557/ປກສ, ລົງວັນທີ 26 ມິຖຸນາ 2008 ວ່າດ້ວຍການຂຶ້ນແຜນກຳນົດພະນັກງານນຳພາໃນກຳລັງປ້ອງກັນຄວາມສະຫງົບ, ໃນການເຄື່ອນໄຫວຊີ້ນຳ-ນຳພາວຽກງານຮອບດ້ານຂອງກອງບັນຊາການ ປກສ ແຂວງ, ຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ປະກົດການຫຍໍ້ທໍ້ຂອງກຳລັງປ້ອງກັນຄວາມສະຫງົບ ເພື່ອມີວິທີສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ, ການທາບທາມບຸກຄະລາກອນເປັນການກະກຽມເປົ້າໝາຍບຸກຄະລະກອນໃນລັກສະນະເປີດກວ້າງ ເພື່ອມີແຫຼ່ງເລືອກເຟັ້ນພະນັກງານນຳພາ-ບັນຊາເຂົ້າໃນຕຳແໜ່ງຕ່າງໆຢ່າງຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ ເພື່ອຕອບ ສະໜອງທາງດ້ານຈຳນວນ, ຄຸນນະພາບ ແລະ ເພື່ອເປັນການກະກຽມດ້ານບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ຂອງກອງບັນຊາການ ປກສ ແຂວງ ທີ່ຈະມາເຖິງ.

ສຳລັບເປົ້າໝາຍທີ່ຈະເປັນພະນັກງານນຳພາ-ບັນຊາໃນຂັ້ນຫົວໜ້າຫ້ອງ, ຮອງຫົວໜ້າຫ້ອງ, ກອງບັນຊາການ ປກສ ເມືອງ, ຄ້າຍຄຸມຂັງ-ດັດສ້າງ, ກອງພັນປ້ອງກັນເຄື່ອນທີ່ ຕ້ອງມີມາດຖານສະເພາະ ຄື: ຕ້ອງເປັນຜູ້ເຊື່ອມຊຶມກຳແໜ້ນທິດສະດີມາກ-ເລນິນ, ມີແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດເປັນຢ່າງດີ, ມີທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ຄຸນທາດການເມືອງປະຕິວັດໜັກແໜ້ນ, ຕ້ອງມີວຸດທິການສຶກສາຂັ້ນປະລິນຍາຕີສາຂາໜຶ່ງຂຶ້ນໄປ, ທັງມີປະສົບການ ແລະ ຄວາມຊຳນານໃນການບໍລິຫານເປັນຢ່າງດີ, ຕ້ອງມີຄວາມສາມາດຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດເຂົ້າໃສ່ວຽກງານທີ່ຕົນຮັບຜິດຊອບໄດ້ເປັນ ຢ່າງດີ, ມີຄວາມຮູ້ ແລະ ເຂົ້າໃຈດ້ານວຽກງານວິຊາສະເພາະ, ທັງກຳແໜ້ນວຽກງານພັກ-ພະນັກງານ ໂດຍສະເພາະແມ່ນລະບຽບຫຼັກການ, ຂໍ້ກຳນົດຕ່າງໆທີ່ພົວພັນເຖິງພະນັກງານ, ເປັນຄົນເຂັ້ມງວດຕໍ່ລະບຽບຫຼັກການ, ມີແບບແຜນວິທີເຮັດວຽກທີ່ດີ ແລະ ກ້າວໜ້າ, ມີຄວາມຮູ້ທາງດ້ານພາສາຕ່າງປະເທດໃດໜຶ່ງໃນລະດັບພື້ນຖານຂຶ້ນໄປ, ມີອາຍຸ 55 ປີ ລົງມາ, ເປັນຜູ້ທີ່ມີສຸຂະພາບແຂງແຮງ, ສາມາດແບກຫາບໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ສະເພາະເປົ້າໝາຍທີ່ຈະຂຶ້ນເປັນຫົວໜ້າຫ້ອງ ແລະ ທຽບເທົ່າ ແມ່ນຕ້ອງເຄີຍດຳລົງຕຳແໜ່ງເປັນຮອງຫົວໜ້າຫ້ອງ, ຮອງກອງບັນຊາການ ປກສ ເມືອງ, ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ແລະ ກອງພັນປ້ອງກັນເຄື່ອນທີ່ມາກ່ອນ, ມາດຖານພະນັກງານນຳພາ-ບັນຊາສຳລັບຂັ້ນພະແນກ ແລະ ທຽບເທົ່າອ້ອມຂ້າງກອງບັນຊາການ ແລະ ປກສ ເມືອງ, ຕ້ອງຈົບວິຊາສະເພາະຊັ້ນກາງ ປກສ ຫຼື ຕຳຫຼວດຂຶ້ນໄປ ໂດຍ ຜ່ານການຊີ້ນຳ-ບັນຊາຂັ້ນທ້ອງຖິ່ນຮາກຖານ, ຕ້ອງເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານວິຊາສະເພາະ, ກຳແໜ້ນສະພາບພື້ນທີ່, ຂົງເຂດວຽກງານທີ່ຕົນ ຮັບຜິດຊອບ, ມີຄວາມສາມາດປຸກລະດົມຂະບວນການມະຫາຊົນ ແລະ ແກ້ໄຂຄວາມບໍ່ສະຫງົບ.