ກອງບັນຊາການ ປກສ ແຂວງຈຳປາສັກ

ພາຍຫຼັງໄດ້ເປີດຊຸດຝຶກອົບຮົມວິຊາວຽກງານສືບສວນ-ສອບສວນ ໃຫ້ພະນັກງານ-ນັກຮົບທີ່ກ່ຽວຂ້ອງ ຢູ່ກອງບັນຊາການ ປກສ ແຂວງຈໍາປາສັກ ເປັນເວລາ 5 ວັນ (9-13 ກໍລະກົດ 2018), ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມວິຊາສະເພາະວຽກງານສືບ-ສອບສວນ ຂຶ້ນໃນອາທິດຜ່ານມາ, ໂດຍການເຂົ້າຮ່ວມເປັນປະທານຂອງ ພັທ ຖາວອນ ບຸນກອງພິມ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີ ພັທ ບຸນສົງ ຈັນທະວົງສັກ ຫົວໜ້າຫ້ອງຕຳຫຼວດ, ຫົວໜ້າຫ້ອງ, ນັກສຳມະນາກອນຈາກຫ້ອງອ້ອມຂ້າງ ແລະ 10 ກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ພັທ ໄພຈິດ ໄຊຍະເດດ ຮອງຫົວໜ້າຫ້ອງຕຳຫຼວດ ທັງເປັນຜູ້ຊີ້ນຳວຽກງານສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດການເປີດຊຸດຝຶກອົບຮົມ ວຽກງານສືບສວນ-ສອບສວນ ໃນໄລຍະ 5 ວັນຜ່ານມາ; ເຊິ່ງເອກະສານທີ່ນຳມາຝຶກອົບຮົມຄັ້ງນີ້ ລວມມີ 8 ເອກະສານ ຄື: ເອກະສານສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ສືບສວນ-ສອບສວນ, ຂັ້ນຕອນການດຳເນີນການສືບສວນ-ສອບສວນ, ຍຸດທະວິທີເອົາຄຳໃຫ້ການຜູ້ຖືກຫາ, ຍຸດທະວິທີກວດຄົ້ນເຄຫາສະຖານ, ຍານພາຫະນະ ແລະ ຕົວບຸກຄົນ, ການປ້ອງກັນ ແລະ ຊັນນະສູດສະຖານທີ່ເກີດເຫດ, ການຊັນນະສູດຊາກສົບ, ເອກະສານກ່ຽວກັບຫຼັກຖານ ແລະ ການປະກອບຫຼັກຖານ ແລະ ວຽກງານສຳນວນ-ສຳເນົາ.

ການປິດຊຸດຝຶກອົບຮົມວິຊາສະເພາະ ວຽກງານສືບສວນ-ສອບສວນ ໃນຄັ້ງນີ້, ມີນັກສໍາມະນາກອນທັງໝົດ 136 ສະຫາຍ ຍິງ 6 ສະຫາຍ, ບັນດານັກສຳມະນາກອນໄດ້ຮໍ່າຮຽນ, ຖາມ-ຕອບກ່ຽວກັບ ບົດຮຽນ ແລະ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນໄລຍະຜ່ານມາ. ເຮັດໃຫ້ນັກສຳມະນາກອນຮັບຮູ້ ແລະ ເຂົ້າໃຈຕໍ່ບົດຮຽນດັ່ງກ່າວ ແລະ ຈະນຳໄປໝູນໃຊ້ໃນພາກປະຕິບັດວຽກງານວິຊາສະເພາະຕົວຈິງ ຢູ່ກົມກອງຂອງຕົນໃຫ້ຖືກຕ້ອງສອດຄ່ອງ ຮັບປະກັນໄດ້ 3 ຄາດໝາຍ ຄື: ດ້ານການເມືອງ, ດ້ານວິຊາສະເພາະ ແລະ ດ້ານກົດໝາຍ. ຈາກນັ້ນ, ການດຳເນີນຄະດີກໍໃຫ້ດຳເນີນໄປຕາມຂັ້ນຕອນຂອງກົດໝາຍ, ພ້ອມທັງຮັບປະກັນ ຄວາມວ່ອງໄວ, ຊັດເຈນ ແລະ ຄົບຖ້ວນ.