ຂ່າວຕ່າງປະເທດລາຍງານໃນວັນທີ 23 ກໍລະກົດທີ່ຜ່ານມາວ່າ: ເຫດນ້ຳຖ້ວມ ແລະ ດິນເຈື່ອນ ຈາກອິດທິພົນພະຍຸໄຕ້ຝຸ່ນເຊິນຕິນ ພັດເຂົ້າທາງພາກເໜືອ ແລະ ພາກກາງຂອງຫວຽດນາມ ໄດ້ຂ້າຊີວິດໄປແລ້ວກວ່າ 20 ຄົນ ສູນຫາຍ 16 ຄົນ ແລະ ບ້ານເຮືອນຫຼາຍກວ່າ 1,5 ໝື່ນຫຼັງຄາເຮືອນ ໄດ້ຮັບຄວາມເສຍຫາຍ; ໃນຂະນະທີ່ນະຄອນຫຼວງຮ່າໂນຍ ເກີດນ້ຳຖ້ວມເປັນວົງກວ້າງສູງກວ່າ 50 ຊັງຕີແມັດ ຫຼັງຝົນຕົກຕໍ່ເນື່ອງກັນດົນກວ່າ 12 ຊົ່ວໂມງ.

“ເຮົາຕ້ອງຟ້າວຍ້າຍເຄື່ອງອອກຈາກບ້ານ ເພາະປະສົບການໃນປີທີ່ຜ່ານມາ ເຮັດໃຫ້ເຮົາຮູ້ວ່າບໍ່ມີເວລາໃຫ້ໜີນ້ຳທັນ” ຊາວຫວຽດນາມໃນເຂດເຊືອງໝີ ນະຄອນລວງຮາໂນຍ ກ່າວຫຼັງຈາກທາງການຫວຽດນາມ ປະກາດໃຫ້ປະຊາຊົນອົບພະຍົບອອກຈາກບ້ານ ແລະ ຂຶ້ນໄປຢູ່ບ່ອນສູງ ເພື່ອປ້ອງກັນນ້ຳຖ້ວມກະທັນຫັນ.
ນອກຈາກນີ້, ໄພພິບັດດັ່ງກ່າວ ຍັງສົ່ງຜົນໃຫ້ພື້ນທີ່ທາງການກະສິກຳໄດ້ຮັບຄວາມເສຍຫາຍຫຼາຍກ່ວາ 5 ແສນໄລ່ ໃນຂະນະທີ່ສາຍການບິນຫວຽດນາມແອລາຍ ແລະ ຫວຽດເຈັດ ປະກາດຍົກເລີກຖ້ຽວບິນໄປຍັງພື້ນທີ່ປະສົບໄພແລ້ວ.

ທັ້ງນີ້, ລາຍງານຂອງອົງກອນກອງທຶນສັດປ່າໂລກສາກົນ ລະບຸວ່າ: ພື້ນທີ່ໃນລຸ່ມແມ່ນ້ຳຂອງ ໄດ້ແກ່ ໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ລາວ. ຖືເປັນ 1 ໃນ 11 ພື້ນທີ່ທົ່ວໂລກທີ່ມີການທຳລາຍປ່າຫຼາຍທີ່ສຸດໃນໂລກ ໂດຍ 3 ໃນ 10 ຂອງພື້ນທີ່ປ່າໄດ້ຖືກທຳລາຍໄປແລ້ວ ແລະ ຄາດວ່າ ໃນອີກ 10 ປີຂ້າງໜ້າ ຈະເພີ່ມຂຶ້ນເປັນ 6 ໃນ 10 ສົ່ງຜົນໃຫ້ປະເທດເຫຼົ່ານີ້ເກີດດິນເຈື່ອນໄດ້ງ່າຍ ແລະ ຈະໄດ້ຮັບຜົນກະທົບທີ່ຮຸນແຮງຫຼາຍຍິ່ງຂຶ້ນຈາກພາວະອາກາດປ່ຽນແປງ.