ສຳນັກງານບໍລິຫານຈັດການກົດລະບຽບຕະຫຼາດແຫ່ງລັດ (SAMR) ຂອງທາງການຈີນ ລາຍງານໃນວັນທີ 23 ກໍລະກົດທີ່ຜ່ານມາວ່າ: ໃນໄລຍະເຄີ່ງປີທຳອິດຂອງປີ 2018 ຈີນໄດ້ເຂົ້າປາບປາມ ແລະ ກວາດລ້າງໂຄສະນາເຖື່ອນທີjຜິດກົດໝາຍຈຳນວນ 8.104 ລາຍການ ເຊິ່ງເພີ່ມຂຶ້ນ 64,2% ເມື່ອທຽບກັບປີທີ່ຜ່ານມາ.

ຂະນະທີ່, ຄ່າປັບໄໝຈາກການເຜີຍແຜ່ໂຄສະນາເຖື່ອນດັ່ງກ່າວ ຄິດເປັນມູນຄ່າທັງໝົດ 116,7 ລ້ານຢວນ ຫຼື ປະມານ 17,42 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 17% ເມື່ອທຽບເປັນລາຍປີ.

ລາຍງານຂ່າວລະບຸວ່າ: ໂຄສະນາເຖື່ອນທີ່ຝ່າຝືນກົດໝາຍຄວບຄຸມຫຼາຍດ້ານ ທັງໂຄສະນາດ້ານການເບິ່ງແຍງສຸຂະພາບ, ອະສັງຫາລິມະຊັບ, ອາຫານ ແລະ ການສຶກສາ ໂດຍເມື່ອເດືອນກຸມພາທີ່ຜ່ານມາ SAMR ໄດ້ເປີດຕົວກິດຈະກຳໃນການບໍລິຫານໂຄສະນາອອນລາຍ ລວມທັງການປັບປຸງຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດ.

ທັ້ງນີ້, ເຈົ້າໜ້າທີ່ທ້ອງຖິ່ນຂອງຈີນ ຕ່າງພະຍາຍາມເຂົ້າກວາດລ້າງໂຄສະນາເຖື່ອນທີ່ຜິດກົດໝາຍໃນຫຼາຍພາກສ່ວນ ເຊິ່ງກໍ່ປະສົບຄວາມສຳເລັດຫຼາຍ.