SONY DSC

ພະແນກນະໂຍບາຍ ຫ້ອງການເມືອງ ປກສ ແຂວງອັດຕະປື ໄດ້ຈັດພິທີມອບເງິນອຸດໜູນບຳນານ ແລະ ເງິນອຸດ ໜູນບຳເນັດເທື່ອດຽວໃຫ້ນາຍຕຳຫຼວດ ພັກການຮັບເບ້ຍບໍານານ ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມໂດຍ ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະພະແນກ, ພະນັກງານທີ່ເຂົ້າຮັບບໍານານເຂົ້າຮ່ວມ.

SONY DSC

ການຈັດພິທີດັ່ງກ່າວແມ່ນເປັນການປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 994/ປກສ, ລົງວັນທີ 11 ມິຖຸນາ 2018 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1645/ກມປສ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດອອກສ້າງເສດຖະກິດຄອບຄົວ ໄດ້ມອບເງິນອຸດໜຸນບຳນານ ຈຳນວນ 29 ລ້ານກວ່າກີບໃຫ້ ພັຕ ຄຳປະເສີດ ສໍປະເສີດ ແລະ ມອບເງິນອຸດໜູນບຳເນັດເທື່ອດຽວ ຈຳນວນ 86 ລ້ານກວ່າກີບ ໃຫ້ ຮທ ພູວັນນາ ຄຳມະນີ ເພື່ອໃຫ້ບັນດາສະຫາຍນຳໄປໃຊ້ສ້າງເສດຖະກິດ ຄອບຄົວ ກ່າວມອບໂດຍ ພັທ ບຸນຍົງ ແກ້ວສຸດທິຈັກ.

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ໄດ້ໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ ຮັບນະໂຍບາຍດັ່ງກ່າວ ໂດຍກ່າວວ່າ: ເງິນຈຳນວນທີ່ໄດ້ນຳມາມອບໃນຄັ້ງນີ້, ແມ່ນເງິນທີ່ມອບໃຫ້ສະຫາຍທີ່ມີເງື່ອນໄຂຮັບອຸດໜູນບຳນານ, ສ່ວນເງິນອຸດໜູນບຳເນັດເທື່ອດຽວແມ່ນມອບໃຫ້ສະຫາຍທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ ຍ້ອນບັນຫາສຸຂະພາບຂອງຜູ້ກ່ຽວ ເພື່ອນຳໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວ, ເຮັດໃຫ້ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.