ປກສ ກຸ່ມ 3 ເຂດບ້ານແທ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ປະຕິບັດໜ້າທີ່ວິຊາສະເພາະ ປະຈໍາປີ 2017 ໃນວັນທີ 11 ກໍລະກົດ 2018 ເປັນປະທານໂດຍ ທ່ານ ບຸນງອນ ໄຊທອງດຳ ເລຂາພັກເຂດ 3 ນາຍບ້ານໆແທ, ມີ ພັທ ພູຫວັນ ອິນທີວົງ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງ, ມີ ພັທ ວິໄລກອນ ວົງລາດຄຳ ຮອງຫົວໜ້າກອງບັນຊາການ ປກສ ເມືອງສະໜາມໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ພັຕ ວີທອງ ວົງສາລິດ ຫົວໜ້າ ປກສ ກຸ່ມ 3 ເຂດບ້ານແທ ໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນ 1 ປີຜ່ານມາ ຂອງກຳລັງ ປກສ ບໍລິການປະຊາຊົນ ເຊິ່ງເຈົ້າໜ້າທີ່ວິຊາສະເພາະໄດ້ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ແກ້ໄຂບັນຫາການຄ້າຂາຍ ແລະ ມົ້ວສຸມຢາເສບຕິດ, ບັນຫາການຂີ້ລັກ-ງັດແງະ, ລັກຊັບພົນລະເມືອງ, ກຸ່ມແກ້ງກວນ ເມືອງ ແລະ ບັນຫາການຄ້າຂາຍເຖື່ອນອື່ນໆ; ເຊິ່ງການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແມ່ນໄດ້ສົມທົບກັບອຳນາດການປົກຄອງບ້ານຢ່າງເຄັ່ງຄັດ, ມາ ຮອດປັດຈຸບັນ ເຫັນວ່າສະພາບພາຍໃນກຸ່ມມີຄວາມສະຫງົບພໍສົມຄວນ.

ໃນກອງປະຊຸມໜ່ວຍພັກ ປກສ ກຸ່ມ 3 ເຂດບ້ານແທ, ຍັງໄດ້ມີພິທີດໍາເນີນຊິວິດການເມືອງ ແລະ ບັນດາສະມາຊິກພັກແຕ່ລະສະຫາຍ ກໍໄດ້ຜ່ານບົດສຳຫຼວດຕົນເອງ ເພື່ອເປັນການປັບປຸງປົວແປງແນວຄິດຂອງສະມາຊິກພັກໃຫ້ດີຂຶ້ນເທື່ອລະກ້າວ.