ທ່ານ ຊັນນີ ເພີດິວ ລັດຖະມົນຕີວ່າການກະຊວງກະສິກຳ ສະຫະລັດອາເມລິກາ ກ່າວໃນວັນທີ 25 ກໍລະກົດນີ້ວ່າ: ລັດຖະບານສະຫະລັດອາເມລິກາ ມີແຜນທີ່ຈະໃຫ້ຄວາມຊ່ວຍເຫຼືອຄິດເປັນວົງເງິນ 1,2 ໝື່ນລ້ານໂດລາສະຫະລັດ ແກ່ຊາວກະສິກອນທີ່ໄດ້ຮັບຜົນກະທົບຈາກການທີ່ປະເທດອືື່ນຮຽກເກັບພາສີອາກອນຕໍ່ສິນຄ້າກະສິກຳຂອງສະຫະລັດອາເມລິກາ ເພື່ອຕອບໂຕ້ມາດຕະການທາງພາສີຂອງ ປະທານາທິບໍດີ ໂດໂນ ທຣຳ.

“ທ່ານປະທານາທິບໍດີໄດ້ໃຫ້ສັນຍາຕັ້ງແຕ່ໄລຍະທຳອິດວ່າ ຈະໃຫ້ການສະໜັບສະໜູນຊາວກະສິກອນ ແລະ ຊາວໄຮ່-ຊາວສວນທຸກຄົນ” ທ່ານເພີດິວ ກ່າວ.

ບໍລິສັດສິນເຊື່ອສິນຄ້າ (CCC) ຈະເປັນໜ່ວຍງານທີ່ດຳເນີນການຊ່ວຍເຫຼືອຊາວກະສິກອນດັ່ງກ່າວ ແລະ ຄວາມຊ່ວຍເຫຼືອນີ້ບໍ່ຈຳເປັນຕ້ອງໄດ້ຮັບການອະນຸມັດຈາກ ສະພາຄອງເກຣສ. ຂະນະດຽວກັນ, ປະທານາທິບໍດີ ທຣຳ ຂຽນຂໍ້ຄວາມລົງໃນທະວິດເຕີວ່າ: ພາສີອາກອນຖືເປັນເຄື່ອງມືທີ່ດີທີ່ໃຊ້ໃນການເຈລະຈາຕໍ່ລອງ ເພື່ອໃຫ້ສະຫະລັດອາເມລິກາ ໄດ້ປຽບໃນການເຮັດຂໍ້ຕົກລົງການຄ້າ.

ຂໍ້ຄວາມໃນທະວິດເຕີລະບຸວ່າ: “ພາສີອາກອນເປັນສີ່ງທີ່ຍິ່ງໃຫຍ່ທີ່ສຸດ ຫາກປະເທດທີ່ມີການເຮັດການຄ້າທີ່ບໍ່ເປັນທຳກັບ ສະຫະລັດອາເມລິກາ ບໍ່ມາເຈລະຈາເຮັດຂໍ້ຕົກລົງທີ່ເປັນທຳ ປະເທດນັ້ນຈະຖືກຕອບໂຕ້ດ້ວຍການຮຽກເກັບພາສີອາກອນ ນີ້ເປັນເລື່ອງງ່າຍໆ ແລະ ທຸກຄົນກຳລັງເວົ້າເຖິງ ຈົ່ງຈື່ໄວ້ວ່າ ເຮົາກາຍເປັນກະເປົາເງິນທີ່ກຳລັງຖືກປົ້ນ”.

ປະທານາທິບໍດີ ທຣຳ ຂຽນຂໍ້ຄວາມດັ່ງກ່າວ ກ່ອນທີ່ທ່ານ ຢອງຄຼອດ ຢຸງເກີ ປະທານຄະນະກຳມາທິການເອີຣົົບ ( ອີຊີ ) ເຊິ່ງເປັນອົງກອນບໍລິຫານຂອງສະຫະພາບເອີຣົບ ( ອີຢູ ) ຈະເດີນທາງຢ້ຽມຢາມ ສະຫະລັດອາເມລິກາ ແລະ ຂະເຂົ້າພົບປະທານາທິບໍດີ ທຣຳ ທີ່ທຳນຽບຂາວໃນວັນທີ 26 ກໍລະກົດນີ້ ເພື່ອຫາລືນະໂຍບາຍການຕ່າງປະເທດ, ຄວາມໝັ້ນຄົງ, ເສດຖະກິດ ລວມທັງການຕໍ່ຕ້ານການກໍ່ການຮ້າຍ.

ການເດີນທາງຢ້ຽມຢາມ ສະຫະລັດອາເມລິກາ ຂອງທ່ານ ຢຸງເກີ ມີຂຶ້ນທ່າມກາງຄວາມຂັດແຍ້ງທາງການຄ້າ ລະຫວ່າງ ສະຫະລັດອາເມລິກາ ແລະ ປະເທດຄູ່ຄ້າ ຫຼັງຈາກ ສະຫະລັດອາເມລິກາ ຮຽກເກັບພາສີເຫຼັກ ແລະ ອາລູມິນຽມທີ່ນຳເຂົ້າຈາກອີຢູ, ຂະນະທີ່ ອີຢູ ກໍອອກມາດຕະການຕອບໂຕ້ເຊັ່ນກັນ.