ໃນວັນທີ 14 ສິງຫາ 2018, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 68 ປີ (13 ສິງຫາ 1950-13 ສິງຫາ 2018), ປາຖະກະຖາໂດຍ ທ່ານ ບົວຈັນ ວັນຄໍາ ຮອງປະທານແນວລາວສ້າງຊາດແຂວງໄຊຍະບູລີ; ມີ ພັອ ຄໍາແພງເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ທ່ານ ບົວຈັນ ວັນຄໍາ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດໄລຍະ 68 ປີ ຜ່ານມາ, ເພື່ອສຶກສາອົບຮົມບັນດາສະຫາຍສະມາຊິກພັກ, ນາຍ ແລະ ພົນຕໍາ ຫຼວດໃນທົ່ວກໍາລັງມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອອັນດີງາມ ແລະ ຜົນງານອັນໃຫ່ຍຫຼວງຂອງອົງການຈັດຕັ້ງດັ່ງກ່າວ ຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ, ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເຊິ່ງນັບແຕ່ມື້ໄດ້ຮັບການສ້າງຕັ້ງ; ອົງການແນວລາວສ້າງຊາດ ໄດ້ເຕີບໃຫ່ຍ ແລະ ຂະຫຍາຍຕົວໂດຍແບ່ງອອກເປັນ 3 ໄລຍະຄື: ໄລຍະແນວລາວອິດສະຫຼະໄດ້ປະຕິບັດພາລະບົດບາດ, ໜ້າທີ່ຕາງໜ້າພັກແບກຫາບພາລະກິດທຸກດ້ານ, ນໍາພາປະຊາຊົນບັນດາເຜົ່າຕໍ່ສູ້ຕີເອົາຊະນະຈັກກະພັດລ່າເມືອງຂຶ້ນແບບເກົ່າຢ່າງອົງອາດກ້າຫານ; ຕໍ່ມາໄລຍະແນວລາວຮັກຊາດ ໄດ້ສ້າງຜົນງານອັນພົ້ນເດັ່ນໃນການຕໍ່ສູ້ຕ້ານກັບຈັກກະພັດ ແລະ ລູກມືຂາຍຊາດທາງດ້ານການເມືອງ, ການທະຫານ, ການຕ່າງປະເທດ; ປຸກລະດົມຂົນຂວາຍມະຫາຊົນ, ກໍຄືປະຊາຊົນບັນດາເຜົ່າເຂົ້າຮ່ວມສ້າງພື້ນຖານ ແລະ ສ້າງກໍາລັງປະຕິວັດ; ເຊິ່ງໄດ້ສ້າງ ຖ່ວງທ່າ ແລະ ບາດກ້າວໃໝ່ໃຫ້ແກ່ຂະບວນການປະຕິວັດ ອັນເປັນປັດໄຈທີ່ໜັກແໜ້ນໃຫ້ແກ່ການຕໍ່ສູ້ຍືດເຍື້ອຍາວນານຂອງປະຊາຊົນລາວ ສາມາດຕີເອົາຊະນະຈັກກະພັດທີ່ໃຫຍ່ໂຕ ແລະ ປົດປ່ອຍປະເທດຊາດອອກຈາກແອກຄອບຄອງຂອງຈັກກະພັດລ່າເມືອງຂຶ້ນ ໂດຍບົວບໍ່ໃຫ້ຊໍ້ານໍ້າບໍ່ຂຸ່ນ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ອົງການແນວລາວສ້າງຊາດໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານການຈັດຕັ້ງ ແລະ ຮ່ວມກັບບັນດາອົງການ ຈັດຕັ້ງສັງຄົມ, ໄດ້ຍົກສູງບົດບາດໃນການເຕົ້າໂຮມກ້ອນກໍາລັງສາມັກຄີປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດ, ນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.

ປະຫວັດສາດຂອງແນວລາວສ້າງຊາດ ໄດ້ຜ່ານຜ່າເສັ້ນທາງອັນລະອິດລະອ້ຽວ, ຫຍຸ້ງຍາກແຕ່ໄດ້ຮັບໄຊຊະນະຕະຫຼອດມາ. ໂດຍສືບທອດມູນເຊື້ອອັນດີງາມ; ຕະຫຼອດໄລຍະຜ່ານມາ, ຄະນະກໍາມະການແນວລາວສ້າງຊາດ ແຂວງໄຊຍະບູລີ ແຕ່ລະຂັ້ນ, ໄດ້ຍົກສູງພາລະບົດບາດຂອງຕົນເສີມຂະຫຍາຍຄວາມສາມັກຄີທີ່ມີຢູ່ແລ້ວໃຫ້ກາຍເປັນກ້ອນກໍາລັງມະຫາສານສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ; ພ້ອມກັນສຸມໃສ່ຈັດຕັ້ງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕາມຄໍາສັ່ງແນະນໍາເລກທີ 033 ຂອງຄະນະປະຈໍາສູນກາງແນວລາວ ສ້າງຊາດ ວ່າດ້ວຍການຈັດຕັ້ງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ. ໂດຍຕິດພັນກັບຂະບວນການສ້າງບ້ານນາມມະຍົດອື່ນໆ. ຮອດປັດຈຸບັນ, ທົ່ວແຂວງສາມາດປະກາດ-ຮັບຮອງເປັນຄອບຄົວຕົວແບບເຕົ້າໂຮມຄວາມສາມັກຄີປອງດອງ ແລ້ວ 32.351 ຄອບຄົວ, ມອບໃບຢັ້ງຢືນແລ້ວ 6.619 ຄອບ ຄົວ ແລະ ຮັບຮອງເປັນບ້ານເຕົ້າໂຮມຄວາມສາມັກຄີປອງດອງ 162 ບ້ານ; ໃນນີ້, ມອບໃບຢັ້ງຢືນນາມມະຍົດແລ້ວ 131 ບ້ານ, ສ້າງຄອບຄົວພັດທະນາໄດ້ 61.045 ຄອບຄົວ, ບ້ານພັດທະນາ 244 ບ້ານ ແລະ ປະກາດບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດໄດ້ 5 ແຫ່ງ. ຜົນສໍາເລັດດັ່ງກ່າວໄດ້ປະກອບສ່ວນອັນສໍາຄັນເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຕອນທ້າຍ, ທ່ານ ບົວຈັນ ວັນຄໍາ ຮຽກຮ້ອງບັນດາສະຫາຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕໍາຫຼວດໃນທົ່ວກໍາລັງ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອວັນສໍາຄັນດັ່ງກ່າວເຂົ້າໃນໜ້າທີ່ການເມືອງຂອງຕົນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ມີຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ພ້ອມກັນບຸກບືນກ້າວຂຶ້ນເຮັດສໍາ ເລັດໜ້າທີ່ອັນມີກຽດສະຫງ່າ ທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍ.