ຄະນະກອງບັນຊາການ ປກສ ແຂວງສາລະວັນ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ, ນໍາໂດຍ ພັອ ເລວັນເຟືອງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວາງຈິ ພ້ອມຄະນະ, ຕ້ອນຮັບ ໂດຍ ພັອ ພູວັນ ນາຊຽງຄຳ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ສປປ ລາວ ພ້ອມຄະນະ ໃນວັນທີ 13 ສິງຫາ 2018.

ໃນກອງປະຊຸມ, ທັງສອງຝ່າຍໄດ້ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບໂດຍຫຍໍ້ ເປັນຕົ້ນແມ່ນສະພາບທີ່ພົວພັນເຖິງຄວາມສະຫງົບທາງດ້ານການເມືອງ, ຄວາມລະບຽບຮຽບຮ້ອຍຂອງສັງຄົມ, ການພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນໃນສັງຄົມ ເຊັ່ນ: ຂີ້ລັກງັດແງະ, ກໍ່ອາລະວາດຕີກັນ, ຄ້າຂາຍເຖື່ອນ, ຄ້າຂາຍ ແລະ ຂົນສົ່ງສິ່ງເສບຕິດ, ຄ້າ ມະນຸດ, ໂສເພນີ, ຄະດີອຸບັດຕິເຫດຕາມທ້ອງຖະໜົນຫຼວງ, ກັນສະກັດກັ້ນການລັກລອບຄ້າຂາຍອາວຸດ-ທາດແຕກ, ການລ່ວງລໍ້າຊາຍແດນ, ການເຂົ້າ-ອອກເມືອງບໍ່ຖືກຈຸດ, ການລັກລອບແຕ່ງງານຂອງຄົນລາວ ແລະ ຫວຽດນາມ, ການຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ການກໍ່ອາຊະຍາກຳອື່ນໆທີ່ສອງກອງບັນຊາການໄດ້ຮ່ວມມືກັນແກ້ໄຂຂໍ້ຄົງຄ້າງທີ່ມີໃຫ້ຫຼຸດໜ້ອຍຖອຍລົງ.

ຫຼັງຈາກນັ້ນ, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງສອງອົງການຈັດຕັ້ງໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານຄຽງບ່າ-ຄຽງໄລ່ທັບມ້າງເລ່ລ່ຽມກົນອຸບາຍຂອງກໍາລັງອິດທິປໍລະປັກ, ກຸ່ມຄົນບໍ່ດີ ແລະ ບັນດາເປົ້າໝາຍຫົວຮຸນແຮງໃນການເຄື່ອນໄຫວໂຄສະນາປັ່ນປ່ວນຊວນເຊື່ອໃນຮູບແບບຕ່າງໆຂອງສື່ສັງຄົມອອນລາຍ ທີ່ກຸ່ມຄົນບໍ່ດີກໍ່ຂຶ້ນເຊິ່ງເຮັດໃຫ້ຊາວໜຸ່ມ, ແມ່ຍິງ ແລະ ປະຊາຊົນຢູ່ຂົງເຂດຮາກຖານ, ບ້ານ, ຄອບຄົວ ແລະ ບຸກຄົນທີ່ຮູ້ເທົ່າບໍ່ເຖິງການເກີດມີແນວຄິດຫັນເຫໄປຫຼົງ ເຊື່ອສື່ສັງຄົມອອນລາຍຂອງກຸ່ມ ຄົນບໍ່ດີ, ໂດຍມີການຄອມເມັ້ນ ຫຼື ແຊຮູບພາບທີ່ບິດເບືອນຄວາມ ຈິງຢ່າງບໍ່ພິຈາລະນາ. ທັງພ້ອມກັນສືບຕໍ່ຕິດຕາມສື່ສັງຄົມ ອອນລາຍ, ຂໍ້ມູນຈິງກັບຂໍ້ມູນມີການປອມແປງເຫຼົ່ານັ້ນໃຫ້ເຫັນແຈ້ງຊັດເຈນ. ສ້າງສາຍພົວພັນຖະໜອມຮັກ, ສາມັກຄີ, ເອກະ ພາບ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງໃນໄລຍະໃໝ່ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາສອງແຂວງ, ສອງປະເທດລາວ-ຫວຽດນາມ-ຫວຽດນາມ-ລາວ ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ, ອຳນວຍຄວາມສະດວກ ໃນການແລກປ່ຽນຊື້-ຂາຍອັນຖືກຕ້ອງຂອງປະຊາຊົນ, ເອົາໃຈໃສ່ພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນສອງຊາດໃຫ້ໄປມາຫາສູ່ຢ້ຽມຢາມ, ທ່ອງທ່ຽວ ແລະ ປິ່ນປົວສຸຂະພາບໃຫ້ນັບມື້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.