ອາທິດຜ່ານມາ, ພະແນກກໍາລັງພົນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ສຳເລັດການລົງເກັບກຳຂໍ້ມູນ ແລະ ກວດກາເອົາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນເຂົ້າເປັນທະຫານໃໝ່ ປະຈຳປີ 2018 ເຊິ່ງແມ່ນຜູ້ທີ່ມີຄວາມພ້ອມທີ່ຈະຮັບໃຊ້ຊາດ; ພາຍໃຕ້ການຊີ້ນໍາໂດຍ ພັອ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ.

ພັຕ ໄພວັນ ໂສພາທີ ຫົວໜ້າພະແນກກຳລັງພົນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ການລົງເກັບກຳຂໍ້ມູນເອົາທະຫານໃໝ່ໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະຕິບັດກົດໝາຍພັນທະຂອງພົນລະເມືອງລາວ ແມ່ນເຂົ້າເປັນທະຫານພັນທະຮັບໃຊ້ຊາດຜູ້ໜຶ່ງ 2 ປີ. ຈາກນັ້ນ, ບັນດາວິຊາການພະແນກກຳລັງພົນ ຈຶ່ງໄດ້ລົງສົມທົບກັບບັນດາຄະນະພັກ-ຄະນະບັນຊາບັນດາ ກົມກອງຕ່າງໆ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າຢູ່ຮາກຖານບ້ານພາຍໃນແຂວງໄຊຍະບູລີ ເພື່ອນໍາເອົາລູກຫຼານຊາວໜຸ່ມຊາຍສະກັນມາສະໝັກເຂົ້າເປັນທະຫານໃໝ່ໃນເກນອາຍຸ 18-25 ປີ, ນໍ້າໜັກ 55 ກິໂລ, ລວງສູງ 160 ຊັງຕີແມັດ, ລະດັບການສຶກສາຈົບ ມໍ 7 ແລະ ຜູ້ທີ່ຈະເປັນທະຫານອາຊີບຕ້ອງຮຽນ ຈົບລະດັບວິຊາສະເພາະໃດໜຶ່ງ.

ສະເພາະປີ 2018 ນີ້ ແຂວງໄຊຍະບູລີ ໄດ້ຕົວເລກທະຫານໃໝ່ 300 ກວ່າຄົນ ເປັນທະຫານອາຊີບ 10 ຕົວເລກ, ໃນນີ້ ສົ່ງໃຫ້ກອງພົນທີ 1 ມີ 80 ຄົນ, ສົ່ງໃຫ້ກອງພົນທີ 3 ມີ 60 ຄົນ, ສົ່ງໃຫ້ກອງພັນໃຫຍ່ 279 ມີ 50 ຄົນ ແລະ ປະກອບໃຫ້ກໍາລັງທະຫານທ້ອງຖິ່ນແຂວງໄຊຍະບູລີ 200 ກວ່າຄົນ.

ພັຕ ໄພວັນ ໂສພາທີ ກ່າວວ່າ: ການລົງລະດົມພົນເອົາທະຫານໃໝ່ປີນີ້ ແມ່ນໄດ້ຕາມຄາດໝາຍ ຍ້ອນວ່າພໍ່-ແມ່ປະຊາຊົນບັນດາເຜົ່າ ແລະ ຊາວໜຸ່ມຊາຍສະກັນແມ່ນໄດ້ເຂົ້າໃຈແຈ້ງຕໍ່ກົດໝາຍພັນທະຂອງພົນລະເມືອງລາວ ຈຶ່ງໄດ້ຮັບການຮ່ວມໄມ້ຮ່ວມມືເປັນຢ່າງດີ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້.