ແຂວງຊຽງຂວາງ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ເນື້ອໃນຮ່າງມະຕິຂອງຄະນະບໍລິຫານ ງານສູນກາງພັກ (ຄບສພ) ວ່າດ້ວຍການປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃນຊຸມປີຕໍ່ໜ້າ ຂຶ້ນໃນວັນທີ 20 ກັນຍາ 2018, ເປັນປະທານໂດຍ ທ່ານ ນາງ ອຸເທນ ມາສີຊົນໄຊ ຮອງເຈົ້າ ແຂວງໆຊຽງຂວາງ, ມີ ທ່ານ ພູທັກ ພິດທະນູສອນ ຜູ້ຊ່ວຍຫົວໜ້າຫ້ອງວ່າການສູນກາງພັກ, ມີ ຄະນະປະຈຳພັກແຂວງ, ກົມກອງ, ອົງການຈັດຕັ້ງມະຫາຊົນ ແລະ ຊ່ຽວຊານມາຈາກສູນກາງ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງມະຕິຂອງຄະນະບໍລິຫານງານສູນກາງ ພັກ ວ່າດ້ວຍການປັບປຸງລະບົບ ການເມືອງຢູ່ຂັ້ນຮາກຖານໃນຊຸມປີຕໍ່ໜ້າ ເຊິ່ງບັນດາຜູ້ແທນກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປ-ກົງມາ ເພື່ອເຮັດໃຫ້ຮ່າງມະຕິດັ່ງກ່າວສົມບູນຂຶ້ນ, ຮ່າງດັ່ງກ່າວລະບຸວ່າ: ລະບົບການເມືອງປະຊາທິປະໄຕປະຊາຊົນຂັ້ນຮາກຖານ ລວມມີການຈັດຕັ້ງພັກ, ການປົກຄອງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ຕາມຫົວໜ່ວຍຮາກຖານບ້ານ, ສຳນັກງານ, ອົງການ, ກຳລັງປະກອບອາວຸດ, ສະຖາບັນ ການສຶກສາ ແລະອື່ນໆ ເຄື່ອນໄຫວຕາມກົນໄກອັນແນ່ນອນ.

ໂດຍປະຕິບັດຕາມແນວທາງຂອງພັກ, ນະໂຍບາຍ, ແຜນນະໂຍບາຍ, ກົດໝາຍຂອງລັດ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນຢູ່ຂັ້ນຮາກຖານ ຕະຫຼອດໄລຍະ 40 ກວ່າປີຜ່ານມາ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ໄດ້ວາງຫຼາຍມະຕິ, ຄຳສັ່ງກ່ຽວກັບການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ; ຜ່ານການຈັດຕັ້ງປະຕິບັດ, ໄດ້ເຮັດໃຫ້ລະບົບການເມືອງຢູ່ຂັ້ນຮາກຖານມີຄວາມໜັກແໜ້ນເຂັ້ມແຂງເປັນປັດໄຈນຳພາ, ຄຸ້ມຄອງ ແລະ ປະຕິບັດແນວທາງຂອງພັກ, ນະໂຍບາຍ, ແຜນນະ ໂຍບາຍຂອງລັດໄດ້ຮັບຜົນສຳເລັດຫຼາຍດ້ານ ເຊິ່ງເປັນໜໍ່ແໜງປັດໄຈແກ່ການສ້າງຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ.