ມ້າງຄະດີກຸ່ມເກັບຄ່າຄຸ້ມຄອງ

ພັອ ດວ່ານວັນຟຸກ ໄດ້ເປີດເຜີຍກັບສື່ຂ່າວໜັງສືພິມກົດໝາຍ ຂອງ ນະຄອນໂຮ່ຈີມິນ ແລະ ໄດ້ຢືນຢັນວ່າ: ວັນທີ 21 ກໍລະກົດຜ່ານມານີ້, ໄດ້ແກ້ໄຂກຸ່ມເຄື່ອນໄຫວເກັບຄ່າຄຸ້ມຄອງ ໂດຍການເປັນຫົວໜ້າໃຫຍ່ຂອງ ທ້າວ ເຈິ່ນຊວັນດຶກ ແລະ ທ້າວ ຄິວຮົ່ງຈ້ອງ ເຊິ່ງທັງສອງແມ່ນຫາກໍຖືກເຈົ້າໜ້າທີ່ຕຳຫຼວດນະຄອນໂຮ່ຈີມິນ ກັກຕົວມາດຳເນີນຄະດີ.

ຕໍ່ໜ້າການເປັນຫ່ວງຂອງປະຊາຊົນ ເຂດ 12 ໃນເມື່ອລູກນ້ອງຂອງພວກກ່ຽວຍັງຢູ່ທາງນອກ, ທ່ານໃຫ້ຮູ້ຕື່ມວ່າ: ຫຼັງຈາກເຈົ້າໜ້າທີ່ຕຳຫຼວດນະຄອນໂຮ່ຈີມິນ ໄດ້ຈັດການກວາດລ້າງກ່ຽວກັບ ກຸ່ມແກ້ງເກັບຄ່າຄຸ້ມຄອງທີ່ ທ້າວ ດຶກ ແລະ ທ້າວ ຈ້ອງ ເປັນຫົວໜ້າໃຫຍ່ ແລະ ກໍຖືກເຈົ້າໜ້າທີ່ກັກຕົວໃນຫວ່າງບໍ່ດົນມານີ້. ຕໍ່ຈາກນີ້ ເຈົ້າໜ້າທີ່ພວກເຮົາ ແມ່ນຈະສືບຕໍ່ຕິດຕາມ ແລະ ຖ້າຫາກພົບເຫັນແຫຼ່ງຂ່າວ ຫຼື ພົບພວກກ່ຽວໃນທ້ອງຖິ່ນ ແມ່ນຈະໄດ້ຈັບກຸມ ແລະ ຖ້າຫາກຍັງມີຄົນໃດຄົນໜຶ່ງຂຶ້ນອ້າງໂຕເອງວ່າຄຸ້ມຄອງໃນທ້ອງຖິ່ນໃດໜຶ່ງ ແມ່ນຈະໄດ້ມີການແກ້ໄຂໂດຍໄວ.

ຫົວໜ້າຫ້ອງການຕຳຫຼວດ ເຂດ 12 ໃຫ້ຮູ້ວ່າ: 

ການເຄື່ອນໄຫວເກັບຄ່າຄຸ້ມຄອງ

ກຸ່ມເຄື່ອນໄຫວຂອງ ທ້າວ ດຶກ ແລະ ທ້າວ ຈ້ອງ ແມ່ນຕົກເປັນເປົ້າໝາຍຂອງກຳລັງຕຳຫຼວດ ເຂດ 12 ຕັ້ງແຕ່ດົນແລ້ວ, ຈົນມາຮອດເດືອນພຶດສະພາ 2015 ທາງເຂດຈຶ່ງໄດ້ມີການປະກອບສຳນວນເອກະສານ ເພື່ອດຳເນີນຄະດີ. ແຕ່ຢ່າງໃດກໍຕາມ, ການດຳເນີນຄະດີແມ່ນພົບຄວາມຫຍຸ້ງຍາກ ຍ້ອນວ່າຂາດພະນັກງານສືບຂ່າວ, ຕິດຕາມເປົ້າໝາຍ ແລະ ສ່ວນຫຼາຍແມ່ນພວກເປົ້າໝາຍຮູ້ໜ້າໝົດ. ສະນັ້ນ, ມາຮອດເດືອນມິຖຸນາ 2016 ຕຳຫຼວດ ເຂດ 12 ໄດ້ລາຍງານ ແລະ ຍ້າຍສຳເນົາເອກະສານກ່ຽວກັບຄະດີໃຫ້ກັບກອງບັນຊາການຕຳຫຼວດ ນະຄອນໂຮ່ຈີມິນ ເພື່ອແກ້ໄຂໃນຂັ້ນຕໍ່ໄປ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນທາງຫ້ອງ PC45 ໄດ້ປ່ອຍຕົວເປົ້າໝາຍ ຈຳນວນ 5 ຄົນ ເນື່ອງຈາກວ່າຍັງບໍ່ມີຂໍ້ມູນຫຼັກຖານພຽງພໍທີ່ຈະກັກຄັງພວກກ່ຽວຕາມລະບຽບຫຼັກການ. ທຸກໆວັນ ພວກກ່ຽວກໍຍັງໄດ້ຂຶ້ນມາຫ້ອງການ PC45 ເພື່ອໃຫ້ຄຳອະທິບາຍ ແລະ ເອົາຄຳໃຫ້ການກັບເຈົ້າໜ້າທີ່.

ກ່ອນໜ້ານັ້ນ, ໃນວັນທີ 6 ກໍລະກົດ ໜ່ວຍງານທີ 2 ຂອງຫ້ອງ PC45 ໄດ້ຈັດຕັ້ງວາງແຜນການປິດລ້ອມຈັບກຸມກຸ່ມທີ່ເຄື່ອນໄຫວເກັບຄ່າຄຸ້ມຄອງທີ່ ທ້າວ ເຈິ່ນຊວັນດຶກ ແລະ ທ້າວ ຄິວຮົ່ງຈ້ອງ ເປັນຫົວໜ້າໃຫຍ່. ໃນນັ້ນ, ໄດ້ຈັບຕົວຜູ້ຖືກຫາ 2 ຄົນ ຊື່: ທ້າວ ແທັງ ແລະ ທ້າວ ແທ່ງ ພ້ອມຂອງກາງທີ່ພວກກ່ຽວກຳລັງຮັບເງິນຄ່າຄຸ້ມຄອງຈຳນວນ 13 ລ້ານດົ່ງ ແລະ ເງິນໃຫ້ຢືມ ແລະ ໃຫ້ຈ່າຍເປັນລາຍວັນ ຈຳນວນ 50 ລ້ານດົ່ງ.

ກຸ່ມແກ້ງເຄື່ອນໄຫວບໍ່ດີໃນສັງຄົມ

ຜ່ານການສອບສວນ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ກຸ່ມຂອງ ທ້າວ ດຶກ ມີທັງໝົດ 7 ຄົນ ເຊິ່ງພວກກ່ຽວທັງໝົດນັ້ນແມ່ນເປັນນັກເລງທີ່ສາມາດສັ່ງໄດ້ ເຊັ່ນ: ຕີແຂກ, ບີບບັງຄັບເຈົ້າຂອງຮ້ານເມື່ອຕ້ອງການຄຸ້ມຄອງ, ປ້ອງກັນບັນດາຮ້ານກິນດື່ມ, ຮ້ານເສີມສວຍ ແລະ ສະຖານທີ່ອື່ນໃນເຂດ 12 ບິ່ງເຢື້ອງ. ຕາມການສັງລວມສະຖິຕິແລ້ວ ສາມາດຮູ້ໄດ້ວ່າ: ມີຮ້ານກິນດື່ມ ຈຳນວນ 7 ຮ້ານ ໃນເຂດດັ່ງກ່າວຖືກພວກກ່ຽວບັງຄັບຕ້ອງຈ່າຍຄ່າຄຸ້ມຄອງໃຫ້ພວກກ່ຽວ ໃນລັກສະນະດຽວກັນນັ້ນ.

ຕາມການລາຍງານຂອງພະນັກງານສືບຂ່າວ ໃຫ້ຮູ້ວ່າ: ຕາມບັນດາຮ້ານເສີມສວຍແຕ່ລະຮ້ານໃນເຂດດັ່ງກ່າວນັ້ນ ພວກກ່ຽວແມ່ນຈະເກັບໃນຈຳນວນ 2-3 ລ້ານດົ່ງຕໍ່ຮ້ານຕໍ່ເດືອນ. ຈໍານວນເງິນທີ່ໄດ້ມານັ້ນ ທ້າວ ດຶກ ແລະ ທ້າວ ຕວັນ ແມ່ນຈະແບ່ງສ່ວນໜຶ່ງປັນໃຫ້ອ້າຍນ້ອງໃນກຸ່ມ ສ່ວນທີ່ເຫຼືອແມ່ນຈະເອົາໄປອອກເປັນເງິນມື້ໃຫ້ຄົນມາຢືມຕໍ່ ແລະ ກໍສືບຕໍ່ເກັບເອົາດອກເບ້ຍໃນອັດຕາ 20% ຕໍ່ເດືອນ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ