ກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ໄດ້ສົມທົບກັບ 6 ພາກສ່ວນທີ່ກ່ຽວຂ້ອງ ຈັດພິທີປ່ອຍສັດປ່າ (ໂຕເຮ້ຍ ແລະ ງູເຫຼືອມ) ຢູ່ເຂດຫ້ວຍນ້ຳເລິກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ທີ່ຢຶດມາໄດ້ຈາກກຸ່ມຄົນບໍ່ດີ ຄືນສູ່ທຳມະຊາດ ໃນວັນທີ 6 ພະຈິກ 2018.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ວັນທີ 2 ພະຈິກ 2018, ແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ລາຍງານວ່າມີການນັດຊື້-ຂາຍສັດປ່າຢູ່ເຂດບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາ ແລະ ເກັບກຳຂໍ້ມູນ ຈົນສາມາດຮູ້ໄດ້ເຮືອນເປົ້າໝາຍ ແລະ ເຂົ້າກວດຄົ້ນ; ຜ່ານການກວດຄົ້ນພົບເຫັນຂອງກາງໂຕເຮ້ຍ 128 ຖົງ, ຈຳນວນ 225 ໂຕ, ນ້ຳໜັກ 923,7 ກິໂລກຼາມ, ໂຕເຮ້ຍຕາຍໜັກ 33 ກິໂລກຼາມ, ລິ່ນຕາຍ ນ້ໍ້າໜັກ 9,8 ກິໂລກຼາມ, ກັບແກ້ແຫ້ງ ໜັກ 19 ກິໂລກຼາມ, ແມງເງົາແຫ້ງ ໜັກ 3 ກິໂລກຼາມ ແລະ ເຫັດຫຼິນຈື່ ໜັກ 468 ກິໂລກຼາມ ແລະ ຊິ້ນສ່ວນສັດປ່າອີກຈໍານວນໜຶ່ງ.

ມາວັນທີ 6 ພະຈິກ 2018, ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ກອງກວດກາປ່າໄມ້ນະຄອນຫຼວງວຽງຈັນ, ກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ, ຫ້ອງການກະສິກຳ-ປ່າ ໄມ້ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ກອງພັນນ້ອຍ 902, ສະມາຄົມກູ້ໄພ ນະຄອນຫຼວງ 1624 ແລະ ອົງການອະນຸລັກສັດນ້ຳ-ສັດປ່າ ຈຶ່ງນຳເອົາສັດປ່າໄປປ່ອຍຄືນສູ້ທຳມະຊາດ ລວມມີ: ໂຕເຮ່ຍ 225 ໂຕ, ງູເຫຼືອມ 1 ໂຕ ໜັກ 75 ກິໂລກຼາມ ທີ່ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ກູ້ໄດ້ຢູ່ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ທີ່ປ່າສະຫງວນພູເຂົາຄວາຍ ເຂດຫ້ວຍນ້ຳເລິກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ທີ່ເປັນປ່າອຸດົມສົມບູນ, ຕໍ່ກັບຜູ້ກະທຳຜິດ, ທາງເຈົ້າໜ້າທີ່ກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ຕຳຫຼວດ ພວມສືບ
ສວນ-ສອບສວນຂະຫຍາຍຜົນ ເພື່ອຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.