ໃນອາທິດຜ່ານມາ, ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມເອກະສານເດັດດ່ຽວສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍການເປັນປະທານຂອງ ທ່ານ ແດນປີ ມູນທະດີ ຫົວໜ້າຄະນະຈັດຕັ້ງແຂວງ, ມີຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຮອງປະທານຄະນະກວດກາພັກແຂວງ, ມີພະນັກງານນໍາພາ-ບັນຊາບັນດາຫ້ອງ, ກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມຮັບຟັງ.

ໃນພິທີ, ທ່ານ ແດນປີ ມູນທະດີ ໄດ້ເຜີຍແຜ່ບັນລະຍາຍເອກະສານໄດ້ຍົກໃຫ້ເຫັນບັນຫາ ການສໍ້ລາດບັງຫຼວງແມ່ນເກີດຈາກພຶດຕິກໍາຂອງພະນັກງານທີ່ສວຍໃຊ້ໜ້າທີ່, ສິດອໍານາດ ແລະ ຖານະຕໍາແໜ່ງ ເພື່ອຍັກຍອກ, ສໍ້ໂກງ, ຮັບສິນບົນ ຫຼື ໃຫ້ສິນບົນ ເພື່ອຜົນປະໂຫຍດຂອງຕົນ, ຄອບຄົວ, ໝູ່ຄູ່ ແລະ ພັກພວກ, ເຊິ່ງເປັນສາເຫດທີ່ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູູ່, ສັງຄົມ ຫຼື ສິດຜົນປະໂຫຍດຂອງພົນລະເມືອງ, ການສໍ້ ລາດບັງຫຼວງໃນປັດຈຸບັນແມ່ນໄດ້ ແຜ່ລາມໃນຫຼາຍຮູບແບບ, ຫຼາຍລະດັບທີ່ພົ້ນເດັ່ນກວ່າໝູ່ແມ່ນການສວຍໃຊ້ໜ້າທີ່ ເພື່ອກົດໜ່ວງຖ່ວງດຶງຕໍ່ລອງຜົນປະໂຫຍດຈາກຜູ້ໃຊ້ບໍລິ ການຂອງການຈັດຕັ້ງພັກ-ລັດ ແລະ ພາກສ່ວນອື່ນໆ, ການສວຍໃຊ້ຊ່ອງວ່າງທາງກົດໝາຍ, ການສົມຮູ້ຮ່ວມຄິດກັບຜູ້ປະກອບການ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ, ບັນຫາພະ ຍາດອາດຍາສິດ ແລະອື່ນໆ. ສໍາລັບມາດຕະການຕໍ່ຜູ້ລະເມີດທ່ານໄດ້ກ່າວວ່າບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ລະເມີດກົດໝາຍ, ມີພຶດຕິກໍາສໍ້ລາດບັງຫຼວງ; ເຊິ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫຼື ສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກປະຕິ ບັດມາດຕະການສຶກສາອົບຮົມ ຫຼື ຖືກວິໄນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍການຕ້ານການສໍ້ລາດບັງຫຼວງ, ປະຕິບັດຕາມມາດຕະການທາງອາຍາແລ້ວແຕ່ກໍລະນີໜັກ-ເບົາ ລວມທັງການໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ພ້ອມນັ້ນ, ຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະບັນຊາທຸກຂັ້ນ ຈົ່ງເອົາໃຈໃສ່ປະຕິບັດລະ ບອບການດໍາເນີນຊີວິດການເມືອງປະຈໍາເດືອນ, ປະຈໍາປີຂອງຄະນະພັກ ແລະ ພະນັກງານການນໍາແຕ່ລະຂັ້ນໃຫ້ເຂັ້ມງວດ ແລະ ເປັນປົກກະຕິ ໃຫ້ມີລັກສະນະນໍາພາ, ມີຄວາມຈິງໃຈໃນການຕິຊົມຕົນເອງ ແລະ ໝູ່ຄະນະ, ເພີ່ມທະວີປະສິດທິພາບໃນການຕິດຕາມ-ກວດກາ ຂອງຄະນະພັກ, ສະມາຊິກພັກ, ພະນັກງານ-ນັກຮົບ ເພື່ອເປັນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ກໍຄືການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະຫງົບໃຫ້ໝົດໄປເທື່ອລະກ້າວ.