ປກສ ແຂວງໄຊສົມບູນ ໄດ້ເປີດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງ ກັນເຄື່ອນທີ່ ຄົບຮອບ 17 ປີ (2 ພະຈິກ 2001 -2 ພະຈິກ 2018 ) ໃນວັນທີ 7 ພະຈິກ 2018 ໂດຍການເປັນປະທານ ແລະ ປາຖະກະຖາຫວນຄືນຂອງ ພັທ ຄໍາດອນ ຈັນທະວົງ ຮອງກອງບັນຊາການ ປກສ ແຂວງໄຊສົມບູນ, ມີບັນດາຫົວໜ້າຫ້ອງ, ຮອງຫ້ອງ, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງອະນຸວົງ ຕະຫຼອດຮອດ ພະນັກງານ-ນັກຮົບກອງພັນປ້ອງກັນເຄື່ອນທີ່ທັງໝົດ 38 ສະຫາຍ, ຍິງ 3 ສະຫາຍ ເຂົ້າຮ່ວມ.

ໃນພິທີ, ພັທ ຄຳດອນ ຈັນທະວົງ ໄດ້ຫວນຄືນມູນເຊື້ອປະຫວັດສາດອັນພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງຂອງກຳລັງປ້ອງກັນເຄື່ອນທີ່-ທີ່ໄດ້ປະກອບສ່ວນເຂົ້າໃນພະລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳລັງ ເຫັນໄດ້ຜົນງານ ແລະ ໄຊຊະນະ, ຮັບຮູ້ເຖິງຄວາມໝາຍ-ຄວາມສຳຄັນຂອງກຳ ລັງປ້ອງກັນເຄື່ອນທີ່, ເຊິ່ງເປັນກົມກອງເຫຼົ່າຮົບວິຊາສະເພາະຂອງ ກະຊວງປ້ອງກັນຄວາມສະຫງົບ ພາຍໃຕ້ການຊີ້ນຳບັນຊາໂດຍກົງ ແລະ ຮອບດ້ານຈາກຄະນະພັກກະຊວງປ້ອງກັນຄວາມສະຫງົບ ມີໜ້າທີ່ເປັນເສນາທິການໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບໃນການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນການແກ້ໄຂຕອບຕ້ານທຸກເລ່ລ່ຽມກົນອຸບາຍການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍຄວາມສະຫງົບຂອງປະເທດຊາດ ເວົ້າລວມ ເວົ້າສະເພາະ ກໍຄືແຂວງໄຊສົມບູນ ຂອງພວກເຮົາ ແລະ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ແຕ່ລະຄັ້ງຂອງພັກ ໂດຍສະເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີ IV ອົງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ມະຕິກອງປະຊຸມ ໃຫຍ່ ຄັ້ງທີ II ຂອງອົງຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ໄດ້ປະກົດຜົນເປັນຈິງ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ພັກ -ລັດ ຂັ້ນເທິງມອບໝາຍໃຫ້.

ສະນັ້ນ, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງໄຊສົມບູນ ໄດ້ລະນຶກຫວນຄືນເຖິງວັນປະຫວັດສາດທີ່ສຳຄັນດັ່ງກ່າວໃຫ້ນາຍ ແລະ ພົນ ຕຳຫຼວດຮຸ່ນສືບທອດຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກາຍເປັນບົດຮຽນນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າຢ່າງມີປະສິດທິຜົນສູງ.