ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ທັນວາ ນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດມາຣົກ ຢຶດໂຄເຄນນ້ຳໜັກລວມກວ່າ 1 ໂຕນ ແລະ ຈັບກຸມຜູ້ຖືກຫາໄດ້ 7 ຄົນທີ່ລັກລອບຂົນຢາເສບຕິດຈາກອາເມລິກາໃຕ້ ເຂົ້າເອີຣົບ.

ສຳນັກງານສອບສວນສູນກາງມາຣົກ ຖະແຫຼງການວ່າ ເຈົ້າໜ້າທີ່ກວດພົບຢາເສບຕິດ ປະເພດໂຄເຄນຢູ່ພາຍໃນລົດບັນທຸກທີ່ຈອດຢູ່ໃກ້ກັບເຮືອບໍລິເວນທ່າເຮືອເມືອງເອນຈາດິດາ ພ້ອມຈັບກຸມຊາວມາຣົກ 7 ຄົນທີ່ຄາດວ່າຢູ່ໃນແກ້ງອາຊະຍາກຳຂ້າມຊາດທີ່ພົວພັນການລັກລອບຂົນໂຄເຄນຈາກຕ່າງປະເທດໃນເຄືອຂ່າຍມາຣົກ, ລາຕິນອາເມລິກາ ແລະ ເອີຣົບ. ເຈົ້າໜ້າທີ່ຕຳຫຼວດ ກ່າວວ່າ ຈາກການສອບສວນເບື້ອງຕົ້ນພົບວ່າ ຄົນຮ້າຍຂົນສົ່ງຢາເສບຕິດຈາກອາເມລິກາໃຕ້ມາທາງເຮືອຂົນສົ່ງ ກ່ອນຍ້າຍໄປໃສ່ເຮືອປະມົງທີ່ນຳມາທຽບທ່າມາຣົກ.

ຂໍ້ມູນຂອງອົງການສະຫະປະຊາຊາດລາຍງານໃຫ້ຮູ້ວ່າ ແກ້ງລັກລອບຂົນຢາໂຄເຄນ ພະຍາ ຍາມຊອກເສັ້ນທາງໃໝ່ໆໃນການນຳໂຄເຄນເຂົ້າເອີຣົບໃນໄລຍະ 10 ກວ່າປີທີ່ຜ່ານມາ ໂດຍມີລາຍງານວ່າ ເຈົ້າໜ້າທີ່ຕຳຫຼວດມາຣົກ ຢຶດໂຄເຄນໄດ້ຫຼາຍຂຶ້ນໃນໄລຍະ 2-3 ປີທີ່ຜ່ານມາ.