ອາທິດທີ່ຜ່ານມາ, ແຂວງຈໍາປາສັກ ໄດ້ປະກາດການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈໍາປີ 2018 ຈໍານວນ 56 ຄົນ ແລະ ແຂວງຜົ້ງສາລີ ກໍໄດ້ຈັດພິທີດັ່ງກ່າວ ເຊັ່ນດຽວກັນ ເຊິ່ງມີຈໍານວນ 14 ຄົນ, ມີຫົວໜ້າອົງການໄອຍະການປະຊາຊົນທັງສອງແຂວງ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ການອະໄພຍະໂທດໃນຄັ້ງນີ້, ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຄົ້ນຄ້ວາ ແລະ ຕົກລົງໃຫ້ຜູ້ທີ່ມີເງື່ອນໄຂອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ຄື: ແຂວງຈໍາປາສັກ ມີນັກໂທດ ຈໍານວນ 181 ຄົນ ຍິງ 21 ຄົນ, ໃນນີ້ ນັກໂທດທີ່ໄດ້ຮັບການຜ່ອນໂທດ ຈໍານວນ 125 ຄົນ ຍິງ 18 ຄົນ ແລະ ນັກໂທດທີ່ໄດ້ຮັບການປ່ອຍຕົວ ຈໍານວນ 56 ຄົນ ຍິງ 3 ຄົນ. ສ່ວນແຂວງຜົ້ງສາລີ ຈໍານວນ 14 ຄົນ ຍິງ 1 ຄົນ, ຖືກຫຼຸດຜ່ອນໂທດມີ 12 ຄົນ ຍິງ 1 ຄົນ, ຖືກປ່ອຍຕົວ 1 ຄົນ ແລະ ບໍ່ໄດ້ຮັບການອະໄພຍະໂທດມີ 1 ຄົນ. ເນື່ອງຈາກວ່າເປັນນັກໂທດຜູ້ທີ່ມີຄວາມກ້າວໜ້າຫ້າວຫັນໃນການຝຶກຝົນຫໍ່ຼຫຼອມຕົນເອງ, ປະຕິບັດລະບຽບຄ້າຍ ຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ຮູ້ຍອມຮັບ ແລະ ຮູ້ສຶກກິນແໜງຕໍ່ການກະທຳຜິດຂອງຕົນໃນຜ່ານມາ. ດັ່ງນັ້ນ, ຈຶ່ງຖືກພິຈາລະນາໃນການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວກ່ອນກໍານົດ.

ໃນໂອກາດດັ່ງກ່າວ, ປະທານຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນັກໂທດທີ່ໄດ້ຮັບການອະໄພຍະໂທດ ແລະ ພົ້ນໂທດ ທີ່ປະຕິບັດກົດລະບຽບໄດ້ຢ່າງເຂັ້ມງວດ, ເປັນແບບຢ່າງໃນການສ້າງຜົນງານຕ່າງໆ ຈົນໄດ້ຮັບການອະໄພຍະໂທດ ແລະ ຮຽກຮ້ອງມາຍັງນັກໂທດທຸກຄົນ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງຢ່າງເຂັ້ມງວດ, ປະຕິບັດການຊໍາລະທາງແພ່ງໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ, ຄະນະຮັບຜິດຊອບຄ້າຍຄຸມຂັງ ຕ້ອງສຶກສາອົບຮົມ, ຕິດຕາມ, ກວດກາ, ຄັດເລືອກນັກໂທດທີ່ປະຕິບັດລະບຽບໄດ້ ດີໃນທຸກໆອາທິດ, ທຸກໆເດືອນ ເພື່ອຫຼຸດຜ່ອນໂທດ ແລະ ໃຫ້ການອະໄພຍະໂທດ, ຍາດຕິພີ່ນ້ອງຂອງນັກໂທດຕ້ອງໃຫ້ການຮ່ວມມື, ເບິ່ງແຍງດູແລ, ສຶກ ສາອົບຮົມ, ປະຕິບັດພັນທະຊໍາລະທາງແພ່ງ ເພື່ອສ້າງເງື່ອນໄຂໃຫ້ນັກໂທດໄດ້ຮັບການອະໄພຍະໂທດ ແລະ ແນໃສ່ເຮັດໃຫ້ເຂົາເຈົ້າກາຍເປັນພົນລະເມືອງດີຂອງສັງຄົມ.