ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕໍາຫຼວດທ່ອງທ່ຽວ ໃນໄລຍະຜ່ານມາ ແມ່ນມີຜົນສໍາເລັດຫຼາຍດ້ານ, ນັກທອງທ່ຽວໄດ້ຮັບການການບໍລິການ, ການຄຸ້ມຄອງແມ່ນມີຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ. ບັນດາເຮືອນພັກ-ໂຮງແຮມ, ແຫຼ່ງທ່ອງທ່ຽວ ລວມໄປເຖິງການຂົນສົ່ງທ່ອງທ່ຽວ ໄດ້ມີການຄຸ້ມຄອງຢ່າງຖືກຕ້ອງຕາມລະບຽບການທີ່ກໍານົດໄວ້.

ຄຽງຄູ່ກັບດ້ານດີ, ກໍຍັງມີຫຼາຍດ້ານພົບຄວາມຫຍຸ້ງຍາກ ແລະ ສັບສົນ ນອກຈາກນີ້, ຜູ້ປະກອບການໂຮງແຮມ-ເຮືອນພັກ ແລະ ບໍລິສັດທ່ອງທ່ຽວ ຈຳນວນໜຶ່ງໃຫ້ການຮ່ວມມືກັບເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດກົດລະບຽບຕ່າງໆ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເຮັດໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນຕາມມາ ເຊັ່ນ: ການລັກລອບຂາຍບໍລິການທາງເພດຕາມແຫຼ່ງທ່ອງທ່ຽວ, ການມົ້ວສຸມຢາເສບຕິດ ແລະ ຫຼິ້ນການພະນັນ ແລະ ບັນຫາອື່ນໆ ຈົນເຮັດໃຫ້
ເຊື່ອມເສຍວັດທະນາທໍາອັນດີງາມ ແລະ ຍັງເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບ ແລະ
ສັງຄົມເກີດຄວາມບໍ່ສະຫງົບ ແລະ ເກີດມີຫາງສຽງຈາກສັງຄົມຕາມມາ.

ບັນຫາດັ່ງກ່າວ, ສັງຄົມ ກໍຄືປະຊາຊົນບັນດາເຜົ່າໄດ້ມີການເປັນຫ່ວງ. ເຊິ່ງໃນກອງປະຊຸມສະໄໝສາມັນທີ່ເທື່ອ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ມີຄໍາຊັກຖາມກ່ຽວກັບການຈັດ ຕັ້ງປະຕິບັດໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບໃນຂະແໜງທ່ອງທ່ຽວ ຈໍານວນ 3 ຫົວຂໍ້ ຊັກຖາມ ຄື: 1), ການອໍານວຍຄວາມສະດວກ, ແກ້ໄຂສິ່ງກີດຂວາງ ໃນການຄຸ້ມຄອງການເຂົ້າ-ອອກເມືອງຂອງນັກທ່ອງທ່ຽວຢູ່ປະຕູດ່ານ. 2), ການປະຕິບັດໜ້າທີ່ຂອງຕໍາຫຼວດທ່ອງທ່ຽວ. 3), ກົນໄກປະສານສົມທົບກັບຂະແໜງການກ່ຽວຂ້ອງທີ່ພົວພັນກັບທ່ອງທ່ຽວ. ເຊິ່ງຄໍາຊັກຖາມດັ່ງກ່າວ.

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ກໍໄດ້ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍເດືອນພະຈິກຜ່ານມາ ວ່າ:
ການຈັດຕັ້ງປະຕິບັດໜ້າທີ່ຂອງວຽກງານວິຊາສະເພາະ ຕໍ່ກັບດ້ານທຸລະກິດໃນຂົງເຂດການທ່ອງ
ທ່ຽວແມ່ນໃຫ້ກົມຕໍາຫຼວດທ່ອງທ່ຽວ, ພະແນກທ່ອງທ່ຽວ ປກສ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ຢຸດຕິການກວດກາການທ່ອງທ່ຽວ, ລົດທ່ອງທ່ຽວຕາມເສັ້ນທາງ ຕ່າງໆ ເຊິ່ງເປັນການກີດຂວາງ, ກົດໜ່ວງ ຫຼື ທວງເວລາໃນການເດີນທາງຂອງນັກທ່ອງທ່ຽວ, ເອົາໃຈໃສ່ຕິດຕາມກວດກາ ແລະ ປະສານສົມທົບກັບບັນດາຜູ້ປະກອບການດ້ານການທ່ອງທ່ຽວ ໂດຍສະເພາະ ເຮືອນພັກ-ໂຮງແຮມຕ່າງໆ ເພື່ອຫຼີກລ່ຽງສະພາບປະກົດກນຫຍໍ້ທໍ້ທີ່ອາດຈະເກີດຂຶ້ນກັບນັກທ່ອງທ່ຽວ.

ຂອບເຂດການບໍລິການວຽກງານກວດຄົນເຂົ້າ-ອອກເມືອງໄດ້ຖືເປັນບູລິມະສິດຕົ້ນຕໍ່ ໃນການບໍລິການແຈ້ງເຂົ້າ-ອອກເມືອງ, ປັບປຸງກົນໄກການເຮັດໜ້າຂອງພະນັກງານໃຫ້ມີຄວາມຄ່ອງຕົວ ແລະ ຖືກຕ້ອງກັບແນວທາງນະໂບບາຍຂອງພັກລະບຽບກົດໝາຍຂອງລັດ.

ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ຍັງມີບາງທ້ອງຖິ່ນຍັງສືບຕໍ່ຕັ້ງຈຸດກວດກາຂົນສົ່ງ
ນັກທ່ອງທ່ຽວ ທີ່ເດີນທາງໄປທ່ອງທ່ຽວໃນຂອບເຂດທົ່ວປະເທດ ໂດຍບໍ່ໄດ້ຮັບອະນຸຍາດ, ການຈັດເກັບຄ່າທໍານຽມ ແລະ ການບໍລິການຕ່າງໆ ຢູ່ບັນດາດ່ານ ຍັງມີຫຼາຍຈຸດບໍລວມສູນ ເຮັດໃຫ້ຜູ້ໂດຍສານສັບສົນ ໃຊ້ເວລາບໍເໜາະສົມກັບຕົວ ຈິງ ບາງດ່ານສາກົນການເກັບຄ່າທໍານຽມບໍ່ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້. ມີເຈົ້າໜ້າທີ່ບາງທ້ອງຖິ່ນ ຍັງສືບຕໍ່ກວດກາລົດຂັນສົ່ງນັກ ທ່ອງທ່ຽວ ທີ່ເດີນທາງໄປທ່ຽວໃນຂອບເຂດທົ່ວປະເທດໂດຍບໍໄດ້ຮັບອະນະຍາດຈາກສາຍຕັ້ງ.

ຜູ້ປະກອບການທຸລະກິດໂຮງແຮມ-ເຮືອນພັກ, ຮ້ານອາຫານ, ຮ້ານກິນ-ດື່ມ, ບັນເທີງ ບໍ່ໃຫ້ການຮວມມືກັບເຈົ້າໜ້າທີ, ບໍ່ລາຍງານແຂກເຂົ້າພັກເຊົາ ບໍ່ລາຍງານສະພາບການເກີດຂຶ້ນ, ບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບນັກທ່ອງທ່ຽວຍັງມີຢູ່ ເຊັ່ນ: ມົ້ວສຸມທາງເພດ, ຢາເສບຕິດ, ຫຼິ້ນການພະນັນ, ລັກຊັບ, ຊິງຊັບ, ສໍ້ໂກງ ແລະ ອາລະວາດຕີກັນ, ຜູ້ປະກອບການຮ້ານກິນດື່ມ ແລະ ຮ້ານບັນເທິງ ເປີດກາຍໂມງເວລາ, ໃຊ້ສຽງເນື່ອງນັນ, ເກາະກຸ່ມແກ້ງອາລະວາດຕີກັນ, ຈັບລົດກວນເມືອງ ແລະ ກີດຂວງການສັນຈອນ, ຜູ້ປະກອບການດ້ານຂົນສົ່ງທ່ອງທ່ຽວ ຍັງບໍ່ທັນໃຫ້ການຮ່ວມມືເທົ່າທີ່ຄວນ, ບໍ່ລາຍງານສະພາບ ແລະ ເຫດການທີ່ເກີດຂຶ້ນ ພາໃຫ້ມີເຄື່ອງຂອງ ຄົນຕ່າງປະເທດເສຍຫາຍ. ມີບາງບໍລິສັດ ໄດ້ລັກໃຫ້ຄົນຕ່າງປະເທດເຊົ່າກິດຈະການຂອງຕົນ ໂດຍຂັດກັບກັບກົດໝາຍ, ແລະ ລະບຽບການຂອງ ສປປ ລາວ, ຄົນຕ່າງປະເທດມີຈໍານວນໜຶ່ງ ໄດ້ເປັນຜູ້ປະກອບການຂະແໜງການທ່ອງທ່ຽວ ໂດຍທີ່ບໍ່ມີບັດອອກແຮງງານ ແລະ ໃບອະນຸຍາດພັກເຊົ່າ ເປັນການລັກລອບປະກອບອາຊີບຢ່າງບໍ່ຖືກຕ້ອງ ແລະ ຜູ້ປະກອບການຈໍານວນໜຶ່ງ ແມ່ນຮັບເອົານັກທ່ອງທ່ຽວໄປທ່ຽວຊະຊາຍກາຍເຂດອະນຸຍາດ, ກາຍເປັນລະເມີດສັນຍາລະຫວ່າງປະເທດ ຮ້າຍແຮງກວ່ານັ້ນ, ມີການລ່ວງລໍ້າເຂດຫວງຫ້າມ (ເຂດຍຸດທະສາດ), ທ່ານຮອງລັດຖະມົນຕີກະຊວງ ປກສ ໄດ້ກ່າວວ່າ: ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າແມ່ນເພີ່ມທະວີກົນໄກການປະສານງານ ລະຫວ່າງສູນກາງກັບທ້ອງຖິ່ນໃຫ້ເປັນເອກະພາບກັນ ແລະ ເປັນຂົວຕໍ່ລາຍງານຂັ້ນເທິງມີທິດຊີ້ນໍາ ແລະ ແກ້ໄຂທັນສະພາບການ, ເອົາໃຈໃສ່ຕິດຕາມ, ຄຸ້ມຄອງກວດກາ ຊອກຮູ້ເປົ້າໝາຍກຸ່ມຄົນບໍ່ດີແອບແຝງ ແລະ ແຊກກາຍມານໍານັກທ່ອງທ່ຽວ, ເອົາໃຈໃສ່ກໍາສະພາບຕໍ່ພວກສວຍໂອກາດ ກຸ່ມຄົນບໍ່ດີລະເມີດລະບຽບ-ກົດໝາຍ ທີ່ຈະສົ່ງຜົນກະທົບໂດຍກົງຕໍ່ການທ່ອງທ່ຽວ, ຄວາມບໍສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ສັງຄົມ. ສະນັ້ນ, ຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງ ດໍາເນີນການທຸລະກິດ ຄວນຄໍານຶງເຖິງຄວມສະ ຫງົບ ແລະ ຄວາມປອດໄພ ເພື່ອຮັບປະກັນບໍໃຫ້ມີຫາງສຽງຈົມວາຈາກສັງຄົມ ກໍຄືນັກທ່ຽວຈົ່ງພ້ອມກັນເປັນເຈົ້າພາບທີ່ດີໃຫ້ບໍລິການດ້ວຍໄມຕີຈິດມິດຕະພາບທີ່ດີ.