ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມັງກອນ ນີ້ວ່າ: ອົງການກວດສອບດ້ານການບິນ ເອວິເອຊັນ ເຊຟຕີ ເນັດເວິກ (ASN) ລາຍງານວ່າ ໃນປີ 2017 ເປັນປີທີ່ປອດໄພທີ່ສຸດໃນປະຫວັດສາດການບິນ ເນື່ອງຈາກມີຜູ້ເສຍຊີວິດພຽງແຕ່ 44 ຄົນທົ່ວໂລກ ຈາກອຸບັດຕິເຫດກ່ຽວກັບເຮືອບິນ 10 ຄັ້ງ. ແຕ່ປີ 2018, ມີຜູ້ເສຍຊີວິດ 556 ຄົນ ຈາກເຮືອບິນຕົກ 15 ຄັ້ງ ຍັງເປັນປີທີ່ປອດໄພທີ່ສຸດອັນດັບ 3 ໃນຈຳນວນຄັ້ງທີ່ເກີດອຸບັດຕິເຫດ ແລະ ປອດໄພທີ່ສຸດເປັນອັນດັບ 9 ໃນຈຳນວນຜູ້ເສຍຊີວິດ.

ທ່ານ ແຮໂຣ ແຣນເທີ ຫົວໜ້າຄະນະຜູ້ບໍລິຫານຂອງ ເອວິເອຊັນ ເຊຟຕີ ເນັດເວິກ ກ່າວວ່າ ຖ້າຫາກອັດຕາການເກີດອຸບັດຕິເຫດກ່ຽວກັບເຮືອບິນ ຄືກັບເມື່ອ 10 ກ່ອນ, ປີ 2018 ຈະມີເຮືອບິນຕົກ 39 ຄັ້ງ, ເຊິ່ງສະແດງແດງໃຫ້ເຫັນວ່າມີຄວາມຄືບໜ້າຫຼາຍໃນດ້ານຄວາມປອດໄພໃນການ ສັນຈອນທາງອາກາດ. ອຸບັດຕິເຫດເຮືອບິນຕົກ 3 ໃນ 15 ຄັ້ງຂອງປີ 2018 ແມ່ນກ່ຽວຂ້ອງກັບສາຍການບິນທີ່ຖືກສະຫະພາບເອີຣົບ (EU) ຂຶ້ນບັນຊີດໍາ.

ການກວດສອບຢ້ອນຫຼັງ 5 ປີຫຼ້າສຸດ ສະແດງໃຫ້ເຫັນວ່າ ການສູນເສຍການຄວບຄຸມ ຄື: ສາເຫດຫຼັກຂອງເຮືອບິນຕົກດ້ວຍຈຳນວນ 10 ໃນ 25 ຄັ້ງຂອງອຸບັດຕິເຫດຮ້າຍແຮງທີ່ສຸດ. ໃນປີ 2018, ອຸບັດຕິເຫດເຮືອບິນຕົກຮ້າຍແຮງທີ່ສຸດ ຄື: ເຮືອບິນໂບອິ້ງ 737 ສາຍການບິນໄລອ້ອນ ແອ ຂອງອິນໂດເນເຊຍ ຕົກທະເລນອກແຄມຝັ່ງເກາະຊະວາ ໃນວັນທີ 29 ຕຸລາ ມີຜູ້ເສຍຊີວິດທັງໝົດ 189 ຄົນ. ຈາກນັ້ນ, ເກີດອຸບັດຕິເຫດເຮືອບິນໂບອິ້ງ 737 ສາຍການບິນໂກນບອນ ແອ ຕົກໃກ້ກັບສະໜາມບິນນະຄອນຫຼວງຮາວນາ ປະເທດກຸຍບາ ມີຜູ້ເສຍຊີວິດ 112 ຄົນ ໃນວັນທີ 18 ພຶດສະພາ ແລະ ເຮືອບິນ ແອນໂຕນອຟ 148 ສາຍການບິນຊາຣາຕອຟ ແອລາຍຂອງລັດເຊຍຕົກ ຫຼັງຈາກບິນຂຶ້ນຈາກສະໜາມບິນນະຄອນຫຼວງມົດສະກູ ໃນວັນທີ 11 ກຸມພາ ເຮັດໃຫ້ຜູ້ໂດຍສານ 65 ຄົນ ແລະ ລູກເຮືອ 6 ຄົນ ເສຍຊີວິດທັງໝົດ.