ເຈົ້າໜ້າທີ່ສາທາລະນະສຸກໃນນະຄອນຫຼວງນິວເດລີຂອງອິນເດຍ ເປີດເຜີຍໃນວັນທີ 5 ກຸມພາ ນີ້ວ່າ: ຈຳນວນຜູ້ຕິດເຊື້ອໄວຣັດໄຂ້ຫວັດໃຫຍ່ H1N1 ໃນນະຄອນຫຼວງນິວເດລີ ຍັງເພີ່ມສູງຂຶ້ນຢ່າງຕໍ່ວ່ອງໄວ ໂດຍໃນປີນີ້ມີຜູ້ເສຍຊີວິດແລ້ວ 11 ຄົນ ແລະ ມີຜູ້ຕິດເຊື້ອຫຼາຍກວ່າ 1.000 ຄົນ.

ຂ່າວລາຍງານໃຫ້ຮູ້ວ່າ: ນັບຕັ້ງແຕ່ຕົ້ນເດືອນມັງກອນ ຫາຕົ້ນເດືອນກຸມພາ 2019, ມີຜູ້ຕິດເຊື້ອໄວຣັດໄຂ້ຫວັດໃຫຍ່ H1N1 ຫຼາຍເຖິງ 1.011 ຄົນ. ແຕ່ລາຍງານບໍ່ໄດ້ເປີດເຜີຍຕົວເລກຜູ້ເສຍຊີວິດໃນປີນີ້. ຂະນະທີ່ໂຮງໝໍລັດ 3 ແຫ່ງຢືນຢັນວ່າ ພົບຜູ້ເສຍຊີວິດແລ້ວ 11 ຄົນ, ເຊິ່ງຖືວ່າປີນີ້ເປັນປີທີ່ພົບການແພ່ລະບາດເຊື້ອໄວຣັດໄຂ້ຫວັດໃຫຍ່ຢ່າງຮ້າຍແຮງ, ຂະນະທີ່ປີ 2018 ພົບຜູ້ຕິດເຊື້ອພຽງແຕ່ 205 ຄົນ ແລະ ມີຜູ້ເສຍຊີວິດ 2 ຄົນ.

ເຈົ້າໜ້າທີ່ສາທາລະນະສຸກ ເປີດເຜີຍໃຫ້ຮູ້ອີກວ່າ: ໃນເດືອນມັງກອນ ທີ່ຜ່ານມາ, ມີລາຍງານພົບຜູ້ຕິດເຊື້ອໄວຣັດໄຂ້ຫວັດໃຫຍ່ 512 ຄົນ ແລະ ເພີ່ມຂຶ້ນເກືອບສອງເທົ່າໃນໄລຍະເວລາພຽງ 1 ອາທິດ. ແນວໃດກໍຕາມ, ທາງການນະຄອນຫຼວງນິວເດລີ ໄດ້ສັ່ງການໃຫ້ໂຮງໝໍທຸກແຫ່ງກຽມພ້ອມຮັບມືປ້ອງກັນການແພ່ລະບາດແລ້ວ.