ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ກຸມພາ ນີ້ວ່າ: ສີລັງກາ ກຽມປະຫານຊີວິດດ້ວຍການແຂວນຄໍນັກໂທດຄະດີຢາເສບຕິດ 5 ຄົນ, ຢຸດການລົງໂທດທາງອາຍາສູງສຸດນານ 42 ປີທັນທີທີ່ ທ່ານ ໄມຕຣີປາລະ ສິຣິເສນາ ປະທານາທິບໍດີຂອງສີລັງກາ ເຊັນອະນຸມັດການປະຫານຊີວິດ.

ທ່ານ ໄມຕຣີປາລະ ສິຣິເສນາ ປະກາດຈະເພີ່ມຄວາມເດັດຂາດໃນການແກ້ໄຂບັນຫາອາຊະຍາກຳທີ່ກ່ຽວ ຂ້ອງກັບຢາເສບຕິດ ລວມເຖິງການປະຫານຊີວິດ ສຳລັບຜູ້ກະທຳຜິດໃນຄະດີຢາເສບຕິດ ໂດຍຈະຢຶດຖືການປາບ ປາມຢາເສບຕິດແບບຟິລິບປິນ.

ທ່ານ ນາງ ທາລັດຖາ ອັດທຸໂກຣາເລ ລັດຖະມົນຕີກະຊວງຍຸຕິທຳສີລັງກາ ຖະແຫຼງຕໍ່ກອງປະຊຸມສະພາໃນນະຄອນຫຼວງໂຄລຳໂບ ໃນວັນທີ 5 ກຸມພາ ທີ່ຜ່ານມາວ່າ ຂະບວນການທາງກົດໝາຍ ແລະ ທາງປົກຄອງ ສຳລັບນັກໂທດປະຫານຊີວິດຊາວສີລັງກາ ທັງ 5 ຄົນແມ່ນສຳເລັດແລ້ວໃນເດືອນມັງກອນ ທີ່ຜ່ານມາ, ສຳລັບການປະຫານຊີວິດນັກໂທດໃນສີລັງກາ ດ້ວຍການແຂວນຄໍຄັ້ງນີ້ ຖືເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 1976.

ສຳລັບລາຍຊື່ນັກໂທດປະຫານຊີວິດຄັ້ງນີ້ ໄດ້ສົ່ງໄປຍັງທ່ານ ໄມຕຣີປາລະ ສິຣິເສນາ ໃນລະຫວ່າງວັນທີ 12 ຕຸ ລາ 2018 ຈົນຮອດເດືອນມັງກອນ ທີ່ຜ່ານມາ, ແຕ່ຜູ້ນຳສີລັງກາ ຍັງບໍ່ເຊັນລົງນາມ ແລະ ກຳນົດວັນປະຫານຊີ ວິດ. ທ່ານ ນາງ ອັດທຸໂກຣາເລ ກ່າວອີກວ່າ ຂະນະນີ້ມີນັດໂທດຄະດີຢາເສບຕິດ 18 ຄົນທີ່ເຂົ້າຂ່າຍຖືກແຂວນຄໍປະຫານຊີວິດ ຈາກນັກໂທດປະຫານທີ່ສານຕັດສິນແລ້ວທັງໝົດ 376 ຄົນ. ແນວໃດກໍຕາມ, ທ່ານ ທຸຊະຣາ ອຸປັນເດນິຍາ ໂຄສົກຄ້າຍຄຸມຂັງດັດສ້ງໂຄລຳໂບ ເປີດເຜີຍວ່າ ປັດຈຸບັນນີ້ ຍັງບໍ່ທັນມີການປະຫານຊີວິດນັກໂທດຄົນໃດເທື່ອ.