ເຂົ້າຮ່ວມ ພັທ ຄຳຜັນ ບຸນມີໄຊ

ປກສ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດ ບ້ານຫ້ວຍເລິກ ເປັນຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃນວັນທີ 1 ກຸມພາ 2019 ນີ້, ໂດຍເປັນປະທານຂອງ ພັທ ຄຳຜັນ ບຸນມີໄຊ  ຫົວໜ້າ ປກສ ເມືອງທ່າພະບາດ, ມີຮອງເຈົ້າເມືອງທ່າພະບາດ, ມີຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ, ປກສ ບໍລິການປະຊາຊົນ, ມີນາຍບ້ານ-ປກສ ບ້ານ, ພໍ່-ແມ່ປະຊາຊົນບ້ານຫ້ວຍເລິກ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານຂໍ້ຕົກຂອງເຈົ້າເມືອງທ່າພະບາດ ວ່າດ້ວຍ

ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີທົ່ວເມືອງ, ເອກະສານການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເອກະສານບົດບັນທຶກສັນຍາກ່ຽວກັບ ວຽກງານຮັກສາຄວາມສະຫງົບ, ເອກະສານຂໍ້ແຂ່ງຂັນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໂດຍອີງໃສ່ 6 ມາດຖານເງື່ອນໄຂເປັນຫຼັກ;

ຖ້າຄອບຄົວ ຫຼື ບຸກຄົນໃດບໍ່ຟັງຄວາມການຈັດຕັ້ງ, ບໍ່ເຄົາລົບລະບຽບກົດໝາຍຂອງບ້ານເມືອງ ຈະຕ້ອງໄດ້ສຶກສາອົບຮົມ ຫຼື ປະຕິບັດຕໍ່ຜູ້ລະເມີດ, ທຸກຄອບຄົວທີ່ດໍາລົງຊີວິດຢູ່ພາຍໃນຕ້ອງໄດ້ເປັນເຈົ້າການສ້າງບົດບັດທຶກຂໍ້ແຂ່ງຂັນໃນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ການເຄື່ອນໄຫວໃນການປະກອບອາຊີບໃດໜຶ່ງຕ້ອງໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກ ຫຼື ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງບ້ານເມືອງ.

ຜູ້ເຂົ້າຮ່ວມປະກາດບ້ານຫ້ອຍເລິກເປັນບ້ານປ້ອງກັນຄວາມສະຫງົບດີ

ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງໆທ່າພະບາດ ໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນ ບ້ານຫ້ວຍເລິກ ຈົ່ງພ້ອມກັນເອົາໃຈໃສ່ແກ້ໄຂຄວາມບໍ່ສະຫງົບ, ສຶກອົບຮົບລູກຫຼານຂອງຕົນໃຫ້ເປັນພົນລະເມືອງດີ, ບໍ່ພົວພັນກັບຢາເສບຕິດ, ນຳເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.