3 ເດືອນ ແຂວງໄຊຍະບູລີ ມີຜູ້ເສຍຊີວິດຍ້ອນອຸບັດຕິເຫດ 20 ຄົນ

0
384

ແຂວງໄຊຍະບູລີ ມີນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ດ້ວຍການດື່ມສິ່ງມຶນເມົາ, ຂັບຂີ່ລົດໄວເກີນຂອບເຂດ, ບໍ່ໃຫ້ກຽດເຊິ່ງກັນແລະກັນ, ຊິງແຊງຂຶ້ນໜ້າບໍ່ຮັບປະກັນ, ຂັບຂີ່
ລົດບໍ່ຖືກຊ່ອງທາງຈະລາຈອນ ແລະອື່ນໆ ເຊິ່ງເປັນສາເຫດຫຼັກໆພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ; ໂດຍໃນ 3 ເດືອນຜ່ານມາ (ພະຈິກ 2018-ມັງກອນ 2019), ທົ່ວແຂວງ ມີອຸບັດຕິເຫດຕາມທ້ອງຖະໜົນເກີດຂຶ້ນ 138 ຄັ້ງ ແລະ ມີຜູ້ເສຍຊີວິດທັງໝົດ 20 ຄົນ.

ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາປະຊາຊົນ ແຂວງໄຊຍະບູລີ ຊຸດທີ I ທີ່ຈັດຂຶ້ນໃນລະຫວ່າງວັນທີ 29 ມັງກອນ-1 ກຸມພາ 2019 ວ່າ:

ການແກ້ໄຂອຸບັດຕິເຫດຕາມທ້ອງຖະໜົນໃນ ໄລຍະຜ່ານມາ, ປກສ ແຂວງ ໄດ້ປະຕິບັດຕາມກົດໝາຍ ວ່າດ້ວຍ ການສັນຈອນທາງບົກ ແລະ ດໍາລັດເລກທີ 188/ນຍ ລົງວັນທີ 3 ກໍລະກົດ 2007 ວ່າດ້ວຍ ການປັບໃໝຕໍ່ຜູ້ກະທໍາຜິດກົດລະບຽບຈະລາຈອນ ເພື່ອປູກຈິດສໍານຶກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ;

ພ້ອມທັງໄດ້ຈັດຕັ້ງຈຸດກວດກາຄວາມໄວ, ກວດກາທາດເຫຼົ້າ, ອອກອາທິດສັນຈອນ, ຈັດຕັ້ງກໍາລັງປະຈໍາປ້ອມລະບາຍການສັນຈອນ ແລະ ປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂກໍລະນີອຸບັດຕິເຫດ;

ແຕ່ເຖິງຢ່າງໃດກໍຕາມ, ໃນ 3 ເດືອນຜ່ານມາ ຢູ່ແຂວງໄຊຍະບູລີ ມີອຸບັດຕິເຫດເກີດຂຶ້ນ 138 ຄັ້ງ, ມີຄົນໄດ້ຮັບບາດເຈັບ 217 ຄົນ ແລະ ເສຍຊີວິດ 20 ຄົນ, ພາຫະນະເປ່ເພທັງໝົດ 126 ຄັນ, ໃຊ້ການບໍ່ໄດ້ 13 ຄົນ, ສາເຫດສ່ວນຫຼາຍແມ່ນ ເກີດຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ແລະ ຂັບຂີ່ລົດໄວເກີນຂອບເຂດ.

ເພື່ອແກ້ໄຂບັນຫາອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນໃຫ້ຫຼຸດໜ້ອຍຖອຍລົງ, ໃນຕໍ່ໜ້າ ຄະນະພັກ-ຄະນະບັນຊາ ປກສ ແຂວງໄຊຍະບູລີ ຈະສືບຕໍ່ຊີ້ນໍາ-ນໍາພາ ພະແນກຕໍາຫຼວດຈະລາ ຈອນ ປກສ ແຂວງ ໃຫ້ສືບຕໍ່ລົງໂຄສະນາເຜີຍແຜ່ລະບຽບການສັນຈອນ ໃຫ້ພໍ່-ແມ່ປະຊາຊົນ, ນັກຮຽນ-ນັກສຶກສາ ໃຫ້ກວ້າງຂວາງ, ທົ່ວເຖິງ ແລະ ເປັນປົກກະຕິ ເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບຈະລາຈອນ, ແນໃສ່ເຮັດໃຫ້ບັນຫາອຸບັດຕິເຫດທີ່ເກີດຂຶ້ນພາຍໃນແຂວງ ຫຼຸດລົງເທື່ອລະກ້າວ; ເອົາໃຈໃສ່ສະກັດກັ້ນລົງປະຈໍາ ຄອຍເຫດຕາມປ້ອມໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອຕິດຕາມສະພາບການສັນຈອນ ແລະ ແກ້ໄຂສະພາບການເຊິ່ງໜ້າຕ່າງໆຂອງສະພາບເສັ້ນທາງໃຫ້ທ່ວງທັນເວລາ; ສຸມໃສ່ການແກ້ໄຂຄະດີອຸບັດຕິເຫດໃຫ້ຖືກຕ້ອງຕາມຫຼັກການ ແລະ ກົດໝາຍ ໂດຍປະຕິບັດຕາມຫຼັກການນິຕິທໍາ.