ເຜີຍແຜ່ກົດລະບຽບຈະລາຈອນ ໃຫ້ປະຊາຊົນບ້ານທ່າແສ່

0
938

ພະແນກຕຳຫຼວດ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ລົງເຜີຍແຜ່ລະບຽບຈະລາຈອນຕາມທ້ອງຖະໜົນຫຼວງ ໃຫ້ປະຊາຊົນບ້ານທ່າແສ່ ໃນວັນທີ 5 ກຸມພາ 2019, ເຂົ້າຮ່ວມໂດຍທ່ານ ແສງອິນ ສຸລິນທອນ ຮອງນາຍບ້ານໆທ່າແສ່, ມີພໍ່-ແມ່ປະຊາຊົນ, ເຖົ້າແກ່ແນວໂຮມ, ອົງການຈັດຕັ້ງບ້ານ ເຂົ້າຮ່ວມ.

ຮອ ອຸດົມພອນ ໄຊຍະຈັກ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງຫຼວງນ້ຳທາ ກ່າວວ່າ:

ການລົງເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ໃຫ້ພໍ່-ແມ່ປະຊາຊົນ ພາຍໃນບ້ານຄັ້ງນີ້ ກໍເພື່ອເຮັດໃຫ້ບັນດານັກຂັບຂີ່ໃຊ້ລົດ-ໃຊ້ຖະໜົນ ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບຈະລາຈອນທາງບົກ ແລ້ວນໍາໄປໝູນໃຊ້ເຂົ້າໃນການປະຕິບັດຕົວຈິງ ໃນຊີວິດປະຈໍາວັນ ແນໃສ່ຫຼີກລ່ຽງບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ;

ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງບັນຫາທີ່ພົວພັນ ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ອະທິບາຍບັນດາເຄື່ອງໝາຍການສັນຈອນຕ່າງໆ, ບັນດາປ້າຍຫ້າມຕ່າງໆ;

ນອກນີ້, ຍັງໄດ້ຍົກໃຫ້ເຫັນເຖິງການເພີ່ມຂຶ້ນຂອງພາຫະນະ, ຜູ້ຂັບຂີ່ອາຍຸບໍ່ເຖິງກະສຽນ, ບໍ່ມີໃບຂັບຂີ່, ຂາດສະຕິບໍ່ເຄົາລົບກົດລະບຽບການສັນຈອນ, ເຕັກນິກລົດບໍ່ຮັບປະກັນ, ການດັດສະພາບລົດ ແລະ ດື່ມສິ່ງມຶນເມົາແລ້ວຂັບຂີ່;

ຕໍ່ກັບບັນຫາດັ່ງກ່າວນີ້, ຖ້າວ່າເຈົ້າໜ້າທີ່ກວດພົບເຫັນ ຈະໃຊ້ມາດຕະການປັບໃໝຕໍ່ຜູ້ກະທໍາຜິດ.

ມີພໍ່-ແມ່ປະຊາຊົນ, ເຖົ້າແກ່ແນວໂຮມ, ອົງການຈັດຕັ້ງບ້ານ ເຂົ້າຮ່ວມ

ໂອກາດດຽວກັນ, ທ່ານຍັງໄດ້ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ເອກະສານຕ້ານການຄ້າມະນຸດ ແລະ ໄດ້ຮຽກຮ້ອງນຳພໍ່-ແມ່ປະຊາຊົນ ໃຫ້ມີຄວາມລະວັງຕົວໃນການຂົນຂວາຍ
ຂອງນາຍໜ້າ ອາດເຂົ້າມາຕົວະຍົວະເອົາຜູ້ເປັນລູກເປັນຫຼານພວກເຮົາໄປອອກແຮງງານ, ຂາຍປະເວນີຢູ່ຕ່າງປະເທດ ແລະ ຜ່ານເອກະສານຜົນຮ້າຍຂອງຢາເສບຕິດ ໃຫ້ພໍ່-ແມ່ປະຊາຊົນໄດ້ຮັບຮູ້ ແລະ ຮຽກຮ້ອງໃຫ້ຄວາມຮ່ວມມືໃນການຕິດຕາມການເຄື່ອນໄຫວຂອງ ພວກກຸ່ມຄົນບໍ່ດີທີ່ນຳເອົາຢາບ້າ ມາຄ້າ-ຂາຍພາຍໃນບ້ານ.

ຂ່າວຍັງໃຫ້ຮູ້ອີກວ່າ:

ໃນວັນທີ 25 ມັງກອນ 2019 ພະແນກຕຳຫຼວດ ໄດ້ລົງເຜີຍແຜ່ລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ໂດຍມີເອກະສານຜົນຮ້າຍຂອງຢາເສບຕິດ ແລະ ເອກະສານຕ້ານການຄ້າມະນຸດ ໃຫ້ພໍ່-ແມ່ປະຊາຊົນບ້ານຂົວສູງ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ, ເຂົ້າຮ່ວມໂດຍ ທ່ານ ຂັນຄຳ ຕະມະລາດ ນາຍບ້ານໆຂົວສູງ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມທັງໝົດ 32 ຄົນ ຍິງ 19 ຄົນ.