ປກສ ແຂວງອັດຕະປື ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ທີ່ໂຮງຮຽນ ມຕ ແບ່ງພູຄຳ

0
1185
ຊີ້ນຳໂດຍ ທ່ານ ພັຕ ແກ້ວວິໄລ ສີລະວົງສັກ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ, ມີ ທ່ານ ຜາວິນ ຄຳສົມພູ ອຳນວຍການໂຮງຮຽນ

ໃນຕອນເຊົ້າຂອງວັນທີ 11 ກຸມພາ 2019, ເຈົ້າໜ້າທີ່ພະແນກກວດກາ ແລະ ຄວບຄຸມຢາເສບຕິດ (ກຄສ) ກອງບັນຊາການ ປກສ ແຂວງອັດະປື ໄດ້ລົງໂຄສະນາຜົນຮ້າຍຂອງຢາເສບຕິດ ຢູ່ທີ່ໂຮງຮຽນ ມຕ ແບ່ງພູຄຳ ເມືອງສາມັກຄີໄຊ ແຂວງອັດຕະປື ໂດຍການຊີ້ນຳຂອງ ທ່ານ ພັຕ ແກ້ວວິໄລ ສີລະວົງສັກ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ, ມີ ທ່ານ ຜາວິນ ຄຳສົມພູ ອຳນວຍການໂຮງຮຽນ, ມີຄູ-ອາຈານ ຕະຫຼອດຮອດນ້ອງນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ບັນດາຄູ-ອາຈານຈາກ ໂຮງຮຽນ ມຕ ແບ່ງພູຄຳ

ທ່ານ ຮທ ທະນົງໄຊ ຂຽວອາພອນ ຫົວໜ້າໜ່ວຍງານຫ້ອງການພະແນກ ກຄສ ໃຫ້ຮູ້ວ່າ:

ຢາເສບຕິດ ແມ່ນສານກະຕຸ້ນ ຫຼື ລະງັບລະບົບປະສາດ ທີ່ໄດ້ມາຈາກພືດທີ່ກໍ່ໃຫ້ເກີດສານເສບຕິດ ເຊັ່ນ: ຕົ້ນໂຄເຄນ, ກັນຊາ, ຝິ່ນ ແລະ ຍັງໄດ້ຈາກການສັງເຄາະສານເຄມີ; ເມື່ອເສບເຂົ້າໄປແລ້ວ ຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຮ່າງກາຍ, ຈິດປະສາດ ເຮັດໃຫ້ມີຄວາມຕ້ອງການເສບເພີ່ມຂື້ນເລື້ອຍໆ.

ທ່ານ ຮທ ທະນົງໄຊ ຂຽວອາພອນ ຫົວໜ້າໜ່ວຍງານຫ້ອງການພະແນກ ກຄສ

ຢາເສບຕິດ ໄດ້ແບ່ງອອກເປັນ 2 ປະເພດຄື:

  1. ປະເພດທີ 1 ແມ່ນຢາເສບຕິດເກືອດຫ້າມ (ຜິດກົດໝາຍ) ເຊັ່ນ: ຢາບ້າ, ໂຄເຄນ, ຢາອີ.
  2. ປະເພດທີ 2 ແມ່ນຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມຢ່າງເຂັ້ມງວດ ເຊິ່ງເປັນສານທີ່ຖືກນຳໃຊ້ເຂົ້າໃນການແພດ, ອຸດສາຫະກຳ, ກະສິກຳ ເຊັ່ນ: ມອກຟີນ, ຢາຝິ່ນ, ໂອເດອິນ, ເມຕາໂດນ, ແຟນແຕນນິກ, ມີດາໂຊລຳ, ອາໂມບາກບີຕານ ແລະ ຊາເຊຕິກອື່ນໆ.
ທ່ານ ຮທ ເພັດພະນົມພອນ ພອນວິໄລ ຮອງກອງສືບຂ່າວ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ

ຈາກນັ້ນ, ທ່ານ ຮທ ເພັດພະນົມພອນ ພອນວິໄລ ຮອງກອງສືບຂ່າວ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ກໍໄດ້ຂຶ້ນຜ່ານ ກົດໝາຍ ວ່າດ້ວຍ ການປັບປຸງ ມາດຕາ 146 ຂອງ ກົດໝາຍອາຍາ ແລະ ມາດຕາ 75, 76 ຂອງ ກົດໝາຍ ວ່າດ້ວຍ ຢາເສບຕິດ ເຊິ່ງທ່ານໄດ້ຍົກໃຫ້ເຫັນໂທດຂອງຜູ້ຄ້າຂາຍຢາ ແລະ ຜູ້ເສບຢາເສບຕິດ ເພື່ອໃຫ້ນ້ອງນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ ນອກຈາກຈະມີຜົນກະທົບຕໍ່ຮ່າງກາຍຜູ້ເສບແລ້ວ ຍັງໄດ້ຮັບໂທດຕາມລະບຽບກົດໝາຍ ອີກດ້ວຍ.

ບັນດານ້ອງນັກຮຽນທີ່ເຂົ້າຮ່ວມ ໃນຄັ້ງນີ້

ຕອນທ້າຍ, ທ່ານ ພັຕ ແກ້ວວິໄລ ສີລະວົງສັກ ກໍໄດ້ໂອ້ລົມຕໍ່ນ້ອງນັກຮຽນຕື່ມອີກ ເຊິ່ງທ່ານກໍໄດ້ເນັ້ນຄືນ ເຖິງຜົນຮ້າຍຂອງຢາເສບຕິດ ເພື່ອໃຫ້ນ້ອງນັກຮຽນໄດ້ຄຳນຶງເຖິງໂທດໄພຂອງຢາເສບຕິດ ທີ່ມີຜົນກະທົບຫຼາຍຢ່າງຕໍ່ຕົວຜູ້ເສບ, ຕໍ່ຄອບຄົວ, ຕໍ່ສັງຄົມ ກໍຄື ຕໍ່ປະເທດຊາດ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ນ້ອງນັກຮຽນ ເອົາໃຈໃສ່ປະຕິບັດລະບຽບວິໄນຂອງໂຮງຮຽນ ກໍຄື ລະບຽບກົດໝາຍຂອງບ້ານເມືອງ, ນຳໃຊ້ເວລາວ່າງໃຫ້ເກີດປະໂຫຍດ, ຫຼີກລ່ຽງການພົບປະກັບບຸກຄົນທີ່ມີພຶດຕິກຳມົ້ວສຸມເສບຢາເສບຕິດ ແລະ ຊ່ວຍແຈ້ງເຈົ້າໜ້າທີ່ ຫຼື ຜູ້ປົກຄອງ ໃນເວລາພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ມີການເຄື່ອນໄຫວກ່ຽວຂ້ອງກັບຢາເສບຕິດ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ ບໍ່ໃຫ້ແຜ່ລາມໃນສັງຄົມ.

ບັນດານ້ອງນັກຮຽນ ຕ່າງມີຄວາມຕັ້ງໃຈ ເຂົ້າຮ່ວມຮັບຟັງການລາຍງານ ຢ່າງພ້ອມພຽງ