ວັນທີ 6 ກຸມພາ 2019, ກອງໂຄສະນາ ພະແນກຕຳຫຼວດຈະລາ ຈອນ ປກສ ແຂວງບໍລິຄໍາໄຊ ໄດ້ລົງເຜີຍແຜ່ກົດລະບຽບຈະລາຈອນໃຫ້ປະຊາຊົນບ້ານຫາງຊິງສະຫວ່າງ ເມືອງປາກຊັນ ແຂວງບໍລິຄໍາໄຊ, ນໍາໂດຍ ພັຕ ບຸນມີ ລໍວັນໄຊ ວ່າການຫົວໜ້າພະແນກຕໍາຫຼວດຈະລາຈອນ, ມີການຈັດຕັ້ງບ້ານຫາງຊິງສະຫວ່າງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ພັຕ ບຸນມີ ລໍວັນໄຊ ໄດ້ເຜີຍແຜ່ກົດລະບຽບຈະລາຈອນ ເປັນຕົ້ນແມ່ນການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດໄຖນາເດີນຕາມ, ການຮັກສາ ແລະ ປ່ອຍສັດລ້ຽງ, ການນຳໃຊ້ ແລະ ປົກປັກຮັກສາຂອບເຂດທາງຫຼວງ, ການຂັບຂີ່ລົດຈັກ ແລະ ລົດໃຫຍ່ ພ້ອມທັງໄດ້ເນັ້ນໜັກໃຫ້ຊາວໜຸ່ມ, ໄວໜຸ່ມ ແລະ ພໍ່-ແມ່ປະຊາຊົນ ຕະຫຼອດຮອດຜູ້ທີ່ນໍາໃຊ້ລົດ-ໃຊ້ຖະໜົນຕາມເສັ້ນທາງຕ່າງໆໃຫ້ເອົາໃຈໃສ່ຮຽນຮູ້ ແລະ ເຂົ້າໃຈແຈ້ງພາກທິດສະດີຂັ້ນພື້ນຖານໃນການສັນຈອນຕາມເສັ້ນທາງຫຼວງໃນເວລາເດີນທາງຂັບຂີ່ລົດ ເພື່ອໃຫ້ມີຄວາມເປັນ ເອກະພາບກັນນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ໂອກາດນີ້, ຮອ ອ່ອນ ດາລາວັນ ຮອງຫົວໜ້າກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ໄດ້ຂຶ້ນອະທິບາຍຄວາມໝາຍຂອງບັນດາປ້າຍຫ້າມ, ປ້າຍເຕືອນ, ສາລະບານເດີນລົດ ແລະ ຫຼັກການຂັບຂີ່ລົດປອດໄພ, ພ້ອມທັງສາຍວີດີໂອເຫດການຕົວຈິງຂອງການເກີດອຸບັດຕິເຫດຈາກການບັນທຶກພາບຂອງກ້ອງວົງຈອນປິດຢູ່ບັນດາໄຟແດງ, ຕົວເມືອງ ແລະ ຕາມເສັ້ນທາງຕ່າງໆ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນຮູ້ໄດ້ເຖິງຜົນຮ້າຍ ແລະ ຄວາມອັນຕະລາຍຂອງການເກີດອຸບັດຕິເຫດ, ການຂັບຂີ່ລົດໂດຍປະໝາດ, ດື່ມສິ່ງມຶນເມົາແລ້ວຂັບ ຫຼື ອາຍຸບໍ່ເຖິງກະສຽນຂັບຂີ່ລົດ ແລະ ຂັບຂີ່ລົດບໍ່ໃຫ້ກຽດເຊິ່ງກັນແລະກັນ ທີ່ເປັນສາຍເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ.