ປກສ ແຂວງຄໍາມ່ວນ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດລະບຽບການສັນຈອນ

ໃນລະຫວ່າງວັນທີ 5-6 ກຸມພາ 2019,  ພະ​ແນ​ກຕຳຫຼວດກວດກາ ແລະ ຄວບຄຸມຢາເສບຕິດ ຮ່ວມກັບ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ໄດ້ນຳເອົາກົດໝາຍ ວ່າ​ດ້ວຍ ​ຢາ​ເສບ​ຕິດ, ຜົນຮ້າຍຂອງຢາເສບຕິດ ແລະ ກົດລະບຽບການສັນຈອນທາງບົກ ໂດຍລົງໂຄສະນາເຜີຍແຜ່ໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ຈໍານວນ 12 ບ້ານ ຂອງເມືອງທ່າແຂກ ໂດຍການ​ເຂົ້າຮ່ວມຂອງ​ ພັຕ ພູເງິນ ເຮືອງວິໄລ ຫົວໜ້າພະ ແນ​ກຕຳຫຼວດກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ແລະ ຫົວໜ້າກອງໂຄສະນາພະແນກຕຳຫຼວດຈະລາຈອນ ມີ​ບັນດາ​ອຳນາດກອງປົກຄອງບ້ານ, ກຳລັງ ປກສ ບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ ເຂົ້າຮ່ວມ.

ເຜີຍແຜ່ກົດລະບຽບການສັນຈອນທາງບົກ ພ້ອມທັງອະທິບາຍປ້າຍສັນຍານຈະລາຈອນ, ສາລະບານການເດີນລົດ, ຮູບພາບ ແລະ ສາຍວິດີໂອການສັນຈອນພາຍໃນເທດສະບານເມືອງທ່າແຂກ ແລະ ເນັ້ນໃຫ້ປະຊາຊົນຜູ້ທີ່ໃຊ້ລົດ-ໃຊ້ຖະໜົນ

ພັຕ ພູເງິນ ເຮືອງວິໄລ ໄດ້ຍົກ​ໃຫ້​ເຫັນຜົນຮ້າຍຢາເສບຕິດ ແລະ ກົດໝາຍ ວ່າດ້ວຍ ຢາເສບຕິດ. ເຊິ່ງບັນຫາຢາເສບຕິດ ແມ່ນ​ສາເຫດທີ່​ພາ​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້ໃນ​ສັງຄົມ ​ເປັນ​ຕົ້ນແມ່ນ ການ​ຂີ່​ລັກງັດ​ແງະ, ປຸ້ນ​ຈີ້​ຊີງຊັບ, ຂ້າ​ເຈົ້າ​ເອົາ​ຂອງ, ກໍ່ອາ​ລະວາ​ດຕີ​ກັນ, ລັກຊັບ​ພົນ​ລະ​​ເມື​ອງ, ນຳ​ໃຊ້​ລົດ-ໃຊ້​ຖະໜົນບໍ່ຖືກ​ຕ້ອງຕາ​ມລະບຽບກົດໝາຍ ເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ​ແລະ ສ້າງ​ຄວາມ​ວຸ່ນວາຍ​ໃນ​ສັງຄົມ; ການລົງໂຄສະນາເຜີຍແຜ່ຄັ້ງນີ້, ເພື່ອເປັນການປູກຈິດ​ສຳນຶກໃຫ້ພໍ່-ແມ່ປະຊາຊົນ ເຫັນໄດ້​ເຖິ​ງຜົນຮ້າຍຂອງຢາເສບຕິດ ເຊິ່ງມັນເປັນໄພອັນຕະລາຍຕໍ່ມວນມະນຸດ, ຕໍ່ລະ​ບອບ​ການ​ເມືອງ, ​ເສດຖະກິດວັດທະນະທຳ-ສັງຄົມ, ຕໍ່ຄອບຄົວ ​ແລະ ທຳລາຍສຸຂະພາບຂອງຜູ້ເສບ ທັງເປັນການບັ່ນທອນຈັງຫວະການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ຄວາມຈະເລີນກ້າວໜ້າຂອງປະເທດຊາດ. ນອກຈາກນັ້ນ, ຍັງໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈົ່ງໄດ້ເອົາໃຈໃສ່ສຶກສາອົບຮົມເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ກ້ວາງຂວາງກວ່າເກົ່າ.

ຮທ ແກ້ວວິເສດ ລໍວັນໄຊ ຍັງໄດ້ເຜີຍແຜ່ກົດລະບຽບການສັນຈອນທາງບົກ ພ້ອມທັງອະທິບາຍປ້າຍສັນຍານຈະລາຈອນ, ສາລະບານການເດີນລົດ, ຮູບພາບ ແລະ ສາຍວິດີໂອການສັນຈອນພາຍໃນເທດສະບານເມືອງທ່າແຂກ ແລະ ເນັ້ນໃຫ້ປະຊາຊົນຜູ້ທີ່ໃຊ້ລົດ-ໃຊ້ຖະໜົນ ຕ້ອງປະຕິບັດຕາມກົດລະບຽບຈະລາຈອນ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ

ຈາກນັ້ນ, ຮທ ແກ້ວວິເສດ ລໍວັນໄຊ ຍັງໄດ້ເຜີຍແຜ່ກົດລະບຽບການສັນຈອນທາງບົກ ພ້ອມທັງອະທິບາຍປ້າຍສັນຍານຈະລາຈອນ, ສາລະບານການເດີນລົດ, ຮູບພາບ ແລະ ສາຍວິດີໂອການສັນຈອນພາຍໃນເທດສະບານເມືອງທ່າແຂກ ແລະ ເນັ້ນໃຫ້ປະຊາຊົນຜູ້ທີ່ໃຊ້ລົດ-ໃຊ້ຖະໜົນ ຕ້ອງປະຕິບັດຕາມກົດລະບຽບຈະລາຈອນ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ ພ້ອມທັງຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ. ໃນໂອກາດດັ່ງກ່າວ, ຄະນະຮັບຜິດຊອບທີ່ລົງໂຄສະນາໃນຄັ້ງນີ້ ຍັງໄດ້ຮຽກຮ້ອງໃຫ້ບັນດາພໍ່-ແມ່ປະຊາຊົນ ຈົ່ງນຳເອົາບົດຮຽນທີ່ໄດ້ຮຽນມາ ໄປນຳໃຊ້ເຂົ້າໃນການຂັບຂີ່ລົດຢູ່ຕາມທ້ອງຖະໜົນຢ່າງມີຄວາມລະມັດລະວັງ, ມີສະຕິຕໍ່ການສັນຈອນໄປມາ ແລະ ພ້ອມກັນປະຕິບັດກົດລະບຽບການສັນຈອນໃຫ້ເຂັ້ມງວດ ທັງນີ້ກໍເພື່ອຫຼີກລ່ຽງຈາກບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ເຮັດໃຫ້ບັນຫາດັ່ງກ່າວຫຼຸດໜ້ອຍຖອຍລົງເທື່ອລະກ້າວ.