ມອບໃບຢັ້ງຍືນໃຫ້ນັກສຳມະນາກອນ ຮຸ່ນທີ 35 ມອບໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ

ໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ໄດ້ປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຮຸ່ນທີ 35 ໃນອາທິດຜ່ານມາ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ບຸນເສັງ ປະທຳມະວົງ  ຮອງເຈົ້າແຂວງໆບໍລິຄຳໄຊ, ມີ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງ, ຮອງອຳນວຍການໂຮງຮຽນທິດສະດີການເມືອງ-ການປົກຄອງ, ມີບັນດາຄູ-ອາຈານ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ ຈຳນວນ 40 ສະຫາຍ.

ປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຮຸ່ນທີ 35 ໃນອາທິດຜ່ານມາ, ເຂົ້າຮ່ວມເປັນປະທານ ໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ແຂວງບໍລິຄຳໄຊ, ມີ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງ

ທ່ານ ນາງ ແສງມະນີ ແກ້ວວົງວິຈິດ ຄະນະພັກ ຫົວໜ້າຂະແໜງບໍລິຫານ-ຈັດຕັ້ງ ກ່າວວ່າ:

ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ແລະ ຕາມໂຄງການຫຼັກສູດໄລຍະ 45 ວັນ ຜ່ານມາ ປະກອບມີ 5 ກຸ່ມວິຊາຫຼັກຄື: ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 8 ບົດ, ກຸ່ມວິຊາເສດຖະສາດການເມືອງ ມີ 10 ບົດ, ກຸ່ມວິຊາບໍລິຫານສາດ ມີ 8 ບົດ, ກຸ່ມວິຊາກໍ່ສ້າງພັກ ມີ 5 ບົດ;

ໃນນັ້ນ, ມີວິຊາກໍ່ສ້າງພັກຂອງ ກອງບັນຊາການ ປກສ ແຂວງ ຈຳນວນ 1 ບົດ, ມີ 238 ຊົ່ວໂມງ, ບັນຍາຍ 144 ຊົ່ວໂມງ, ເສັງປາກເປົ່າ 35 ຊົ່ວໂມງ, ເສັງຂຽນ 35 ຊົ່ວໂມງ, ອອກແຮງງານ 6 ຊົ່ວໂມງ, ລົງປະຕິບັດພຶດຕິກໍາຕົວຈິງ 11 ຊົ່ວໂມງ, ຂຽນບົດ ລາຍງານລົງຮາກຖານ 7 ຊົ່ວໂມງ ແລະ ມີນັກສຳມະນາກອນທັງໝົດ 40 ສະຫາຍ ຍິງ 5 ສະຫາຍ.

ມີບັນດາຄູ-ອາຈານພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມຈຳນວນ 40 ສະຫາຍ

ຜ່ານການປະເມີນຜົນສະແດງອອກ ຄື: ມີນັກສຳມະນາກອນດີເດັ່ນຮອບດ້ານ ຈຳນວນ 16 ສະຫາຍ, ຍິງ 5 ສະຫາຍ ທີ່ໄດ້ຮັບການຍ້ອງຍໍ. ຈານນັ້ນ, ໃນພິທີໄດ້ມອບໃບຢັ້ງຍືນໃຫ້ນັກສຳມະນາກອນ ຮຸ່ນທີ 35 ມອບໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ