ພັທ ຄຳພົນ ວັນນາ ນຸວົງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງນາຊາຍທອງ ໄດ້ຖະແຫຼ່ງໃນກອງປະຊຸມສະຫຼຸບ

ໃນໜຶ່ງປີຜ່ານມາ, ກອງບັນຊາການທະຫານ ເມືອງນາຊາຍທອງ ສາມາດສ້າງລາຍຮັບຈາກການປູກພືດ-ການລ້ຽງສັດ ແລະ ການບໍລິການອື່ນໆ ໄດ້ທັງໝົດ 84.549.000 ລ້ານກີບ ເຊິ່ງ ພັທ ຄຳພົນ ວັນນານຸວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ເມືອງນາຊາຍທອງ ໄດ້ຖະແຫຼ່ງໃນກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ທີ່ຈັດຂຶ້ນໃນທ້າຍອາທິດຜ່ານມາ.


ທ່ານຫົວໜ້າການເມືອງກອງບັນຊາການທະຫານ ເມືອງນາຊາຍທອງ ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຍາດມາໄດ້ ໃນໄລຍະ 1 ປີ ຜ່ານມາ ເປັນຕົ້ນແມ່ນ

ວຽກງານການແກ້ໄຂຊີວິດການເປັນຢູ່ ແມ່ນໄດ້ປະຕິບັດຕາມຄຳຂວັນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ກອງທັບປະຊາຊົນລາວ ມາຈັດຕັ້ງຜັນຂະຫຍາຍ ໂດຍຖືເອົາການປູກພືດ-ການລ້ຽງສັດ ເປັນຕົ້ນຕໍ;

ເຊິ່ງຜ່ານມາ ປູກພືດຜັກຊະນິດຕ່າງໆໄດ້ 3.380 ກິໂລກຼາມ, ປູກຕົ້ນໄມ້ໃຫ້ໝາກ 132 ຕົ້ນ ເກັບກູ້ໄດ້ 880 ກິໂລກຼາມ, ລ້ຽງໝູ 4 ໂຕ, ເປັດ-ໄກ່ 419 ໂຕ, ນົກກະທາ 100 ໂຕ ແລະ ໄດ້ຮັບຈາກການບໍລິການອື່ນໆອີກຈຳນວນໜຶ່ງ.

ສັງລວມແລ້ວ, ໃນໜຶ່ງປີຜ່ານມາ ກົມກອງສາມາດສ້າງລາຍຮັບຈາກການປູກພືດ-ການລ້ຽງສັດ ແລະ ການບໍລິການອື່ນໆ ໄດ້ທັງໝົດ 84.549.000 ກີບ. ທັ້ງນີ້, ກໍເພື່ອເປັນການຮັບປະກັນໃຫ້ແກ່ ການແກ້ໄຂຊີວິດການເປັນຢູ່ຂອງອ້າຍນ້ອງພາຍໃນກົມກອງ ໃຫ້ດີຂຶ້ນເທື່ອລະກ້າວ.

ກອງບັນຊາການທະຫານເມືອງນາຊາຍທອງ ໄດ້ຖະແຫຼ່ງໃນກອງປະຊຸມສະຫຼຸບ ວຽກງານຮອບດ້ານ ປະຈຳປີ 2018 ແລະ ວາງທິດທາງແຜນການ 2019 ທີ່ຈັດຂຶ້ນໃນທ້າຍອາທິດຜ່ານມາ

ນອກນັ້ນ, ຄະນະພັກ-ຄະນະບັນຊາທຸກຂັ້ນ ຍັງໄດ້ເປັນເຈົ້າການເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດກັບ ບັນດາພະນັກງານ-ນັກຮົບພາຍໃນກົມກອງຂອງຕົນ ໂດຍຖືເອົາວຽກງານການສຶກສາອົບຮົມການເມືອງນຳພາ-ແນວຄິດເປັນກົກ ເພື່ອເຮັດໃຫ້ບັນດາພະນັກງານ-ນັກຮົບພາຍໃນກົມກອງ ໄດ້ຮັບຮູ້ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງ; ພ້ອມນັ້ນ, ຍັງໄດ້ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານຕາມກຸ່ມບ້ານ ໂດຍປະສານສົມທົບກັບອຳນາດການປົກຄອງ ແຕ່ລະທ້ອງຖິ່ນ ແລະ ກຳລັງ ປກຊ-ປກສ ແຕ່ລະພາກສ່ວນ ໃນການເປັນເຈົ້າການສະກັດກັ້ນກັບກຸ່ມຄົນບໍ່ດີ ເພື່ອຮັກສາຄວາມສະຫງົບປອດໄພພາຍໃນຂອບເຂດຮັບຜິດຊອບໄດ້ ໂດຍພື້ນຖານ, ເອົາໃຈໃສ່ວຽກງານການອົບຮົມຫັດແອບປະຈຳປີ ເປັນບ່ອນອີງ ໂດຍສະເພາະແມ່ນ ຫັດແອບທາງດ້ານສິນລະປະຍຸດ-ຍຸດທະວິທີ, ສ້າງຄວາມຊຳນິຊຳນານ, ຄວາມຄ່ອງແຄ້ວ ໃຫ້ແກ່ພະນັກງານ-ນັກຮົບ ໂດຍເອົາຄຸນນະພາບເປັນຫຼັກ.