ໃນວັນທີ 19 ກຸມພາ ນີ້, ອິນໂດເນເຊຍ ຍື່ນເອກະສານຂໍເປັນເຈົ້າພາບຈັດງານກິລາໂອລິມປິດປີ 2032 ຫຼັງຈາກໄດ້ຮັບການສະໜັບສະໜູນຈາກຫຼາຍຝ່າຍໃນການເປັນເຈົ້າພາບເອຊຽນເກມປີ 2018 ທີ່ຜ່ານມາ.

ກະຊວງການຕ່າງປະເທດອິນໂດເນເຊຍ ຖະແຫຼງການວ່າ: ທ່ານ ມູໄລມານ ຮາດັດ ເອກອັກຄະຣາຊະທູດອິນໂດເນເຊຍປະຈຳສະວິດ ໄດ້ຍື່ນເອກະສານສະເໜີຕົວຢ່າງເປັນທາງການຂອງປະທານາທິບໍດີ ໂຈໂກ ວິໂດໂດ ຕໍ່ຄະນະກຳມະການໂອລິມປິກ ຫຼື IOC ທີ່ເມືອງໂລຊານ ໃນອາທິດກ່ອນ, ທ່ານ ມູໄລມານ ຮາດັດ ກ່າວອີກວ່າ ເຖິງເວລາແລ້ວທີ່ອິນໂດເນເຊຍ ຈະສະແດງສັກກະຍາພາບໃນຖານະເປັນປະເທດໃຫຍ່.

ປະທານາທິບໍດີ ໂຈໂກ ວິໂດໂດ ສະແດງອອກຕໍ່ສາທາລະນະເມື່ອຄັ້ງເປັນເຈົ້າພາບເອຊຽນເກມ 2018, ເຊິ່ງເປັນມະຫາກຳກິລາໃຫຍ່ອັນດັບສອງຂອງໂລກວ່າ ອິນໂດເນເຊຍ ປາດຖະໜາຈະເປັນເຈົ້າພາບໂອລິມປິກ, ເຊິ່ງເປັນມະຫາກຳກິລາໃຫຍ່ທີ່ສຸດໃນໂລກ. ນອກຈາກນີ້, ຍັງມີອິນເດຍ, ສປປ ເກົາຫຼີ ຮ່ວມກັບ ສ ເກົາຫຼີ ສະແດງຄວາມສົນໃຈຈະເປັນເຈົ້າພາບໂອລິມປິກ 2032 ນຳອີກ. ຄະນະກຳມະການໂອລິມປິກ ຈະປະກາດຊື່ເຈົ້າພາບພາຍໃນປີ 2025 ຖ້າຫາກອິນໂດເນເຊຍ ໄດ້ຮັບການເລືອກ ກໍຈະເປັນປະເທດທີ່ສີ່ໃນອາຊີທີ່ໄດ້ຮັບກຽດນີ້ຕາມຫຼັງຍີ່ປຸ່ນ, ສ ເກົາຫຼີ ແລະ ສປ ຈີນ.

ງານມະຫາກຳກິລາໂອລິມປິກຄັ້ງຕໍ່ໄປ ຄື: ໂອລິມປິກ 2020 ຈະຈັດຂຶ້ນທີ່ນະຄອນຫຼວງໂຕກຽວຂອງຍີ່ປຸ່ນ, ໂອລິມປິກ 2024 ຈະຈັດຂຶ້ນທີ່ນະຄອນຫຼວງປາຣີຂອງຝຣັ່ງ ແລະ ໂອລິມປິກ 2028 ຈະຈັດຂຶ້ນທີ່ນະຄອນລອດແອນເຈີລິດຂອງສະຫະລັດ ອາເມລິກາ.